ລິ້ງ ສຳຫລັບເຂົ້າຫາ

ວັນອັງຄານ, ໑໙ ມີນາ ໒໐໒໔

ຟີລິບປິນ ອະນຸຍາດໃຫ້ກອງທັບສະຫະລັດ ສາມາດໃຊ້ຖານທັບ ໄດ້ຫຼາຍຂຶ້ນ


ລັດຖະມົນຕີກະຊວງປ້ອງກັນປະເທດຂອງສຫະລັດ ທ່ານລອຍ ອອສຕິນ (ຜູ້ທີສອງຈາກຊ້າຍ), ຍ່າງຜ່ານບັນດາທະຫານປ້ອງກັນ ໃນລະຫວ່າງທີ່ທ່ານເດີນທາງມາຮອດ ກະຊວງປ້ອງກັນປະເທດແຫ່ງຊາດ ຢູ່ໃນສູນ Camp Aguinaldo military ໃນເມືອງ ເກຊອນ, ນະຄອນຫຼວງມະນີລາ, ຟີລິບປິນ, ວັນພະຫັດ ທີ 2 ກຸມພາ 2023.
ລັດຖະມົນຕີກະຊວງປ້ອງກັນປະເທດຂອງສຫະລັດ ທ່ານລອຍ ອອສຕິນ (ຜູ້ທີສອງຈາກຊ້າຍ), ຍ່າງຜ່ານບັນດາທະຫານປ້ອງກັນ ໃນລະຫວ່າງທີ່ທ່ານເດີນທາງມາຮອດ ກະຊວງປ້ອງກັນປະເທດແຫ່ງຊາດ ຢູ່ໃນສູນ Camp Aguinaldo military ໃນເມືອງ ເກຊອນ, ນະຄອນຫຼວງມະນີລາ, ຟີລິບປິນ, ວັນພະຫັດ ທີ 2 ກຸມພາ 2023.

ສະຫະລັດ ແລະຟີລິບປິນ ໄດ້ປະກາດຂໍ້ຕົກລົງໃນວັນພະຫັດນີ້ວ່າ ຈະໃຫ້ກອງ ທັບສະຫະລັດ ​ສາ​ມາດໃຊ້ສະ​ຖານ​ທີ່ໃໝ່ 4 ແຫ່ງຂອງ​ກອງ​ທັບຟີລິບປິນ.

ຢູ່ໃນຖະແຫຼງການຮ່ວມ, ປະເທດທັງສອງ ບໍ່ໄດ້ໃຫ້ລາຍລະອຽດທີ່ເຈາະ​ຈົງກ່ຽວກັບສະ​ຖານ​ທີ່ ທີ່ກ່າວມານັ້ນໂດຍເວົ້າວ່າ ພວກມັນເປັນ “ເຂດຍຸດທະສາດຂອງປະເທດ.”

ການຂະຫຍາຍໂຕ ເປັນສ່ວນນຶ່ງຂອງຂໍ້ຕົກລົງ ກ່ຽວກັບການຍົກລະດັບຄວາມຮ່ວມມືທາງດ້ານຄວາມໝັ້ນຄົງຫຼື EDCA, ເຊິ່ງລວມທັງຖານທັບທີ່ມີຢູ່ແລ້ວ ​5 ແຫ່ງ.

ຢູ່ໃນຖະແຫຼງການເປີດເຜີຍວ່າ “ການເພີ້ມສະຖານທີ່ EDCA ໃໝ່ເຫຼົ່ານີ້ ຈະເປັນການຊ່ວຍໃຫ້ການສະໜັບສະໜຸນທາງດ້ານມະນຸດສະທໍາ ແລະໄພພິບັດທີ່ກ່ຽວຂ້ອງກັບການປ່ຽນແປງທາງສະພາບອາກາດຢູ່ໃນຟີລິບປິນ ມີຄວາມໄວຂຶ້ນ, ແລະຕອບສະໜອງ ຕໍ່ຄວາມທ້າທາຍອື່ນໆຮ່ວມກັນ.”

ຂໍ້ຕົກລົງໃໝ່ນີ້ ມີຂຶ້ນໃນຂະນະທີ່ປະເທດພັນທະມິດ ທີ່ຍາວນານທັງສອງ ພະ ຍາຍາມຮັບ​ມືຕໍ່ການສະແດງອອກ​ແບບ​ມີ​ຄວາມ​ໝັ້ນ​ໃຈ​ເພີ້ມ​ຂຶ້ນ​ຂອງ​ຈີນຕໍ່ໄຕ້ຫວັນ ແລະການເຄື່ອນໄຫວຕ່າງໆຂອງພວກເຂົາຢູ່ໃນເຂດທະເລຈີນໃຕ້.

ກ່ອນການປະກາດດັ່ງກ່າວ, ລັດຖະມົນຕີກະຊວງປ້ອງກັນປະເທດຂອງສະຫະ ລັດ ທ່ານລອຍ ອອສຕິນ ບອກກັບປະທານາທິບໍດີຂອງຟີລິບປິນ ທ່ານເຟີດິນານ ມາໂກສ ຈູເນ່ຍ ວ່າ ເປົ້າໝາຍຂອງສະຫະລັດແມ່ນ ເພື່ອເສີມສ້າງການພົວພັນທີ່ເຂັ້ມແຂງກັບຟີລິບປິນ “ທີ່ເປັນໄປໄດ້ໃນທຸກໆທາງ,” ແລະເພື່ອເປັນແຮງຜັກດັນໃຫ້ແກ່ຄວາມອາດສາມາດຂອງກອງທັບຟີລິບປິນ.

ທ່ານມາໂກສກ່າວວ່າ ອະນາຄົດຂອງປະເທດຟີລິບປິນ ແລະພູມິພາກເອເຊຍຕາເວັນອອກສຽງໃຕ້ “ຈະຕ້ອງໃຫ້ສະຫະລັດມີສ່ວນຮ່ວມຕະຫຼອດເວລາ ເພາະ ວ່າປະເທດພັນທະມິດດັ່ງກ່າວນັ້ນ ແມ່ນມີຄວາມເຂັ້ມແຂງຫຼາຍ.”

ອ່ານຂ່າວນີ້ເປັນພາສາອັງກິດ

XS
SM
MD
LG