ລິ້ງ ສຳຫລັບເຂົ້າຫາ

ວັນເສົາ, ໒໗ ກໍລະກົດ ໒໐໒໔

ຟີລິບປີນ ໃຫ້ການຊ່ວຍເຫຼືອ ດ້ານກະສິກຳ ແກ່ປາປົວ ນິວກີເນຍ


ເຂົ້າຫຼາຍຊະນິດ ທີ່ຮ້ານຂາຍອາຫານ ຢູ່ເມືອງຕາກອາກາດ ເທິງພູບາກີໂອ ທາງພາກເໜືອ ຂອງຟິລິບປິນ ວັນທີ 17 ເມສາ 2016.
ເຂົ້າຫຼາຍຊະນິດ ທີ່ຮ້ານຂາຍອາຫານ ຢູ່ເມືອງຕາກອາກາດ ເທິງພູບາກີໂອ ທາງພາກເໜືອ ຂອງຟິລິບປິນ ວັນທີ 17 ເມສາ 2016.

ຟີລິບປິນ ຕາມປົກກະຕິແລ້ວ ແມ່ນເປັນຜູ້ຮັບການຊ່ວຍເຫຼືອ ຈາກຕ່າງປະເທດແຕ່ໃນ
ອາທິດນີ້ ແມ່ນມີໂອກາດພິເສດ ທີ່ໄດ້ເປັນຜູ້ໃຫ້ການຊ່ວຍເຫຼືອ ໃນຂະນະທີ່ລັດຖະ
ບານຟີລິບປິນ ໄດ້ຕົກລົງທີ່ຈະຊ່ວຍປາປົວ ນິວກີເນຍ ໃນການເກັບກ່ຽວເຂົ້າ.

ເຈົ້າໜ້າທີ່ຟີລິບປິນ ແລະປາປົວ ນິວກີເນຍໄດ້ລົງນາມໃນຂໍ້ຕົກລົງສະບັບນຶ່ງ ໃນວັນ
ພຸດທີ່ຜ່ານມາ ກ່ຽວກັບການຮ່ວມມືໃນດ້ານກະສິກຳ ໂດຍສະເພາະແລ້ວແມ່ນການ
ປູກເຂົ້າ ການປະມົງນ້ຳຈືດ ແລະການປູກພືດອຸດສາຫະກຳ ອີງຕາມຄຳຖະແຫຼງຂອງ
ທຳນຽບປະທານາທິບໍດີ ທີ່ນະຄອນຫຼວງມະນີລາ.

ທ່ານໂຈນາທານ ຣາເວລາສ ຫົວໜ້າຍຸດທະສາດດ້ານການຕະຫຼາດຂອງທະນາຄານ
ບັງໂກ ເດິອໍໂຣ ອູນີແບັງຄ໌ ໃນນະຄອນຫຼວງມະນີລາກ່າວວ່າ “ເຂົ້າອາດຈະເປັນເລື້ອງ
ທີ່ສຳຄັນສຸດ ໃນຂໍ້ຕົກລົງລະຫວ່າງປະເທດທັງສອງໃນຂະນະທີ່ຟີລິບປິນ ແມ່ນເຄີຍ
ໃຫ້ການຊ່ວຍເຫຼືອກ່ຽວກັບເທັກນິກໃນການປູກເຂົ້າແກ່ຕ່າງປະເທດມາແລ້ວ.

ຮູບພາບໂຮງງານແກັສ ເອັກຊອນໂມບິລ ທີເຮັດຄວາມເຢັນ ໃນເຂດປາປົວ ນິວກີເນຍ ທີ 1 ກຸມພາ 2018.
ຮູບພາບໂຮງງານແກັສ ເອັກຊອນໂມບິລ ທີເຮັດຄວາມເຢັນ ໃນເຂດປາປົວ ນິວກີເນຍ ທີ 1 ກຸມພາ 2018.

​ທ່ານ ຣາເວລາສ ກ່າວຕື່ມວ່າ “ການປູກເຂົ້າ ແມ່ນຕ້ອງມີຄວາມລະມັດລະວັງເປັນທີ່
ສຸດ ໂດຍສະເພາະແລ້ວຖ້າທ່ານຢູ່ໃນປະເທດທີ່ຕັ້ງຢູ່ໃນເຂດເສັ້ນສູນສູດກ່ອນຈະ
ເກັບກ່ຽວພັດມີຝົນຕົກ. ພວກເຮົາມີສະຖານທີ່ທີ່ຈະອຳນວຍກ່ຽວກັບພັນເຂົ້າຊະນິດ
ຕ່າງໆທີ່ອາດຕ້ານທານຕໍ່ນ້ຳຫຼືສິ່ງອື່ນໆ.”

ຟີລິບປີນ ໃນຖານະປະເທດທີ່ກຳລັງພັດທະນາໄດ້ຮັບເອົາການຊ່ວຍເຫຼືອ ແລະການ
ໃຫ້ຄຳໝັ້ນສັນຍາໃນການລົງທຶນຂອງປະເທດອື່ນໆໃນມູນຄ່າຫຼາຍພັນລ້ານໂດລາ.

ຄົນງານຜູ້ນຶ່ງກຳລັງຍ່າງຂຶ້ນກອງໄຖ່ເຂົ້າ ຢູ່ສາງອາຫານແຫ່ງຊາດ ໃນນະຄອນມະນີລາ ທີ 12 ພຶດສະພາ 2015.
ຄົນງານຜູ້ນຶ່ງກຳລັງຍ່າງຂຶ້ນກອງໄຖ່ເຂົ້າ ຢູ່ສາງອາຫານແຫ່ງຊາດ ໃນນະຄອນມະນີລາ ທີ 12 ພຶດສະພາ 2015.

ສ່ວນໃຫຍ່ແລ້ວແມ່ນມາຈາກຈີນ ຍີ່ປຸ່ນ ສະຫະລັດ. ຕົວຢ່າງຈີນກຳລັງໃຫ້ການຊ່ວຍ
ເຫຼືອໃນການສ້າງທາງລົດໄຟ ຊຶ່ງໃນເວລານີ້ແມ່ນເປັນສ່ວນນຶ່ງຂອງແຜນການສ້າງ
ພື້ນຖານໂຄງລ່າງໃຫ້ຟີລິບປິນ ມູນຄ່າ 269 ພັນລ້ານໂດລາໄປຮອດປີ 2022. ເມື່ອ
2 ປີກ່ອນ ປັກກິ່ງໃຫ້ຄຳໝັ້ນສັນຍາວ່າ ຈະໃຫ້ການຊ່ວຍເຫຼືອແລະການລົງທຶນ 24
ພັນລ້ານໂດລາແກ່ຟີລິບປິນ.

ອ່ານຂ່າວນີ້ເພີ້ມເປັນພາສາອັງກິດ

XS
SM
MD
LG