ລິ້ງ ສຳຫລັບເຂົ້າຫາ

ວັນສຸກ, ໒໙ ມີນາ ໒໐໒໔

ຟິລິບປີນ ກັກໂຕ ຊາວປະມົງ ຈີນ 11 ຄົນ


ແຜນທີ່ການຂັດແຍ້ງ ໃນທະເລຈີນໃຕ້
ແຜນທີ່ການຂັດແຍ້ງ ໃນທະເລຈີນໃຕ້
ລັດຖະບານ​ຟິລິບ​ປີນ ​ໄດ້​ກັກ​ໂຕ​ຊາວ​ປະມົງຈີນ 11 ຄົນ
​ແລະ​ເຮືອ​ຫາປາຂອງ​ເຂົາ​ເຈົ້າ​ໃນທະ​ເລ​ຈີນ​ໃຕ້ ​ເຮັດ​ໃຫ້
ມີ​ການ​ຕອບ​ໂຕ້ຢ່າງໂກດ​ແຄ້ນ ຈາກປັກ​ກິ່ງ.

​ເຫດການດັ່ງກ່າວ ​ຂົ່ມຂູ່​ທີ່ຈະເຮັດໃຫ້ຄວາມສຳພັນ​ ລະ
|ຫວ່າງປັກ​ກິ່ງແລະ​ມານິ ລາທີ່​ໄດ້​ພົວພັນ​ກັບ​ບັນຫາຂັດ
ແຍ້​ງອັນ​ຂົມ​ຂື່ນກ່ຽວ​ກັບເລື່ອງເຂດນຳ້ແດນ​ດິນ​ໃນ​ທະ​ເລ​
ຈີນ​ໃຕ້ຢູ່ແລ້ວນັ້ນ ຊຸດໂຊມລົງຕື່ມ.

ບັນດາ​ເຈົ້າ​ໜ້າ​ທີ່ຄຸ້ມຄອງການເດີນເຮືອ​ທາງ​ທະ​ເລ​ຂອງ
ຟິລິບ​ປີນກ່າວ​ວ່າ ພວກ​ລູກ​ເຮືອ​ຈີນ ​ໄດ້​ຖືກ​ຈັບ ​ໃນ​ຕອນ​
ເຊົ້າ​ວັນ​ອັງຄານ​ວານ​ນີ້ ​ໃກ້​ໆກັບຫາດ Half Moon ໃນ​ເຂດ​ໝູ່​ເກາະ Sprately.

ຊາວປະມົງຈີນຈຸນີ້ ​ໄດ້​ຖືກພົບ​ເຫັນ ມີເຕົ່າ​ທະ​ເລ​ຫລາຍ​ຮ້ອຍ​ໂຕຢູ່ໃນຄວາມຄອບຄອງ
ຊຶ່ງຈຳນວນນຶ່ງແມ່ນຖືກ​ປົກ​ໂດຍ​ກົດໝາຍ​ຄຸ້ມຄອງ​ສັດປ່າ ຂອງຟິລິບ​ປີນ.

ພວກ​ເຈົ້າ​ໜ້າ​ທີ່​ຟິລິບ​ປີນ ກ່າວ​ວ່າ ຊາວ​ປະມົງຈີນ​ ກຳລັງ​ຖືກ​ນຳໂຕໄປຍັງເກາະດອນ
ແຫ່ງນຶ່ງທີ່ຢູ່ໃກ້ຄຽງທີ່ສຸດ ບ່ອນ​ທີ່​ເຂົາ​ເຈົ້າ​ຈະ​ຖືກ​ຟ້ອງຮ້ອງ ຊຶ່ງບາງທີອາດ​ຈະແມ່ນ
ໃນຂໍ້ຫາລັກຈັບສັດທີ່ຕ້ອງຫ້າມ ຫລື​ການ​ຝ່າ​ຝືນ​ອື່ນໆ.

ກະຊວງ​ການ​ຕ່າງປະ​ເທດຈີນ ຮຽກຮ້ອງ​ໃຫ້ມາ​ນິລາ ປ່ອຍ​ຊາວ​ປະມົງຈີນ “​ໃນ​ທັນທີ”
​ແລະທວງໃຫ້ຟີລິບປິນ ໃຫ້ຄຳອະທິບາຍຕໍ່ອັນທີ່ຈີນເອີ້ນວ່າ ​ເປັນການ ກະທຳທີ່
“ທ້າທາຍເກາະຜິດ​” ນັ້ນ.
XS
SM
MD
LG