ເຈົ້າໜ້າທີ່ກອງທັບຟີລິບປິນ ກ່າວໃນວັນພະຫັດ ມື້ນີ້ວ່າ ນຶ່ງໃນການໂຈມຕີ ທາງອາ
ກາດຂອງຕົນທີ່ຕັ້ງໃຈແນໃສ່ພວກຫົວຮຸນແຮງທີ່ເປັນເຄືອຂ່າຍຂອງກຸ່ມລັດອິສລາມ
ຢູ່ທີ່ເມືອງມາຣາວີ ທາງພາກໃຕ້ຂອງປະເທດ ກັບໄດ້ສັງຫານ ທະຫານຂອງຕົນ 10
ຄົນແລະບາດເຈັບອີກ 7 ຄົນ.
ລັດຖະມົນຕີ ກະຊວງປ້ອງກັນປະເທດຟີລິບປິນ ທ່ານ Delfin Lorenzana ກ່າວຕໍ່
ພວກນັກຂ່າວວ່າ “ການປະສານງານໄດ້ເກີດຄວາມຜິດພາດຂຶ້ນ ດັ່ງນັ້ນ ຈຶ່ງຖືກຄົນ
ຂອງພວກເຮົາເອງ.”
ການຖິ້ມລະເບີດດ້ວຍຄວາມຜິດພາດ ແມ່ນນຶ່ງໃນການໂຈມຕີທາງອາກາດຫຼາຍຄັ້ງ
ທີ່ທາງກອງທັບໄດ້ກະທຳໃນວັນພຸດວານນີ້ໃນຂະນະທີ່ກຳລັງທະຫານທາງພາກພື້ນ
ດິນພະຍາຍາມຂັບໄລ່ພວກຫົວຮຸນແຮງອອກໄປຈາກເມືອງດັ່ງກ່າວ.
ຄວາມຮຸນແຮງທີ່ເມືອງມາຣາວີໄດ້ລະເບີດຂຶ້ນໃນອາທິດແລ້ວຍ ເວລາກຳລັງຮັກສາ
ຄວາມສະຫງົບພະຍາຍາມທີ່ຈະໄປຈັບທ້າວ Isnilon Hapilon ທີ່ເອ໋ີ້ນກັນວ່າ ເປັນ
ຫົວໜ້າກຸ່ມລັດອິສລາມ ຢູ່ໃນຟີລິບປິນ ແລະພວກນັກລົບ ຂອງກຸ່ມດັ່ງກ່າວໄດ້ຕອບ
ໂຕ້ດ້ວຍການເຂົ້າຍຶດເອົາບາງເຂດຂອງເມືອງມາຣາວີ ແລະກໍຈັບເອົາຜູ້ຄົນເປັນໂຕ
ປະກັນ.
ທ້າວ Hapilon ເປັນນຶ່ງໃນພວກຜູ້ກໍ່ການຮ້າຍ ທີ່ທາງການຕ້ອງການໂຕຫຼາຍທີ່ສຸດ
ຢູ່ໃນບັນຊີລາຍຊື່ຂອງສະຫະລັດ ໂດຍໄດ້ຕັ້ງລາງວັນ ໃນການຈັບກຸມຜູ້ກ່ຽວໄວ້ 5
ລ້ານໂດລາ.
ການສູ້ລົບກັນຢູ່ເມືອງມາຣາວີ ໄດ້ສັງຫານພວກຫົວຮຸນແຮງ ຢ່າງໜ້ອຍ 95 ຄົນ ກຳ
ລັງຮັກສາຄວາມສະຫງົບ 30 ຄົນ ແລະ ພົນລະເຮືອນ 19 ຄົນ. ທ່ານ Lorenzana
ກ່າວໃນວັນພະຫັດມື້ນີ້ວ່າ 8 ໃນຈຳນວນພວກຫົວຮຸນແຮງ 9 ຄົນ ທີ່ຖືກຂ້າຕາຍນັ້ນ
ແມ່ນຊາວຕ່າງປະເທດ ຮວມທັງພວກນັກລົບຊາວເຊັສເນຍແລະອາຣັບ.