ລິ້ງ ສຳຫລັບເຂົ້າຫາ

ວັນເສົາ, ໒໗ ກໍລະກົດ ໒໐໒໔

36 ຄົນເສຍຊີວິດ ຍ້ອນເຮືອຫຼົ້ມ ໃນ ຟີລິບປິນ


ຜູ້ໂດຍສານລອດຊີວິດຈາກເຮືອປີ້ນ ຮ້ອງໄຫ້ ຫຼັງຈາກໄດ້ມາຮອດ ທ່າເຮືອໃນເມືອງ Ormoc, ໃຈກາງປະເທດ ຟີລິບປິນ. 2 ກໍລະກົດ 2015
ຜູ້ໂດຍສານລອດຊີວິດຈາກເຮືອປີ້ນ ຮ້ອງໄຫ້ ຫຼັງຈາກໄດ້ມາຮອດ ທ່າເຮືອໃນເມືອງ Ormoc, ໃຈກາງປະເທດ ຟີລິບປິນ. 2 ກໍລະກົດ 2015

ບັນດາ​ເຈົ້າໜ້າ​ທີ່ ຟີ​ລິປິ​ນ ກ່າວ​ວ່າ ​ມີຢ່າງ​ນ້ອຍ 36 ຄົນ ​ເສຍ​ຊີວິດ ​ແລະ ອີກຫຼາຍສິບ​ຄົນ ຍັງຫາ​ສາບ​ສູນ ຫຼັງຈາກ​ເຮືອ​ຂ້າມ​ຟາກ​ລຳ​ນຶ່ງ ​ໄດ້​ຫຼົ້ມ ຢູ່ທາງ​ພາກ​ກາງຂອງ​ປະ​ເທດ.

ແຜນທີ່ເມືອງ Ormoc, ປະເທດ ຟີລິບປິນ
ແຜນທີ່ເມືອງ Ormoc, ປະເທດ ຟີລິບປິນ

​ເຮືອ​ຂ້າມ​ຟາກ Kim Nirvana ​ໄດ້ບັນຈຸຜູ້​ໂດຍສານ ຈຳນວນ 189 ຄົນ ​ໃນ​ວັນ​ພະຫັດ​ມື້​ນີ້ ເມື່ອ​ເຈົ້າໜ້າ​ທີ່ ກ່າວ​ວ່າ ມັນ​ໄດ້​ຂວ້ຳລົງ​ພຽງ​ບໍ່​ເທົ່າ​ໃດ ກິ​ໂລ​ແມັດ ຈາກຝັ່ງ ​ໃນ​ເມືອງ Ormoc ຂອງ​ເກາະ Leyte.

ໜ່ວຍ​ຍາມຝັ່ງ ກ່າວ​ວ່າ ຢ່າງ​ນ້ອຍ 127 ຄົນ ​ໄດ້​ຮັບ​ການ​ຊ່ວຍ​ເຫຼືອອອກ​ມາ​ໄດ້. ພວກ​ນັກ​ດຳນ້ຳ ກຳລັງ​ຊອກ​ຫາ​ພວກ​ຄົນອື່ນໆອີກ ຢ່າງ​ນ້ອຍ 26 ຄົນ ຢູ່​ໃນ​ເຮືອ​ທີ່​ຈົມ​ລົງ​ນ້ຳສ່ວນນຶ່ງ ທີ່​ຍັງ​ຫາຍ​ສາບ​ສູນ​ຢູ່​ນັ້ນ.

​ເຈົ້າ​ໜ້າ​ທີ່​ສຳ​ກຳລັງ​ສືບສວນ​ຢູ່​ວ່າ ບັນຫາ​ອາກາດ​ບໍ່​ດີ ຫຼື ຄວາມ​ຜິດພາດ​ຂອງ​ມມະນຸດ ທີ່​ນຳພາ​ໄປ​ສູ້​ການຫຼົ້ມ​ຂອງ​ເຮືອ​ໄມ້​ລຳນີ້, ​ເຊິ່ງຫາ​ກໍໄດ້​ເລີ່​ມດຳ​ເນີນ​ການເດີນທາງ​ໃນ​ເສັ້ນທາງປະຈຳ​ຫາ ​ໝູ່​ເກາະ Camotes.

ອຸບັດ​ເຫດ​ເຮືອ​ຂ້າມ​ຟາກ​ເຮັດ​ໃຫ້​ຄົນ​ເສຍ​ຊີວິດຫຼາຍສິບ, ຖ້າ​ບໍ່​ແມ່ນຫຼາຍ​ຮ້ອຍ​ຄົນ, ໃນແຕ່ລະປີ​ຢູ່​ປະ​ເທດ ຟີ​ລິບ​ປິນ, ເ​ຊິ່ງສ່ວນ​ໜຶ່ງ​ເປັນຍ້ອນ ​ບັນຈຸຄົນ​ເກີນກຳນົດ ​ແລະ ມາດຕະຖານ​ຄວາມ​ປອດໄພ​ຕ່ຳ. ບັນດາ​ເຮືອ​ໂດຍ​ສານ​ແມ່ນ​ລະບົບ​ການ​ຂົນ​ສົ່ງ​ທີ່​ມີ​ຄວາມ​ສຳຄັນ​ໃນ​ປະ​ເທດ​ທີ່​ເປັນ​ໝູ່​ເກາະຕ່າງໆ ທີ່ປະກອບດ້ວຍຫຼາຍ​ກວ່າ 7000 ເກາະນັ້ນ.

Philippines Ferry
please wait
Embed

No media source currently available

0:00 0:01:01 0:00

XS
SM
MD
LG