ລິ້ງ ສຳຫລັບເຂົ້າຫາ

ວັນອັງຄານ, ໑໙ ມີນາ ໒໐໒໔

ຟີລິບປິນ ແລະ ຮົງກົງ ກຳລັງ ກຽມຮັບມື ກັບ ໄຕ້ຝຸ່ນຍັກ ມັງຄຸດ


ນັກພະຍາກອນອາກາດ ທ່ານ ມີໂນ ເມັນໂດຊາ (Meno Mendoza) ສະແດງໃຫ້ເຫັນ ເສັ້ນທາງ ຂອງພາຍຸໄຕ້ຝຸ່ນຍັກ ມັງຄຸດ ທີ່ທ້ອງຖິ່ນ ເອີ້ນກັນວ່າ "ໄຕ້ຝຸ່ນ ອົມປົງ Typhoon Ompong," ໃນຂະນະທີ່ມັນກຳລັງເຄື່ອນຕົວ ໄປຍັງ ຟີລິບປິນ ຢູ່ນັ້ນ, ຢູ່ທີ່ກົມອຸຕຸນິຍົມ ທໍລະນີສາດ ແລະ ດາຣາສາດ ຂອງຟີລິບປິນ ໃນນະຄອນ ມານີລາ, ວັນທີ 12 ກັນຍາ 2018.
ນັກພະຍາກອນອາກາດ ທ່ານ ມີໂນ ເມັນໂດຊາ (Meno Mendoza) ສະແດງໃຫ້ເຫັນ ເສັ້ນທາງ ຂອງພາຍຸໄຕ້ຝຸ່ນຍັກ ມັງຄຸດ ທີ່ທ້ອງຖິ່ນ ເອີ້ນກັນວ່າ "ໄຕ້ຝຸ່ນ ອົມປົງ Typhoon Ompong," ໃນຂະນະທີ່ມັນກຳລັງເຄື່ອນຕົວ ໄປຍັງ ຟີລິບປິນ ຢູ່ນັ້ນ, ຢູ່ທີ່ກົມອຸຕຸນິຍົມ ທໍລະນີສາດ ແລະ ດາຣາສາດ ຂອງຟີລິບປິນ ໃນນະຄອນ ມານີລາ, ວັນທີ 12 ກັນຍາ 2018.

ເຖິງແມ່ນວ່າ ໃນຂະນະທີ່ ພາກຕາເວັນອອກຂອງສະຫະລັດ ກຳລັງກຽມຮັບມືກັບພາຍຸ
ເຮີຣີເຄນ ຟລໍເຣັນສ໌ ຢູ່ນັ້ນ ແຕ່ກໍຍັງມີພາຍຸ ທີ່ໃຫຍ່ກວ່ານັ້ນຫຼາຍເທົ່າ ກຳລົງມຸ້ງໜ້າສູ່
ປະເທດ ຟີລິບປິນ ໄຕ້ຫວັນ ແລະ ຮົງກົງ.

ໄຕ້ຝຸ່ນຍັກມັງຄຸດ (Mangkhut) ກຳລັງເຄື່ອນຕົວ ຜ່ານມະຫາສະໝຸດ ປາຊີຟິກ ໂດຍມີ
ລົມແຮງ ຫຼາຍກວ່າ 250 ກິໂລແມັດຕໍ່ຊົ່ວໂມງ ເຊິ່ງເທົ່າກັບພາຍຸເຮີຣິເຄນ ລະດັບ 5
ຂອງເຂດມະຫາສະໝຸດ ແອັດແລນຕິກ.

ໄຕ້ຝຸ່ນມັງຄຸດ ໄດ້ພັດຜ່ານເກາະກວມໄປ ທີ່ເປັນດິນແດນຂອງສະຫະລັດ ບ່ອນທີ່ມັນ ໄດ້ກໍ່ໃຫ້ເກີດນ້ຳຖ້ວມ ແລະໄຟຟ້າດັບ ຢູ່ໃນເກາະດັ່ງກ່າວ ຢ່າງກວ້າງຂວາງ.

ດຽວນີ້ ໄດ້ມີການພະຍາກອນວ່າ ພາຍຸຫົວນີ້ ຈະພັດເຂົ້າຖະລົ່ມພາກເໜືອຂອງຟີລິບປິນ
ໃນວັນສຸກມື້ອື່ນນີ້ ແລະຕໍ່ຈາກນັ້ນ ມັນຈະເຄື່ອນໄປຍັງໄຕ້ຫວັນ ກ່ອນທີ່ຈະມຸ້ງໜ້າໄປຍັງ
ຮົງກົງ ແລະ ພາກໃຕ້ຂອງຈີນ ພາຍໃນວັນອາທິດ.

ອີງຕາມລະບົບເຕືອນໄພພິບັດ ແລະປະສານງານໃນທົ່ວໂລກຂອງສະຫະປະຊາຊາດ
ແລ້ວ ພາຍຸໄຕ້ຝຸ່ນມັງຄຸດ ຈະສົ່ງຜົນກະທົບຕໍ່ປະຊາຊົນ ຫຼາຍເຖິງ 43 ລ້ານ 4 ແສນຄົນ
ກ່ອນທີ່ຈະອ່ອນກຳລັງລົງ.

ຜູ້ປົກຄອງເກາະ ຄາກາຢານ ຂອງຟີລິບປິນ ທ່ານ ແມນນູແອລ ມຳບາ ໄດ້ກ່າວວ່າ
ບັນດາເຈົ້າໜ້າທີ່ ຈະເລີ້ມຍົກຍ້າຍປະຊາຊົນໃນເກາະດັ່ງກ່າວ ອອກຈາກພື້ນທີ່
ໃນວັນພະຫັດມື້ນີ້. ທ່ານໄດ້ອອກຄຳສັ່ງໃຫ້ປິດ ໂຮງຮຽນ ແລະໂຮງການຂອງ
ລັດຖະບານຕ່າງໆ ໄປແລ້ວ.

ທ່ານ ມຳບາ ໄດ້ກ່າວວ່າ “ຂ້າພະເຈົ້າໄດ້ເນັ້ນໜັກວ່າ ພາຍຸຫົວນີ້ ແມ່ນແຕກຕ່າງ
ຫຼາຍແທ້ໆ ອັນນີ້ຖືວ່າ ສະຫລັບຊັບຊ້ອນ ຍ້ອນວ່າອາດເກີດຄື້ນຟອງໃຫຍ່ຊັດເຂົ້າມາ.”

ມີລາຍງານວ່າ ພາຍຸໄຕ້ຝຸ່ນມັງຄຸດ ເປັນພາຍຸຫົວທີ 15 ໃນປີນີ້ ທີ່ຈະພັດເຂົ້າຖະລົ່ມ
ຟີລິບປິນ.

ອ່ານຂ່າວນີ້ຕື່ມ ເປັນພາສາອັງກິດ

XS
SM
MD
LG