ລິ້ງ ສຳຫລັບເຂົ້າຫາ

ວັນເສົາ, ໒໗ ກໍລະກົດ ໒໐໒໔

ຈີນເສຍໃຈນຳການສັງຫານ ນັກທ່ອງທ່ຽວຊາວຮົງກົງ


ກຸ່ມ Al-Shabab ຈັບຕົວປະກັນຊາວຈີນທີ່ຟີລິບປິນ
ກຸ່ມ Al-Shabab ຈັບຕົວປະກັນຊາວຈີນທີ່ຟີລິບປິນ

ເຈົ້າໜ້າທີ່ຈີນໄດ້ສະແດງຄວາມໂກດແຄ້ນແລະເສຍໃຈ
ກ່ຽວກັບການຮັບມືກັບ ສະຖານະການໂຕປະກັນ ໃນຟີລິບ
ປິນມື້ວານນີ້ ໂດຍທີ່ມີພວກນັກທ່ອງທ່ຽວຊາວ ຮົງກົງ 8
ຄົນເສຍຊີວິດແລະອີກ 7 ຄົນໄດ້ຮັບບາດເຈັບ. ເຈົ້າໜ້າທີ່
ຈີນກ່າວວ່າ ລັດຖະມົນຕີການຕ່າງປະເທດ Yang
Jiechi ໄດ້ໂທລະສັບໄປຫາລັດຖະມົນຕີຕ່າງປະເທດຜ
ຟີລິບປິນ ທ່ານ Alberto Romuloແລະທວງໃຫ້ທາງ
ການຟີລິບປິນສືບສວນຢ່າງລະອຽດກ່ຽວກັບເລື່ອງນີ້
ໂດຍໄວເທົ່າທີ່ຈະໄວໄດ້.

ຖະແຫຼງຂ່າວສະບັບນຶ່ງຂອງກະຊວງການຕ່າງປະເທດຈີນກ່າວວ່າ ປັກກິ່ງມີ ຄວາມຕື່ນ
ຕົກໃຈກ່ຽວກັບເຫດຮ້າຍຄັ້ງນີ້ ແລະເສົ້າເສຍໃຈກ່ຽວກັບການສັງຫານພວກນັກທ່ອງທ່ຽວ
ຊາວຮົງກົງທັງຂໍປະນາມຢ່າງແຮງຕໍ່ການກະທຳຢ່າງໂຫດ ຮ້າຍປ່າເຖື່ອນຕໍ່ພວກນັກທ່ອງ
ທ່ຽວທີ່ບໍ່ຮູ້ເລື່ອງຫຍັງ.

ເຈົ້າໜ້າທີ່ຟີລິບປິນກ່າວວ່າ ອະດີດຕຳຫຼວດທີ່ບໍ່ພໍໃຈຄົນນຶ່ງ ຊື່ Rolando Mendoza
ໄດ້ສັງຫານພວກນັກທ່ອງທ່ຽວຮົງກົງ 8 ຄົນ ທີ່ຖືກຈັບໄວ້ເປັນໂຕປະກັນຢູ່ເທິງລົດນຳທ່ຽວ
ທີ່ຜູ້ກ່ຽວໄດ້ຈີ້ໄປຢູ່ໃນເຂດໃຈກາງນະຄອຍຫລວງມະນີລາ.

ນັກແມ່ນປືນຄົນນຶ່ງຂອງຕຳຫຼວດໄດ້ຍິງສັງຫານນາຍ Mendoza ຫຼັງຈາກໄດ້ມີ ການ
ປະເຊີນໜ້າກັນເປັນເວລາ 12 ຊົ່ວໂມງໃນມື້ວານນີ້ ຫລັງຈາກທີ່ລາວໄດ້ ຍິງໂຕປະກັນ
ເສຍຊີວິດ 8 ຄົນ ແລະເຮັດໃຫ້ບາດເຈັບອີກ 7 ຄົນນັ້ນ.

XS
SM
MD
LG