ສານສູງສຸດຂອງຟິລິບປີນ ໄດ້ຕັດສິນເຫັນພ້ອມໃນຂໍ້ຕົກລົງປ້ອງກັນປະເທດຮ່ວມກັບສະຫະ ລັດ.
ລັດຖະບານຂອງປະທານາທີບໍດີ Benigno Aquino ໄດ້ລົງນາມໃນຂໍ້ຕົກລົງ ຂະຫຍາຍການຮ່ວມມືດ້ານປ້ອງກັນປະເທດກັບເຈົ້າໜ້າທີ່ສະຫະລັດໃນປີ 2014 ໂດຍໄດ້ອະນຸຍາດໃຫ້ກອງກຳລັງສະຫະລັດສາມາດເກັບຮັກສາອາວຸດຍຸດທະພັນໄວ້ໃນປະເທດຟີລິບປິນເພື່ອນຳໃຊ້ໃນການຮັກສາຄວາມປອດໄພຂອງປະເທດ ການປະຕິບັດງານທາງທະເລ ແລະການຮັບມືກັບໄພພິບັດທາງທຳມະຊາດຕ່າງໆ. ການທ້າທາຍທາງກົດໝາຍໄດ້ມີຂຶ້ນຕໍ່ຂໍ້ຕົກລົງດັ່ງ ກ່າວ ໂດຍກຸ່ມທີ່ຄັດຄ້ານ ຕໍ່ການມີໜ້າທາງທະຫານໃດໆກໍຕາມ
ຂອງສະຫະລັດ ໃນອະດີດຫົວເມືອງຂຶ້ນຂອງສະຫະລັດແຫ່ງນີ້.
ແຕ່ວ່າ ໂຄສົກສານສູງສຸດ ທ່ານ Theodore Te ກ່າວວ່າ ສານໄດ້ລົງຄະແນນສຽງ 10
ຕໍ່ 4 ໃນວັນອັງຄານມື້ນີ້ວ່າ ຂໍ້ຕົກລົງດັ່ງກ່າວ ບໍ່ຈຳເປັນຕ້ອງໄດ້ຮັບການເຫັນດີຈາກລັດຖະ ສະພາ ເພາະວ່າ ໃນຖານະຂໍ້ຕົກລົງຂອງຝ່າຍບໍລິຫານນັ້ນ ມັນແມ່ນການຈັດຕັ້ງປະຕິບັດກົດໝາຍແລະສົນທິສັນຍາຕ່າງໆທີ່ມີຢູ່ແລ້ວໃນປະຈຸບັນ.
ຂໍ້ຕົກລົງທີ່ວ່ານີ້ ແມ່ນໄດ້ຮຽກຮ້ອງໃຫ້ມີຂຶ້ນໂດຍທ່ານ Aquino ທີ່ພວມຊອກຫາຊ່ອງທາງ ເພື່ອເສີມຂະຫຍາຍຄວາມສາມາດທາງທະຫານຂອງຟີລິບປິນ ເພື່ອຮັບມືກັບການຮຸກຮານທີ່ ກ້າຫານຫຼາຍຂຶ້ນຂອງຈີນ ໃນການອ້າງເອົາກຳມະສິດຢູ່ໃນທະເລຈີນໃຕ້ ທີ່ອຸດົມສົມບູນໄປດ້ວຍຊັບພະຍາກອນ ແບບບໍ່ເອົາຫົວຊາຕໍ່ການອ້າງເອົາກຳມະສິດຈາກທາງມະນີລາ ພ້ອມທັງຫວຽດນາມ ໄຕ້ຫວັນ ມາເລເຊຍແລະບຣູໄນ. ຂໍ້ຕົກລົງດັ່ງກ່າວ ຍັງແມ່ນສ່ວນນຶ່ງຂອງ ຍຸດທະສາດປະທານາທິບໍດີສະຫະລັດ ທ່ານ ບາຣັກ ໂອບາມາໃນອັນທີ່ເອີ້ນວ່າ “ການຫັນ” ຈຸດເພັ່ງເລັງ ຄືນໄປຍັງຂົງເຂດອເຊຍ-ປາຊິຟິກ ຂອງສະຫະລັດນັ້ນ.