ລິ້ງ ສຳຫລັບເຂົ້າຫາ

ວັນເສົາ, ໒໗ ກໍລະກົດ ໒໐໒໔

ປະທານາທິບໍດີ ປາກຮ້າຍ ເຂົ້າຮັບຕຳແໜ່ງ ໃນປະເທດ ຟີລິບປິນ


ປະທານາທິບໍດີ ຄົນໃໝ່ ທ່ານ Rodrigo Duterte (ຊ້າຍ) ຢືນຟັງປະທານາທິບໍດີ ຜູ້ທີ່ພົ້ນຈາກຕຳແໜ່ງທ່ານ Benigno Aquino ລົມກັບທ່ານ ກ່ອນທີ່ທ່ານ Aquino ຈະອອກຈາກທຳນຽບ Malacanang ໃນນະຄອນຫຼວງມະນີລາ, ປະເທດ ຟີລິບປິນ. 30 ມິຖຸນາ, 2016.
ປະທານາທິບໍດີ ຄົນໃໝ່ ທ່ານ Rodrigo Duterte (ຊ້າຍ) ຢືນຟັງປະທານາທິບໍດີ ຜູ້ທີ່ພົ້ນຈາກຕຳແໜ່ງທ່ານ Benigno Aquino ລົມກັບທ່ານ ກ່ອນທີ່ທ່ານ Aquino ຈະອອກຈາກທຳນຽບ Malacanang ໃນນະຄອນຫຼວງມະນີລາ, ປະເທດ ຟີລິບປິນ. 30 ມິຖຸນາ, 2016.

ຜູ້ຊາຍຄົນໜຶ່ງທີ່ມັກໃຊ້ຄຳເວົ້າຢ່າງຫຍາບຄາຍ ເຊິ່ງເປັນທີ່ຮູ້ຈັກສຳລັບການ ບັງຄັບໃຊ້ກົດ ໝາຍຢ່າງບໍ່ມີຄວາມປານີ ໃນຂັ້ນເມືອງນັ້ນ ໄດ້ເລີິ່ມ​ເຂົ້າຮັບ ໜ້າທີ່ເປັນປະທານາທິບໍດີ ຂອງປະເທດ ຟີລິບປິນ ໃນວັນພະຫັດມື້ນີ້ ດ້ວຍ ການໃຫ້ຄຳໝັ້ນສັນຍາທີ່ຈະເອົາມາດຕະ ການອັນໜັກ ຕໍ່ການກໍ່ອາຊະຍາ ກຳໃນທົ່ວປະເທດ ແຕ່​ໃນ​ຂະນະ​ດຽວ​ກັນ​ກໍມີຄວາມຫວັງ ວ່າທ່ານຈະດຳເນີນ ວາລະໜ້າທີ່ອັນກວ້າງຂວາງໃນຖານະທີ່ເປັນຜູ້ນຳຂອງປະເທດ.

ທ່ານ Rodrigo Duterte ອະດີດຜູ້ປົກຄອງເມືອງ Davao ທີ່ໃຫຍ່ເປັນອັນດັບ 2 ຂອງ ຟີລິບປິນ ໄດ້ເຂົ້າຮັບຕຳແໜ່ງຫຼັງຈາກໄດ້ເອົາຊະນະຜູ້ລົງແຂ່ງຄົນອື່ນໆ 4​ ຄົນໃນການ ເລືອກຕັ້ງເມື່ອເດືອນ​ແລ້ວນີ້ ດ້ວຍຄະແນນສຽງ 39 ເປີເຊັນ. ບຸກ ຄົນທີ່ຢູ່ນອກວົງການ ການເມືອງແຫ່ງຊາດ ອາຍຸ 71 ຄົນນີ້ ໄດ້ຖືກເລືອກເອົາ ສ່ວນໃຫຍ່ແມ່ນຍ້ອນປະຫວັດ ຂອງທ່ານ ​ໃນການປາບປາມອາຊະຍາກຳ ທີ່ ເມືອງ Davao ​ເຊິ່ງຄັ້ງໜຶ່ງເຄີຍເປັນຈຸດສູນ ກາງ​ໃນການຄ້າຂາຍຢາເສບຕິດ ແລະ ເປັນຖານທີ່ໝັ້ນຂອງກຸ່ມກະບົດຫົວຮຸນແຮງຝ່າຍ ຊ້າຍ.

ທ່ານ Duterte ໄດ້ກ່າວປະຕິຍານຕົນໃນຄຳປາໄສເຂົ້າຮັບຕຳແໜ່ງຂອງທ່ານ ທີ່ນະຄອນ ຫຼວງ ມານິລາ ວ່າຈະຕາມລ່າປາບປາມການສໍ້ລາດບັງຫຼວງ ແລະ ຢາເສບຕິດ​ໃຫ້​ສິ້ນຊາກ. ໃນການໃຊ້ພາສາທີ່ມີຄວາມໜັກແໜ້ນ ເຊິ່ງເປັນ ລັກສະນະພິເສດຂອງທ່ານນັ້ນ ທ່າຍັງໄດ້ ເຮັດໃຫ້ມີການສົງໄສຢ່າງກວ້າງ ຂວາງວ່າ ທ່ານໄດ້ສົ່ງໜ່ວຍສັງຫານຈຳນວນໜຶ່ງ ເພື່ອປະ ຕິບັດຄຳສັ່ງຂອງ ທ່ານໃນເມືອງ Davao.

ທ່່ານໄດ້ກ່າວວ່າ “ຂ້າພະເຈົ້າຮູ້ວ່າມີຄົນບາງຄົນທີ່ບໍ່ເຫັນດີ ກ່ຽວກັບ ວິທີທາງ ຂອງຂ້າ ພະເຈົ້າ ໃນການຕໍ່ສູ້ກັບການກໍ່ອາຊະຍາກຳ, ຢາເສບຕິດ ແລະ ການສໍ້ລາດບັງຫຼວງ. ເພື່ອເປັນການຕອບຄຳ​ຖາມ​ນີ້, ໃຫ້ຂ້າພະເຈົ້າກ່າວວ່າ ຂ້າພະເຈົ້າໄດ້ເຫັນວ່າການສໍ້ ລາດບັງຫຼວງມັນໄດ້ເຮັດວຽກຄືແນວໃດ. ຂ້າພະ ເຈົ້າໄດ້ເຫັນວ່າຢາເສບຕິດມັນໄດ້ທຳ ລາຍແຕ່ລະຄົນ ແລະ ກໍຄວາມສຳພັນ ຂອງຄົນແນວໃດ. ຂ້າພະເຈົ້າໄດ້ເຫັນວ່າການ ສໍ້ລາດບັງຫຼວງມັນໄດ້ເຮັດໃຫ້ ກອງທຶນຂອງລັດຖະບານເສຍຫາຍແນວໃດ.”

ທ່ານໄດ້ກ່າວເພີ່ມເຕີມວ່າ “ໃນຖານະທີ່ເປັນນັກກົດໝາຍ ແລະ ອະດີດໄອຍະ ການ, ຂ້າ ພະເຈົ້າຮູ້ຈັກຂີດຈຳກັດ ກ່ຽວກັບ ອຳນາດຂອງຜູ້ເປັນປະທານາທິບໍດີ. ທ່ານເຮັດວຽກ ຂອງທ່ານ ແລະ ຂ້າພະເຈົ້າກໍຈະເຮັດວຽກຂອງຕົນເອງ. ຂ້າພະ ເຈົ້າຮູ້ວ່າແມ່ນຫຍັງຖືກ ກົດໝາຍ ແລະ ແມ່ນຫຍັງທີ່ຜິດ.”

ໂຄສົກ ຂອງເມືອງ Davao ທ່ານ Leo Villareal ໄດ້ກ່າວວ່າ ໃນຖານະທີ່ເປັນ ຜູ້ປົກຄອງ ເມືອງດັ່ງກ່າວ ເປັນເວລາ 22 ປີ, ຜູ້ຊາຍຄົນ ​ນີ້ເຊິ່ງເປັນທີ່ຮູ້ຈັກ​ໃນຄວາມຫຍາບຄາຍ ແລະ ການຂົ່ມຂູ່ ເມື່ອຄຽດແຄ້ນກ່ຽວກັບບັນຫາໃດໜຶ່ງ, ລາວຈະທຳລາຍການກໍ່ອາຊະຍາກຳ​ໃນ​ແບບ​ທີ່ບໍ່​ສາມາດ​ທຳນາຍ​ໄດ້ເລີຍ.


ອ່ານຂ່າວນີ້ຕື່ມເປັນພາສາອັງກິດ

XS
SM
MD
LG