ລິ້ງ ສຳຫລັບເຂົ້າຫາ

ວັນເສົາ, ໒໗ ກໍລະກົດ ໒໐໒໔

ລັດຖະມົນຕີການຕ່າງປະເທດຟີລິບປິນ ກ່າວຕໍ່ຈີນແບບຮຸນແຮງ ໃນທວີດເຕີ ກ່ຽວກັບເຂດທະເລ ທີ່ມີການຂັດແຍ້ງກັນ


ລັດຖະມົນຕີການຕ່າງປະເທດຟີລິບປິນ Teodoro Locsin Jr. ຂອງຟີລິບປິນ ຍ່າງເຂົ້າໄປຫ້ອງປະຊຸມຂອງລັດຖະມົນຕີການຕ່າງປະເທດຂອງອາຊຽນ (ASEAN) ກ່ອນໝູ່ຢູ່ທີ່ນະຄອນຫລວງວຽງຈັນ, ວັນທີ 20 ກຸມພາ 2020. (ພາບໂດຍ AP)
ລັດຖະມົນຕີການຕ່າງປະເທດຟີລິບປິນ Teodoro Locsin Jr. ຂອງຟີລິບປິນ ຍ່າງເຂົ້າໄປຫ້ອງປະຊຸມຂອງລັດຖະມົນຕີການຕ່າງປະເທດຂອງອາຊຽນ (ASEAN) ກ່ອນໝູ່ຢູ່ທີ່ນະຄອນຫລວງວຽງຈັນ, ວັນທີ 20 ກຸມພາ 2020. (ພາບໂດຍ AP)

ລັດຖະມົນຕີກະຊວງການຕ່າງປະເທດຟີລິບປິນ ໃນວັນຈັນມື້ນີ້ໄດ້ຮຽກຮ້ອງໂດຍ ໃຊ້ຄໍາເວົ້າທີ່ຮຸນແຮງຢູ່ໃນທວີດເຕີວ່າ ກໍາປັ່ນຂອງຈີນຈົ່ງອອກຈາກເຂດໜ່ານນໍ້າທີ່ມີການຂັດແຍ້ງກັນ, ເຊິ່ງເປັນການເວົ້າໃຫ້ກັນແລະກັນຄັ້ງຫຼ້າສຸດ ຢູ່ໃນສົງຄາມທາງວາຈາກັບປັກກິ່ງ ກ່ຽວກັບການເຄື່ອນໄຫວຂອງປະເທດນັ້ນຢູ່ໃນເຂດທະເລຈີນໃຕ້, ອີງຕາມລາຍງານຂອງອົງການຂ່າວຣອຍເຕີສ໌.

ຄຳເຫັນດັ່ງກ່າວຂອງທ່ານ ເຕວດໍໂຣ ລອກຊິນ (Teodoro Locsin) ຜູ້ທີ່ຮູ້ກັນດີໃນບາງຄັ້ງຄາວວ່າເວົ້າແບບກົງໆໂລດ, ພາຍຫລັງມີການປະທ້ວງຂອງມະນີລາ ຕໍ່ສິ່ງທີ່ປະເທດນັ້ນເອີ້ນວ່າ ການມີໜ້າຂອງກໍາປັ່ນຂອງຈີນ ຫຼາຍຮ້ອຍລຳ “ແບບຜິດກົດໝາຍ” ຢູ່ພາຍໃນເຂດ 200 ໄມ ຂອງເຂດເສດຖະກິດສະເພາະ ຫລື EEZ ຂອງຟີລິບປິນ.

"ຈີນ, ເພື່ອນຂອງຂ້ອຍ, ຈະໃຫ້ຂ້ອຍເວົ້າແນວໃດດີ? ເອີ໊ ໃຫ້ຂ້ອຍຄິດເບິ່ງກ່ອນເດິ ... ໂອ້ …ຮີບອອກໄປດຽວນີ້," ນັ້ນຄືຄໍາເວົ້າຂອງທ່ານ ລອກຊິນ (Locsin) ທີ່ຂຽນຢູ່ໃນທວີດເຕີ ໃນບັນຊີສ່ວນຕົວຂອງທ່ານ.

“ສິ່ງທີ່ເຈົ້າກຳລັງເຮັດຕໍ່ມິດຕະພາບຂອງພວກເຮົາ? ແມ່ນເຈົ້າເອງ ບໍ່ແມ່ນພວກເຮົາ. ພວກເຮົາພະຍາຍາມ. ເຈົ້າ. ເຈົ້າຄືກັນກັບຄົນໂງ່ ທີ່ບັງຄັບຕົນເອງໃຫ້ສົນ ໃຈຊາຍເຈົ້າຊູ້ຄົນນຶ່ງທີ່ເຈົ້າຢາກເປັນໝູ່ນໍາ, ບໍ່ແມ່ນເປັນພໍ່ຂອງແຂວງນຶ່ງຂອງຈີນ ໄດ໋ ເດີ້… " ນັ້ນຄືຄໍາເວົ້າຂອງທ່ານລອກຊິນ.

ສະຖານເອກອັກຄະລັດຖະທູດຈີນ ປະຈຳມະນີລາບໍ່ໄດ້ຕອບໃນທັນທີທັນໃດ ຕໍ່ການໃຫ້ຄວາມເຫັນດັ່ງກ່າວ.

ເຈົ້າໜ້າທີ່ີຈີນ ກ່ອນໜ້ານີ້ ກ່າວວ່າ ກຳປັ່ນເຫຼົ່ານັ້ນ ທີ່ເຂົ້າໄປຢູ່ໃນເຂດເກາະຫີນວິດຊັນ ຮີຟ (Whitsun Reef) ແມ່ນພວກເຮືອຫາປາທີ່ພາກັນໄປຫຼົບ ທະເລທີ່
ປັ່ນປ່ວນ.

ອ່ານຂ່າວນີ້ເພີ້ມເປັນພາສາອັງກິດ

XS
SM
MD
LG