ລິ້ງ ສຳຫລັບເຂົ້າຫາ

ວັນສຸກ, ໒໖ ເມສາ ໒໐໒໔

ເສດຖະກິດຟີລິບປິນເຕີບໂຕຂຶ້ນ ໃນອັດຕາສູງທີ່ສຸດ ນັບແຕ່ ປີ 1986 ເປັນຕົ້ນມາ


ປະທານາທິບໍດີ Benigno Aquino ແຫ່ງຟີລິບປິນ
ປະທານາທິບໍດີ Benigno Aquino ແຫ່ງຟີລິບປິນ


















ຟີ​ລິບ​ປິນ​ແຈ້ງ​ໃຫ້​ຊາບກ່ຽວ​ກັບການ​ເຕີບ​ໂຕ​ດ້ານ​ເສດຖະກິດ​ທີ່​ແຂງ​ແຮງ​ທີ່​ສຸດ​ ນັບ​ແຕ່​ການ​ໂຄ່ນ​ລົ້ມ​ມື້​ລາງ​ປະທານາທິບໍດີ Ferdinand Marcos ​ເມື່ອ 24 ປີຜ່ານມາ.

ລັດຖະບານ​ກ່າວ​ໃນ​ວັນ​ຈັນ​ມື້​ນີ້​ວ່າ ຜົນ​ຜະລິດ​ຮວມພາຍ​ໃນ​ປະ​ເທດ​ໄດ້ ຂະຫຍາຍ​ໂຕ​ອອກ 7.3 ສ່ວນ​ຮ້ອຍ​ໃນ​ປີກາຍນີ້ ຊຶ່ງແມ່ນ​ລື່ນ​ໂຕ​ເລກ​ຄາດໝາຍ ຄື 5 ຫາ 6 ​ສ່ວນ​ຮ້ອຍ​ນັ້ນ​ຕັ້ງ​ຫລາຍ ​ແລະ​ກ່າວ​ຕື່ມ​ວ່າ ຄວາມ​ຄາດ​ຫວັງ​ສໍາລັບ​ປີ​ນີ້ ​ກໍ​ຈະ​ໜ້າຕື່ນ​ເຕັ້ນເທົ່າໆ​ກັນ.

ການ​ເຕີບ​ໂຕຢ່າງ​ໃຫບ່​ຂອງ​ເສດຖະກິດຟີ​ລິບ​ປີນ ​ໄດ້​ມີ​ຂຶ້ນ ຫລັງ​ຈາກ​ການ​ຂະຫຍາຍ​ໂຕ​ແຕ່ພຽງ​ 1.1 ສ່ວນ​ຮ້ອຍ​ໃນໄລຍະ​ທີ່​ເສດຖະກິດຂອງ​ ໂລກ​ຕົກ​ຕໍ່າ​ຖອຍຫລັງ​ ໃນ​ປີ 2009 ນັ້ນ. ບັນດາ​ເຈົ້າ​ໜ້າ​ທີ່​ກ່າວ​ວ່າ ການ​ເສດຖະກິດ​ທີ່​ດີ​ຂຶ້ນ​ນີ້ ​ແມ່ນ​ເປັນ​ຜົນ​ສືບ​ເນື່ອງມາ​ຈາກ​ການສົ່ງ​ອອກ ທີ່​ເພີ້​ມທະວີ​ຂຶ້ນ ການ​ໃຊ້​ຈ່າຍ​ຢ່າງ​ແຂງ​ແຮງ​ພາຍ​ໃນ​ປະ​ເທດ​ ແລະ​ການ​ປັບປຸງ​ໃນ​ພາກສ່ວນ​ການ​ກະ​ເສດ​ໃຫ້​ດີ​ຂຶ້ນ ​ຫລັງ​ຈາກ​ປະ​ເທດ​ໄດ້​ປະສົບ​ກັບ​ໄພ​ແຫ້ງ​ແລ້ງມາ​ຊົ່ວໄລຍະ​ນຶ່ງ.

ນອກ​ນັ້ນ ພວກ​ເຈົ້າ​ໜ້າ​ທີ່​ຍັງ​ກ່າວ​ຍ້ອງຍໍ​ພາບ​ພົດ​ໃນ​ການ​ລົງທຶນ​ທີ່​ດີ​ຂຶ້ນ​ຫລັງ​ຈາກ​ການ​ເລືອກ​ຕັ້ງ​ປະທານາທິບໍດີ Benigno Aquino ​ໃນ​ປີ​ແລ້ວ​ນີ້ ວ່າ​ເປັນ​ອີກ​ສາ​ເຫດ​ນຶ່ງ ຊຶ່ງ​ທ່ານ Aquino ​ໄດ້​ໂຄສະນາ​ຫາ​ສຽງ​ເລືອກ​ຕັ້ງ​ ທີ່​ມີນະ​ໂຍບາຍ​ຕໍ່ຕ້ານ​ການ​ສໍ້​ລາດ​ບັງ​ຫລວງ​. ພວກ​ເຈົ້າ​ໜ້າ​ທີ່​ຍັງ​ກ່າວ​ຕື່ມ​ວ່າ ມັນ​ເປັນ​ອັດຕາ​ການ​ເຕີບ​ໂຕ​ຂຶ້ນ​ໄວ​ທີ່​ສຸດ​ນັບ​ແຕ່​ການປະຕິວັດ​ຂອງ​ອໍານາດ​ປະຊາຊົນ ​ໄດ້​ໂຄ່ນ​ລົ້ມ​ມື້​ລາງ​ປະທານາທິບໍດີ Marcos ອອກ​ຈາກ​ຕໍາ​ແໜ່ງ​ໄປ​ໃນ​ປີ 1986 ​ເປັນ​ຕົ້ນ​ມາ.

XS
SM
MD
LG