ລິ້ງ ສຳຫລັບເຂົ້າຫາ

ວັນພະຫັດ, ໒໕ ເມສາ ໒໐໒໔

ປະທານາທິບໍດີຟິລິບປີນ ເຕືອນໃຫ້ລະວັງ ການກໍ່ການຮ້າຍ ໃນງານບຸນສາສະໜາ ປະຈໍາປີ


ປະທານາທິບໍດີ Benigno Aquino ແຫ່ງຟີລິບປິນທີ່ກຸງມະນີລາ.
ວັນທີ 8, 2012.
ປະທານາທິບໍດີ Benigno Aquino ແຫ່ງຟີລິບປິນທີ່ກຸງມະນີລາ. ວັນທີ 8, 2012.

ທ່ານ Benigno Aquino ປະທານາທິບໍດີ​ຟິລິບ​ປິນ​ໄດ້ປະກາດ​ເຕືອນ​ໃນ​ວັນ​ອາທິດ​ມື້​ນີ້​ວ່າ
ພວກ​ເຈົ້າໜ້າ​ທີ່​ໄດ້​ຄົ້ນ​ພົບ​ແຜນການ​ຂອງ​ພວກ​ກໍ່​ການ​ຮ້າຍທີ່​ຈະ​ຂັດຂວາງ​ທັບ​ມ້າງ​ຂະ​ບວນ
ແຫ່​ງານ​ບຸນສາສະໜາ​ປະ​ຈໍາປີ​ໃຫຍ່ໃນ​ນະຄອນຫລວງ​ມະນີລານັ້ນ.

ທ່ານ​ອາ​ຄີ​ໂນ ບໍ່​ໄດ້​ບົ່ງ​ບອກ​ວ່າ​ເປັນ​ກຸ່​ມກໍ່​ການ​ຮ້າຍຝ່າຍ​ໃດ ​ແຕ່​ກໍ​ກ່າວ​ໃນ​ກອງ​ປະຊຸມ​ໃຫ້
ສໍາພາດຂ່າວ​ວ່າ​ ມີ​ການ​ພົບ​ເຫັນພວກ​ກໍ່​ການ​ຮ້າຍ​ຫລາຍ​ຄົນ ​ເຄຶ່ອນ​ໄຫວຢູ່​ໃນ​ເມືອງ​ຫລວງ​
ມະນິລາ ​ແລະ​ວ່າ​ເຈົ້າໜ້າ​ທີ່​ຕໍາຫລວດ​ກໍາລັງ ພະຍາ​ຍາມ​ຈະ​ຈັບ​ໂຕ​ພວກ​ຕ້ອງ​ສົງ​ໄສແລະ​
ຂັດຂວາງ​ແຜນ​ໂຈມ​ຕີີ​ໃດໆ​ກໍ​ຕາມ.

ປະທານາທິບໍດີ​ຟິລິບ​ປິນກ່າວ​ວ່າ ການ​ຮັກສາ​ຄວາ​ມ​ໄພ​ຈະ​ແໜ້ນໜາ​ທີ່​ສຸດ ສໍາລັບ​ຂະ​ບວນ
ແຫ່​ຮູບສະ​ລັກຂອງພະ​ເຍຊູ ທີ່​ເອີ້ນ​ກັນ​ວ່າ the Black Nazarene ​ທີ່ແກ​ະສະ​ລັກດ້ວຍ​
ໄມ້ທີ່​ມີ​ອາຍຸ​ຫລາຍ​ສັດຕະ​ວັດ​ ​ໃນ​ວັນ​ຈັນ​ມື້​ອື່ນ​ນີ້ ຄືເປັນ​ງານ​ບຸນ​ປະ​ຈໍາປີ​ທີ່​ມີ​ພວກ​ຜູ້​ຊົມ​ເຂົ້າ
ຮ່ວມຫລາຍ​ຮ້ອຍ​ພັນ​ຄົນ​ນັ້ນ.

XS
SM
MD
LG