ບັນດາເຈົ້າໜ້າທີ່ຄຸ້ມຄອງໄພພິບັດຂອງຟີລິບປິນກ່າວວ່າ
ໃນປັດຈຸບັນນີ້ມີຄົນເສຍຊີວິດໄປແລ້ວ 53 ຄົນຫລັງຈາກ
ໄດ້ມີຝົນຕົກໜັກມາເປັນເວລານຶ່ງເດືອນແລະເກີດນໍ້າຖ້ວມ
ໃນທົ່ວປະເທດ.
ມີລາຍງານແຈ້ງໃຫ້ຊາບວ່າ ຍັງມີປະຊາຊົນຕື່ມອີກຫລາຍ
ກວ່າສິບຄົນຫາຍສາບສູນໄປຈາກໄພຫາຍຍະນະດັ່ງກ່າວ
ຊຶ່ງສ່ວນຫລາຍກໍແມ່ນຕາຍດຶກນໍ້າ ຫລືບໍ່ກໍເສຍຊີວິດຈາກດິນເຈື່ອນທັບ. ມີລາຍງານເຊ່ນກັນວ່າ ພວກຊາວປະມົງຫລາຍຄົນກໍໄດ້ຫາຍສາບສູນໄປ.
ອົງການຄຸ້ມຄອງໄພພິບັດ ກ່າວວ່າ ຢ່າງນ້ອຍປະຊາຊົນຈໍານວນ 1 ລ້ານ 5 ແສນຄົນໃນ 25 ແຂວງໄດ້ຮັບຜົນ
ກະທົບຈາກລົມພາຍຸຝົນຕົກໜັກນີ້ ຊຶ່ງໄດ້ເກີດຈາກການ
ປ່ຽນແປງຂອງດິນຟ້າອາກາດໃນມະຫາສະມຸດປາຊີຟິກ.
ບັນດາເຈົ້າໜ້າທີ່ກ່າວວ່າ ພວກຊາວບ້ານຊາວເມືອງ ທີ່
ອາໄສຢູ່ໃນເຂດແຄມທະເລທາງພາກຕາເວັນອອກຂອງຟີລິບປິນ ຄາດໄດ້ວ່າຈະມີຝົນ
ຕົກໜັກຕື່ມອີກໃນຫລາຍສັບປະດາຕໍ່ໜ້ານີ້ ຊຶ່ງອາດສາມາດເຮັດໃຫ້ວິກິດການດັ່ງກ່າວ
ຍິ່ງຮ້າຍແຮງຕື່ມອີກ.