ລິ້ງ ສຳຫລັບເຂົ້າຫາ

ວັນພະຫັດ, ໒໘ ມີນາ ໒໐໒໔

ລມຕ ການຕ່າງປະເທດ ຂອງຟີລິບປິນ ປະຕິຍານວ່າ ປະເທດ ຈະຢູ່ໃນ ສປຊ ຕໍ່ໄປ


ສົບຂອງຊາຍຄົນໜຶ່ງ ຜູ້ທີ່ຕຳຫຼວດ ໄດ້ກ່າວວ່າ ຖືກຂ້າຕາຍ ໃນລະຫວ່າງ ປະຕິບັດການທັບມ້າງ ຢາເສບຕິດ "Shabu" ຫຼື (Meth), ສາມາດເບິ່ງເຫັນໄດ້ ຢູ່ໃນ ນະຄອນຫຼວງ ມານີລາ ຂອງ Philippines, ວັນທີ 18 ສິງຫາ 2016.
ສົບຂອງຊາຍຄົນໜຶ່ງ ຜູ້ທີ່ຕຳຫຼວດ ໄດ້ກ່າວວ່າ ຖືກຂ້າຕາຍ ໃນລະຫວ່າງ ປະຕິບັດການທັບມ້າງ ຢາເສບຕິດ "Shabu" ຫຼື (Meth), ສາມາດເບິ່ງເຫັນໄດ້ ຢູ່ໃນ ນະຄອນຫຼວງ ມານີລາ ຂອງ Philippines, ວັນທີ 18 ສິງຫາ 2016.

ລັດຖະມົນຕີ ຮັກສາການດ້ານການຕ່າງປະເທດ ຂອງຟີລິບປິນ ທ່ານ Perfecto Yasay ກ່າວວ່າ ປະເທດໃນເຂດປາຊີຟິກນີ້ ຈະຢູ່ໃນ ອົງການສະຫະປະຊາຊາດ ຫຼື U.N. ຕໍ່ໄປ ໂດຍເວົ້າໜ້ອຍລົງເຖິງບັນຫາການຂົ່ມຂູ່ທີ່ຈະຖອນປະເທດ ອອກຈາກ U.N. ໂດຍ ປະທານາທິບໍດີ Rodrigo Duterte.

ທ່ານ Duterte ໄດ້ອອກຖະແຫລງການຂົ່ມຂູ່ ເມື່ອວັນອາທິດວານນີ້ ໃນການຕອບໂຕ້ ຕໍ່ການຕຳໜິ ​ການ​ປຸກລະດົມຕໍ່ຕ້ານຄ້າຢາເສບຕິດ ທີ່ກໍ່ໃຫ້ເກີດຄວາມບໍ່ສະຫງົບ ຂອງ ທ່ານນັ້ນ ໂດຍອົງການດັ່ງກ່າວ ລວມທັງ ເລຂາທິການໃຫຍ່ ຂອງອົງການ ທ່ານ Ban Ki-moon ນຳດ້ວຍ. ເມື່ອຕົ້ນສັບປະດາຜ່ານມາ ທ່ານ Duterte ໄດ້ກ່າວວ່າ U.N. ໄດ້ຕັ້ງ “ຂໍ້ສະເໜີ ທີ່ໂງ່ຈ້າທີ່ສຸດ” ໃນການຕຳໜິຄວາມພະຍາຍາມຂອງທ່ານ.

ທ່ານ Yasay ໄດ້ບອກບັນດານັກຂ່າວ ຢູ່ທີ່ນະຄອນຫຼວງ ມານີລາ ໃນວັນຈັນມື້ນີ້ ວ່າ ຖະແຫລງການຂອງທ່ານ Duterte ນັ້ນ ເປັນພຽງການສະແດງອອກເຖິງຄວາມຮູ້ສຶກ “ທີ່ຜິດຫວັງ ແລະ ທໍ້ໃຈ ຢ່າງເລິກເຊິ່ງ” ກັບ U.N.

ຢ່າງນ້ອຍ ຜູ້ຕ້ອງສົງໄສ ວ່າເປັນພວກຄ້າຢາເສບຕິດ 1,000 ຄົນ ໄດ້ຖືກສັງຫານ ນັບຕັ້ງແຕ່ປະທານາທິບໍດີ ໄດ້ເຂົ້າຮັບຕຳແໜ່ງ ໃນເດືອນມິຖຸນາ ເປັນຕົ້ນມາ ໂດຍ ທີ່ທ່ານໄດ້ຊະນະການເລືອກຕັ້ງ ດ້ວຍການໃຫ້ຄຳສັນຍາ ວ່າ ຈະກວດລ້າງ ພວກຄ້າ ຢາເສບຕິດທີ່ຜິດກົດໝາຍ ແລະ ພວກອາຊະຍາກອນ ອອກໄປຈາກປະເທດເກາະ ດອນແຫ່ງນີ້.

ອ່ານຂ່າວນີ້ຕື່ມ ເປັນພາສາອັງກິດ

Philippines - UN
please wait
Embed

No media source currently available

0:00 0:01:23 0:00

XS
SM
MD
LG