ລິ້ງ ສຳຫລັບເຂົ້າຫາ

ວັນເສົາ, ໒໗ ກໍລະກົດ ໒໐໒໔

2 ຄົນເສຍຊີວິດ ແລະຫຼາຍຄົນ ຍັງຫາຍສາບສູນ ຍ້ອນເຮືອຂ້າມຝາກຫລົ້ມ ຢູ່ຟີ​ລິບ​ປິນ (ສະໄລດ໌/ວີດີໂອ)


ບັນດາພະນັກ​ງານກູ້​ໄພ ກຳລັງຊອກ​ຫາ ພວກ​ທີ່ອາດ​ລອດ​ຊີວິດ
ຈາກ​ເຮືອຂ້າມ​ຝາກ​ ທີ່​ຫລົ້ມ​ເມື່ອ​ຄືນຜ່ານ​ມາ ​ຢູ່ໃນ​ພາກ​ກາງ
ຂອງຟີ​ລິບ​ປິນ ຊຶ່ງ​ມີ​ຢ່າງ​ນ້ອຍ 2 ຄົນ​ ໄດ້​ເສຍ​ຊີວິດ.

​ເຈົ້າໜ້າ​ທີ່​ກ່າວ​ໃນ​ວັນ​ອາທິດ​ມື້​ນີ້​ວ່າ ປະມານ 100 ຄົນຖືກ​ຊ່ວຍ
ໄວ້ໄດ້ ​ໂດຍ​ເຮືອ​ຫຼາຍໆລຳ ​ທີ່​ແລ່ນ​ກາຍ​ມາ ຫຼັງຈາກເຮືອ​ຂ້າມ​ຝາກ
ທີ່​ຊື່ວ່າ Maharlika Two ​ໄດ້​ຈົມ​ລົງ​ ​ໃນ​ທ່າມກາງລົມ​ພາ​ຍຸທີ່ເກີດ
ຂຶ້ນ​ຢ່າງກະທັນຫັນ​ ຫຼັງຈາກ​ທີ່ແລ່ນອອກ​ຈາກ​ທ່າ​ເຮືອ Liloan ຢູ່​
ແຂວງ Layte ໃຕ້​. ບັນດາ​ເຈົ້າໜ້າ​ທີ່​ຍັງ​ສືບ​ຕໍ່ຊອກ​ຫາ​ ພວກ​ທີ່​
ລອດຊີວິດ ຍ້ອນ​ບໍ່​ແນ່​ໃຈ​ວ່າ ​ມີຜູ້​ໂດຍສານ​ຈັກ​ຄົນ ​ຢູ່​ໃນ​ເຮືອຂ້າມ
​ຝາກ​ລຳ​ນັ້ນ.

​ໂຄສົກ​ຜູ້​ນຶ່ງ ກ່າວ​ວ່າ ​ເຮືອ​ຂ້າມ​ຝາກ Mharlika Two ​ໄດ້​ສົ່ງ​ສັນຍານ ຮ້ອງ​ຂໍ​ຄວາມຊ່ວຍ
​ເຫຼືອ ຫຼັງຈາກໃບ​ຂັດທ້າຍ​ເຮືອຫັກ ຊຶ່ງ​ເຮັດ​ໃຫ້​ເຮືອ​ຕາຍ ​ໃນ​ຂະນະ​ທີ່​ຖືກ​ຄື້ນທະ​ເລ ແລະ​
ລົມ​ແຮງ​ ຊັດ​ໄປ​ຊັດ​ມາ.

ອຸບັດ​ເຫດ​ດັ່ງກ່າວເກີດ​ຂຶ້ນ ​ໃນ​ຂະນະທີ່​ພາຍຸ​ເຂດ​ຮ້ອນ Kalmaegi ​ກຳລັງ​ພັດຜ່ານ​ໄປ​
ທາງທິດເໜືອ ​ມຸ້ງ​ໜ້າ​ໄປສູ່ທະ​ເລ​ຈີນ​ໃຕ້. ​ແຕ່​ໂຄສົກ​ໜ່ວຍ​ທະຫານຍາມ​ຝັ່ງ ທ່ານ Arman
Balilo ຖະ​ແຫລ​ງຕໍ່​ບັນດາ​ນັກ​ຂ່າ​ວວ່າ ບໍ່​ໄດ້ໃຫ້ການເຕືອນ​ໄພ​ລ່ວງໜ້າກ່ຽວ​ກັບ​ພາຍຸລູກ
​ນີ້ ລົງ​ໄປ​ທາງ ພາກໃຕ້ ​ຮອດແຂວງ Layte​ ໃຕ້ ​ໃນ​ເວລາ​ທີ່​ມີ​ອຸບັດ​ເຫດ​ເກີດ​ຂຶ້ນນັ້ນ.

PHILIPPINES FERRY VO
please wait
Embed

No media source currently available

0:00 0:00:32 0:00

XS
SM
MD
LG