ລິ້ງ ສຳຫລັບເຂົ້າຫາ

ວັນເສົາ, ໒໗ ກໍລະກົດ ໒໐໒໔

ປະທານາທິບໍດີ ຄົນໃໝ່ ຂອງຟີລິບປິນ


ສະມາຊິກ ສະພາສູງ ຟີລິບປິນ ທ່ານ BENIGNO AQUINO III ໄດ້ຖືກປະກາດ ຢ່າງເປັນທາງການ ໃຫ້ເປັນຜູ້ຊະນະ ການເລືອກຕັ້ງ ປະທານາທິບໍດີ ຂອງ ຟີລິບປິນ.

ກອງປະຊຸມຮ່ວມ ຄົບຄະນະ ຂອງສະພາສູງ ແລະສະພາ ຕໍ່າຟີລິບປິນ ໄດ້ປະກາດ ຢ່າງເປັນທາງການ ໃຫ້ທ່ານ AQUINO ເປັນປະທານາທິບໍດີ ຄົນທີ 15 ຂອງຟີລິບປິນ ໃນວັນພຸດມື້ນີ້.

ທ່ານ AQUINO ໄດ້ຊະນະ ການເລືອກຕັ້ງ ປະທານາທິ ບໍດີ ທີ່ໃຊ້ກົນຈັກນັບ ໃນວັນທີ 10 ພຶດສະພາ ດ້ວຍຄະແນນສຽງ ອັນຖ້ວມລົ້ນ ໂດຍໄດ້ຮັບ ຄະແນນທັງໝົດ ຫຼາຍກວ່າ 15 ລ້ານສຽງ ຂະນະທີ່ຄູ່ແຂ່ງ ຊຶ່ງມີຄະແນນສຽງ ໃກ້ຄຽງທ່ານທີ່ສຸດ ຄືອະດີດ ປະທານາທິບໍດີ JOSEPH ESTRADA ໄດ້ຮັບແຕ່ພຽງ 9 ລ້ານ 4 ແສນສຽງ.

ທ່ານ AQUINO ຈະເຂົ້າຮັບໜ້າທີ່ ໃນວັນທີ 30 ເດືອນນີ້ ໂດຍຈະຮັບຊ່ວງ ຕໍ່ຈາກ ປະທານາທິບໍດີ GLORIA ARROYO ຊຶ່ງສະໄໝ ການດຳຣົງ ຕຳແໜ່ງ ເປັນເວລາ 9 ປີ ຂອງທ່ານນາງ ​ໄດ້ມີ​ຄວາມ​ມົວ​ໝອງ ຍ້ອນມີການກ່າວຫາ ກ່ຽວກັບ ການສໍ້ລາດບັງຫຼວງ ແລະການສໍ້ໂກງ ຄະແນນສຽງ.

ທ່ານ AQUINO ໄດ້ໂຄສະນາຫາສຽງ ບົນນະໂຍບາຍ ລຶບລ້າງ ການສໍ້ລາດບັງຫຼວງ ແລະ ຄວາມທຸກຍາກ.

ທ່ານເປັນລູກຊາຍ ຂອງມື້ລາງ ປະທານາທິບໍດີ CORAZON AQUINO ແລະ ສະມາຊິກ ສະພາສູງ BENIGNO AQUINO JR. ທີ່ໄດ້ຖືກ ຄາຕະກັມ ໃນປີ 1983 ທີ່ສະໜາມບິນ ກຸງມະນີລາ ລຸນຫຼັງທີ່ໄດ້ ກັບຄືນຈາກ ການລີ້ໄພ ຢູ່ສະຫະລັດ ເພື່ອ​ໄປລົງສະມັກ ແຂ່ງຂັນ ກັບຈອມຜະເດັດການ FERDINAND MARCOS.

XS
SM
MD
LG