ລິ້ງ ສຳຫລັບເຂົ້າຫາ

ວັນພະຫັດ, ໒໘ ມີນາ ໒໐໒໔

ຊາວປະມົງຟີລິບປີນ ຍັງບໍ່ກ້າ ເຂົ້າໄປຫາປາ ໃນເຂດນ່ານນ້ຳ ທີ່ເປັນຂໍ້ຂັດແຍ້ງກັນ ກັບຈີນ (ສະໄລດ໌)


ທ້າງ Macario Sepulveda ກັບຕັນເຮືອຫາປາ Prince John Paul ເວົ້າວ່າ ດຽວນີ້ເຮືອຂອງລາວບໍ່ເຂົ້າໄປຮອດ ວົງລັດສະໝີ 55 ຫລັກ ຈາກເຂດທະເລຕື້ນ Scarborough Shoal ດ້ວຍຊ້ຳ, ວັນທີ 24 ມີນາ 2014. (Simone Orendain/VOA)
ທ້າງ Macario Sepulveda ກັບຕັນເຮືອຫາປາ Prince John Paul ເວົ້າວ່າ ດຽວນີ້ເຮືອຂອງລາວບໍ່ເຂົ້າໄປຮອດ ວົງລັດສະໝີ 55 ຫລັກ ຈາກເຂດທະເລຕື້ນ Scarborough Shoal ດ້ວຍຊ້ຳ, ວັນທີ 24 ມີນາ 2014. (Simone Orendain/VOA)
ເມື່ອເກືອບ 2 ປີກ່ອນ​ນີ້ ເຮືອລົບຂອງປະເທດຈີນແລະຟີລິບປີນ ໄດ້ປະເຊີນໜ້າກັນເປັນເວລາຫຼາຍເດືອນ ຢູ່​ບໍລິ​ເວນທະເລຕື້ນ
​ແຫ່ງ​ນຶ່ງ​ທີ່​ເປັນຂໍ້ຂັດແຍ້ງກັນ ຢູ່ໃນເຂດທະເລຈີນໃຕ້. ມາ​ຮອດ
ອາທິດ​ນີ້ ຊາວປະ ມົງທ້ອງຖິ່ນບາງ​ຄົນ ຍັງຫຼີກລ່ຽງບໍລິ​ເວ​ນນັ້ນ​ຢູ່.
ຂໍ້ຂັດແຍ້ງກ່ຽວ​ກັບ​ບໍລິ​ເວນ​ດັ່ງກ່າວນີ້ ຍັງມີການໂຕ້ແຍ້ງກັນຢ່າງ
ຮ້ອນແຮງ ​ເຖິງ​ແມ່ນ​ວ່າ​ໃກ້​ຈະ​ຮອດວັນ​ກຳນົດ​ເສ້ນ​ຕາຍ ສຳ​ຫລັບ​ໃຫ້ຟີລິບປີນຍື່ນຄຳຮ້ອງຮຽນຂອງ​ຕົນ ຕໍ່ສານໄກ່ເກ່ຍສາກົນ ຕ້ານ​
ປະ​ເທດຈີນ​ກ່ຽວ​ກັບການ​ຍາດແຍ່ງດິນ ແດນກັນ​ດັ່ງກ່າວ​ກໍ​ຕາມ.
ຜູ້​ສື່​ຂ່າວ​ວີ​ໂອ​ເອ Simone Orendain ໄດ້ໄປຢ້ຽມຢາມເມືອງ
Masinloc ທີ່ຕັ້ງຢູ່ແຄມ ຝັ່ງທະເລຈີນໃຕ້ ແລະສົ່ງລາຍງານມາ
ຊຶ່ງ​ດາຣາຈະ​ນຳ​ມາສະເໜີທ່ານ.

Macario Sepulveda ​ຫາປາຢູ່ໃນເຂດທະເລຈີນໃຕ້ ມາໄດ້ດົນກ່ວາ 30 ປີ. ລາວເວົ້າ
ວ່າ ລາວ​ເຄີຍຂັບເຮືອທີ່​ລາວ​ເປັນກັບຕັນ​ນັ້ນ ໄປຫາ​ປາຢູ່​ເຂດ Scarborough Shoal ​
ເປັນປະຈຳ ຈົນມາຮອດປະມານ 2 ປີກ່ອນ. ລາວກ່າວວ່່າ ພວກເຮືອສຳ​ຫລວດນ້ອຍໆ
ທີ່ສື່ສານກັບເຮືອຫາປາລຳໃຫຍ່ ເພື່ອແຈ້ງ​ໃຫ້​ຮູ້​ກ່ຽວ​ກັບ​ເຂດ​ທີ່ອຸດົມສົມບູນ​ໄປ​ດ້ວຍປາ
ຢູ່​ໃກ້​ບໍລິ​ເວນທະເລຕື້ນນັ້ນ ກຳລັງຖືກຂັບໄລ່ອອກຈາກບໍລິ​ເວນດັ່ງກ່າວ ໂດຍເຮືອສັງ
ເກດການຂອງຈີນ.

Sepulveda ເວົ້າ​ວ່າ: “ເວລາ​ໃດທີ່ພວກເຮົານຳເອົາປາທີ່ຫາໄດ້ນັ້ນ ກັບ​ເມືອບ້ານ ພວກເຮົາຈະປະເຮືອສຳ​ຫລວດໄວ້ຢູ່ກາງທະເລ. ແລະຖ້າຫາກວ່າ ນ້ຳທະເລປັ່ນ​ປ່ວນມີຄື້ນແຮງ ​ແຕ່​ກ່ອນເຂົາ​ເຈົ້າ​ແມ່ນ​ຈະສາມາດກັບເຂົ້າໄປພັກອາ​ໄສຢູ່ໃນ
ເຂດທະ​ເລຕື້ນນັ້ນ​ໄດ້. ​ແຕ່ດຽວນີ້ ພວກເຂົາບໍ່ສາມາດເຮັດແນວນັ້ນໄດ້ອີກ.”


Sepulveda ເວົ້າວ່າ ບໍລິ​ເວນອ້ອມ​ເຂດທະເລຕື້ນ Scarborough ທີ່ຄົນທ້ອງຖິ່ນເອີ້ນ
ກັນວ່າ Bajo de Masinloc ນັ້ນ ​ແມ່ນປັ່ນ​ປ່ວນ ເຕັມໄປດ້ວຍຄື້ນ​ແຮງ ທີ່​ສາມາດຊັດ​
ເຮືອຂະ​ໜາດ​ນ້ອຍ​ໃຫ້​ໂຍກ​ໄປ​ໂຍກ​ມາ​ໄດ້​. ລາວ​ເວົ້າວ່າ ດຽວນີ້ ເຮືອລຳນ້ອຍໆບໍ່ອອກ
ໄປນອກເຂດທະເລ ຕື້ນ ກາຍ 55 ກິໂລແມັດ ຊຶ່ງໄດ້ເຮັດໃຫ້ປະລິ​ມານ​ປາ ​ທີ່​ເຂົາ​ເຈົ້າ​ຫາ​ໄດ້ຈາກ​ເຂດ​ນັ້ນ ຫຼຸດນ້ອຍລົງຫຼາຍ.
ໝູ່ເກາະ Spratly ໃນເຂດທະເລຈີນໃຕ້ ທີ່ຫລາຍໆປະເທດຍາດກັນອ້າງເອົາກຳມະສິດ.
ໝູ່ເກາະ Spratly ໃນເຂດທະເລຈີນໃຕ້ ທີ່ຫລາຍໆປະເທດຍາດກັນອ້າງເອົາກຳມະສິດ.

ເຈົ້າໜ້າທີ່ການປະມົງຂອງເມືອງ Masinloc ທ່ານ Jerry
Escape ກ່າວວ່າ ​ແຕ່​ກ່​ອນ ມີຊາວປະມົງຮອດ 10 ທີມ
ອອກໄປຫາ​ປາ​ຢູ່​ເຂດ Scarborough Shoal ຊຶ່ງ​ຢູ່​ຫ່າງ
​ອອກ​ໄປ 225 ກິໂລແມັດ ທາງທິດ ຕາເວັນຕົກຂອງເມືອງ.
ດຽວນີ້ ລາວວ່າມີພຽງແຕ່ເຮືອ 3 ລຳ​ເທົ່າ​ນັ້ນ ທີ່ສາມາດອອກ
​ໄປ​ຫາ​ປາ ຮອດ​ເຂດ​ນັ້ນໄດ້.

ທ່ານ Escape ​ເວົ້າ​ວ່າ “ບັນຫາກໍ​ຄືຄ່າໃຊ້ຈ່າຍຂອງ​ເຂົາ​
ເຈົ້າ ເວລາທີ່ເຂົາເຈົ້າອອກໄປຫາ​ປາ​ຮອດ​ພຸ້ນ ຄ່າ​ໃຊ້ຈ່າຍ
​ແມ່ນ​ຫຼາຍໂພດ. ໃນເມື່ອພວກເຂົາຈ່າຍຫຼາຍປານນັ້ນແລ້ວ ເວລາພວກເຂົາກັບຄືນ
ມາ ໂດຍທີ່ບໍ່ມີຫຍັງກັບມາຂາຍນັ້ນ ມັນ​ເຮັດ​ໃຫ້​ເຂົາ​ເຈົ້າ​ທຸກ​ລົງ.”

ທ່ານ Escape ເວົ້າວ່າ ການອອກຫາປາຖ້ຽວ​ນຶ່ງ ຊຶ່ງໃຊ້ເວລາດົນປະມານນຶ່ງອາທິດ ກ່ວາໆ
​ນັ້ນ ມີຄ່າໃຊ້ຈ່າຍປະມານ $2,000 ໂດລ່າ. ຕາມປົກກະຕິ ແມ່ນຫາປາໄດ້ປະມານ 1 ໂຕນ
ແລະສາມາດຂາຍປາ​ໄດ້ ໃນລາຄາ $2.20 ຫາ $3.30 ໂດລ່າ ຕໍ່ກິໂລ.

ທ່ານ Escape ເວົ້າຕື່ມວ່າ ການປະມົງແມ່ນນຶ່ງໃນສາມອຸດສາຫະກຳຫຼັກ ຢູ່ໃນເມືອງນີ້
ແລະລັດຖະບານທ້ອງຖິ່ນກຳລັງພະຍາຍາມແກ້ໄຂ ດ້ວຍການຈັດວາງບ່ອນຢູ່ອາໄສ
ຂອງປາຂຶ້ນຢູ່​ໃກ້​ແຄມຝັ່ງ ເພື່ອດຶງດູດປາ​ເຂົ້າມາ.

ລັດຖະບານຟີລິບປີນ ຢືນຢັນ​ວ່າ ເຂດທະເລຕື້ນ​ Scarborough Shoal ນັ້ນຢູ່ພາຍໃນ
ບໍລິ​ເວນ 370 ກິໂລແມັດຂອງເຂດເສດຖະກິດສະເພາະຂອງຕົນ ອິງຕາມກົດໝາຍສາ
ກົນ. ແຕ່່ຈີນ ທີ່ເອີ້ນເຂດນັ້ນວ່າ Huangyan ກ່າວວ່າ ຕົນມີ ອະທິປະ​ໄຕທີ່​ໂຕ້​ແຍ້​ງບໍ່​
ໄດ້ ​ເໜືອ​ພວກ​ໝູ່​ເກາະ​ໃນ
ທະເລຈີນໃຕ້ ແລະບໍລິ​ເວນ​ນ່ານນ້ຳທີ່ຢູ່ໃກ້ຄຽງ ຮວມທັ​ງ​ເຂດ
ທະເລຕື້ນ Huangyan
.

ປະເທດ ບຣູ​ໄນ ມາເລເຊຍ ຫວຽດນາມ ແລະໄຕ້ຫວັນ ຕ່າງ​ກໍ​ໄດ້​ອ້າງເອົາ​ກຳມະສິດ​
ເປັນ​ບາງ​ສ່ວນ​ຫຼືທັງ​ໝົດ ໃນບໍລິເວນທະເລຈີນ​ໃຕ້ ທີ່ມີ ປາຫຼວງຫຼາຍ ທັງຍັງເປັນເສັ້ນ
ທາງ​ການ​ຄ້າ​ທີ່​ສຳຄັນ ແລະເຊື່ອກັນວ່າ ມີ​ບໍ່​ທາດ hydrocarbon ສຳລອງຢ່າງຫຼວງ
ຫຼາຍນຳ. ​ໃນ​ບໍ່​ເທົ່າ​ໃດ​ປີຜ່ານມາ​ນີ້ ຈີນ​ໄດ້​ເພີ້​ມທະວີ​ການ​ລາດຕະ​ເວນ​ກວດກາ ຢູ່​ບໍລິ​
ເວນ​ນ່ານນ້ຳ​ດັ່ງກ່າວ​ຫຼາຍຂຶ້ນ.

​ໃນທ້າຍເດືອນມັງກອນ ຊາວປະມົງຈາກ​ເມືອງ Masinloc ​ໄດ້ລາຍງານຕໍ່ກອງທັບເຮືອ
ຟີລິບປີນວ່າ ເຮືອສັງເກດການຂອງຈີນໄດ້ໃຊ້ ປືນນ້ຳ ຂັບໄລ່ພວກເຂົາອອກໄປຈາກ
ເຂດນັ້ນ. ລັດຖະບານມານີລາ ສົ່ງໜັງ​ສືປະທ້ວງຕໍ່​ປັກກິ່ງ ກ່ຽວ​ກັບເຫດການທີ່ເກີດຂຶ້ນ.

ເດືອນນຶ່ງຕໍ່ມາ ກະຊວງການຕ່າງປະເທດຈີນ ກ່າວວ່າ ຕົນໄດ້ຂັບໄລ່ເຮືອ ຈຳນວນນຶ່ງ
ຈາກຟີລິບປີນ ທີ່ໄດ້ນຳ​ເອົາ​ອັນ​ທີ່​ຈີນເອີ້ນ​ວ່າ ອຸບປະກອນວັດຖຸກໍ່ສ້າງ ເຂົ້າໄປ​ເຂດ​ທະ​
ເລ​ຕື້ນ​ທີ່​ຊື່ວ່າ Second Thomas Shoal ອັນ​ເປັນ​ເຂດ​ຂັດ​ແຍ້​ງກັນອີກແຫ່ງນຶ່ງ ຢູ່​ໃນ​
ທະເລ​ຈີນ​ໃຕ້ ຕັ້ງຢູ່ທາງທິດຕາເວັນຕົກຂອງແຂວງ Palawan.

ຟີລິບປີນໄດ້ຍື່ນໜັງສືປະທ້ວງອີກຄັ້ງ​ນຶ່ງ ແລະຢືນຢັນວ່າ ຕົນ​ມີສິດທີ່ຈະຂົນສົ່ງສະບຽງ
ໄປໃຫ້ພະນັກງານທະຫານຂອງ​ຕົນ ທີ່ປະຈຳການຢູ່​ໃນເຂດທະເລຕື້ນ​ແຫ່ງນັ້ນ.

ໃນເດືອນມັງກອນປີແລ້ວນີ້ ຟີລິບປີນໄດ້ຍືນໝັງ​ສື​ຟ້ອງຮ້ອງ​ໄປ​ຍັງ​ສານ​ໄກ່ເກ່ຍສາກົນ
ກ່ຽວ​ກັບກໍລະນີ​ຂັດ​ແຍ້​ງກັນ​ ທີ່ທາງຟີລິບປີນເອີ້ນວ່າ ​ເປັນການ ກ່າວ​ອ້າງຫຼາຍ​ເກີນ​ໄປ​
ຂອງຈີນ ​ໃນ​ການອ້າງ​ເອົາ​ກຳມະສິດ​ເໜືອ​ເກືອບ​ວ່າເຂດແດນທັງໝົດໃນທະເລຈີນນັ້ນ.

ຈີນ ທີ່​ອິງ​ການ​ອ້າງ​ອຳມະ​ສິດ​ຂອງ​ຕົນ ໃສ່ແຜນທີ່ເກົ່າແກ່ນັ້ນ ໄດ້ປະຕິເສດຕໍ່ຄຳຟ້ອງ
ຮ້ອງ ແລະຍັງບໍ່ໄດ້ໃຫ້ຄຳຕອບ​ໃດໆ.

​ສ່ວນ​ທາງຟີ​ລິບ​ປິນນັ້ນ ກໍ​ໄດ້​ຢື່ນສະ​ເໜີ ​ເອກະສານຍາວ 4 ພັນ​ໜ້າ ​ສະໜັບສະໜຸນ​ຄຳ​
ຟ້ອງ​ຮ້ອງ​ຂອງ​ຕົ​ນ ຕໍ່​ສານ​ສາກົນ​ທີ່​ນະຄອນ Hague ນັ້ນ ໃນ​ວັນອາທິດ​ວານ​ນີ້.
XS
SM
MD
LG