ລິ້ງ ສຳຫລັບເຂົ້າຫາ

ວັນເສົາ, ໒໗ ກໍລະກົດ ໒໐໒໔

ຟິລິບປິນ ແລະຍີ່ປຸ່ນ ຮ່ວມກັນຊ້ອມລົບທາງທະເລ


ໜ່ວຍຕໍ່ຕ້ານ ກໍ່ການຮ້າຍ ຂອງຟິລິບປິນ ແລະໜ່ວຍຍາມຝັ່ງ ຍີ່ປຸ່ນ (ຂວາ) ກຳລັງທຳການເຝິກຊ້ອມ ໂຈມຕີ ພວກໂຈນທະເລ ທີ່ອ່າວມະນີລາ.
ໜ່ວຍຕໍ່ຕ້ານ ກໍ່ການຮ້າຍ ຂອງຟິລິບປິນ ແລະໜ່ວຍຍາມຝັ່ງ ຍີ່ປຸ່ນ (ຂວາ) ກຳລັງທຳການເຝິກຊ້ອມ ໂຈມຕີ ພວກໂຈນທະເລ ທີ່ອ່າວມະນີລາ.

ຟິລິບ​ປີນ ​ແລະ​ຍີ່ປຸ່ນ ຊຶ່ງແຕ່ລະ​ປະ​ເທດ​ໄດ້​ພົວພັນ​ກັບ ການ​ຂັດ
ແຍ້​ງທີ່​ຂົມ​ຂື່ນ​ທາງນານ​ນຳ້ລະ​ເລກັບ ຈີນ ກຳລັງທຳ​ການ​ຊ້ອມ​ລົບ
​ ທາງ​ທະ​ເລ ຮ່ວມກັນ​ເປັນເທຶ່ອທຳ​ອິດ.

ການ​ຊ້ອມ​ລົບ​ມີ​ຂື້ນ​ໃນ​ວັນ​ອັງຄານ​ມື້​ນີ້ ຢູ່​ທະ​ເລ​ຈີນ​ໃຕ້ ທີ່ຮ່ວມທັງ
​ເຮືອ​ພິຄາດ​ ຍີ່ປຸ່ນ ສອງ​ລຳ ​ແລະ​ກຳ​ປັ່ນ​ລົບ ຟິລິບ​ປີນ ນຶ່ງ​ລຳ ​ອີງ​
ຕາມ​ເຈົ້າ​ໜ້າ​ທີ່ ມາ​ນິລາ.

ມາ​ນີລາ ​ໄດ້​ປະຕິ​ເສດ​ວ່າ ການ​ຊ້ອມ​ລົບ​ນີ້ ມີ​ເປົ້າ​ໝາຍແນ່​ໃສ່
​ເພື່ອ​ສົ່ງ​ສານ​ໄປ​ຫາ​ປັກ​ກິ່ງ ແຕ່​ກັບໄດ້ຢືນ​ຢັດ​ວ່າ ​ເປົ້າ​ໝາຍ​ແມ່ນ​ເພື່ອ​ເສີມ​ສະມັດ​ຕະພາບ​ທາງ​ທະຫານ ​ແລະ​ການ​ຮ່ວມມືກັນ.

ບັນດາ​ເຈົ້າ​ໜ້າ​ທີ່​ກ່າວ​ວ່າ ການ​ຊ້ອມ​ລົບ​ ທີ່​ສຳຄັນ​ຢ່າງ​ນຶ່ງ​ນັ້ນ ​ແມ່ນຈະ​ພົວພັນ​ ກັບການ​
ນຳ​ເອົາ​ເຮືອບິນ​ເຮ​ລິ​ຄອບ​ເຕີ ຂື້ນ​ຈາກ​ກຳ​ປັ່ນ​ລົບຂອງ ຟິລິບ​ປີນ ໄປ​ລົງ​ມາຈອດ ​ເທິງເຮືອ
​ພິຄາດ ຂອງຍີ່​ປຸ່ນ.

ຫົວໜ້າກອງທັບເຮືອຟິລິບປີນ ທ່ານ Jesus Millan ກ່າວຕໍ່ສື່​ຂ່າວ GMA News
Online ວ່າ “ການ​ຊ້ອມນີ້​ ​ແມ່ນ​ເພື່ອຈຸດປະສົງ​ດ້ານ​ຄວາມ​ປອດ​ໄພ ​ເພື່ອຫລີກ​ລ້ຽງ​ການ
​ປະ​ເຊີນໜ້າ​ກັນຢູ່​ທະ​ເລ ອຸບັດ​ເຫ​ດທີ່​ບໍ່​ຄ່ອຍ​ເກີດ​ຂື້ນເທົ່າ​ນັ້ນ.”

ໜັງ​ສື​ພິມ GMA News Online ​ລາຍ​ງານ​ວ່າ ການ​ຊ້ອມ​ລົບ ຈະ​ຈັດ​ຂື້ນ​ຢູ່​ພາຍ​ໃນ​ວົງ
ລັດ​ສະ​ໜີ 44 ກິ​ໂລແມັດ ຂອງ​ເຂ​ດ​ແດນ​ທາງ​ນ້ຳຂອງ​ຟິລິບ​ປີນ ​ໃກ້​ກັບ​ເກາະ Corregidor
ບ່ອນ​ທີ່​ບໍ່​ມີການ​ຂັດ​ແຍ້​ງ​ເລື້ອງ​ດິນ​ແດນ​ ກັນກັບຈີນ.

XS
SM
MD
LG