ລິ້ງ ສຳຫລັບເຂົ້າຫາ

ວັນເສົາ, ໒໗ ກໍລະກົດ ໒໐໒໔

ຟີລິບປີນຈະຟ້ອງ 10 ຄົນ ທີ່ພົວພັນກັບ ການຈີ້ລົດເມນັກທ່ອງທ່ຽວ


ຟີລິບປີນຈະຟ້ອງ 10 ຄົນ ທີ່ພົວພັນກັບ ການຈີ້ລົດເມນັກທ່ອງທ່ຽວ
ຟີລິບປີນຈະຟ້ອງ 10 ຄົນ ທີ່ພົວພັນກັບ ການຈີ້ລົດເມນັກທ່ອງທ່ຽວ

ລັດຖະມົນຕີຍຸຕິທຳຂອງຟີລິບປິນກ່າວວ່າທ່ານຈະສະເໜີ
ໃຫ້ມີການຍື່ນຟ້ອງ 10 ຄົນ ທີ່ພົວພັນກັບການຈີ້ລົດເມ
ໂດຍສານທີ່ເຮັດໃຫ້ພວກນັກທ່ອງທ່ຽວຮົງກົງເສຍຊີວິດ
8 ຄົນນັ້ນ.

ທ່ານນາງ Leila de Lima ກ່າວໃນວັນພະຫັດມື້ນີ້ວ່າ
ລາຍຊື່ຂອງພວກທີ່ຄວນຈະຖືກລົງໂທດຈະມີຢູ່ໃນລາຍ
ງານກ່ຽວກັບເຫດຮ້າຍດັ່ງກ່າວທີ່​ເກີດ​ຂຶ້ນ ໃນວັນທີ 23
ສິງຫາ ຊຶ່ງຈະນຳສະເໜີຕໍ່ປະທານາທິບໍດີ Benigno
Aquino ໃນວັນສຸກມື້ອື່ນນີ້.

ທ່ານນາງ De Lima ເວົ້າວ່າ ລາຍຊື່ທີ່ວ່ານີ້ ແມ່ນຮວມທັງພວກຕຳຫຼວດ ແລະຊັ້ນ
ຂອງພວກທີ່ປະເຊີນກັບການຖືກດຳເນີນຄະດີ ແມ່ນສູງພໍສົມຄວນ. ນອກນັ້ນແລ້ວ
ທ່ານນາງຍັງເວົ້າວ່າພວກນັກຂ່າວອາດຈະມີຊື່ຢູ່ໃນລາຍງານສະບັບນີ້ດ້ວຍ.

ຕຳຫຼວດທີ່ຖືກໄລ່ອອກຈາກວຽກຄົນນຶ່ງໄດ້ເຂົ້າຢຶດເອົາລົດເມແລະທວງໃຫ້ຮັບເອົາ
ຜູ້ກ່ຽວກັບຄືນເຂົ້າໄປເຮັດວຽກ. ການປະເຊີນໜ້າກັນໄດ້ສິ້ນສຸດລົງຫຼັງ ຈາກອະດີດ
ຕຳຫຼວດຄົນນັ້ນເລີ້ມຍິງໂຕປະກັນ. ຕຳຫຼວດໄດ້ພະຍາຍາມທີ່ຈະບຸກເຂົ້າໄປໃນລົດເມ
ເປັນເວລານຶ່ງຊົ່ວໂມງກວ່າໆ ແຕ່ບໍ່ປະສົບຜົນສຳເລັດ ຫຼັງຈາກມືປືນເລີ້ມຍິງໂຕປະກັນ.

XS
SM
MD
LG