ລິ້ງ ສຳຫລັບເຂົ້າຫາ

ວັນເສົາ, ໒໗ ກໍລະກົດ ໒໐໒໔

ຟີລິບປິນ ກ່າວປະນາມຈີນ ຕໍ່ 'ການກະທຳທີ່ເປັນການບີບບັງຄັບ ທີ່ບໍ່ສົມເຫດສົມຜົນ' ໃນທະເລຈີນໃຕ້

ໃສຮູບຖ່າຍທີ່ສະໜອງໃຫ້ໂດຍກອງກຳລັງຍາມຝັ່ງຟິລິບປິນ, ກຳປັ່ນຍາມຟັ່ງຈີນລຳນຶ່ງ ໃຊ້ທໍ່ສີດນໍ້າແຮງດັນສູງ ສີດໃສ່ເຮືອຟິລິບປິນ ໃກ້ກັບເກາະຫາດຊາຍ ໂທມັສ ທີສອງ (Second Thomas Shoal), ໃນທະເລຈີນໃຕ້, ລະຫວ່າງພາລະກິດສະໜອງສະບຽບເພີ້ມຕື່ມຂອງຕົນ ໃນວັນທີ 5 ສິງຫາ 2023.

ຟີ​ລິບ​ປິນ​ ໃນ​ວັນ​ສຸກ​ນີ້ ​ໄດ້​ກ່າວ​ປະນາມ​ໜ່ວຍຍາມຝັ່ງ​ຂອງ​ຈີນ ​ຕໍ່ "ການກະທຳທີ່ເປັນການບີບບັງຄັບ ​ແລະ​ການ​ຊ້ອມລົບທີ່ເປັນອັນຕະລາຍ ໂດຍບໍ່ມີເຫດຜົນ", ລວມ​ທັງ​ການ​ໃຊ້​ທໍ່ສີດນໍ້າ​ຄວາມດັນສູງຂະໜາດໃຫຍ່ ​ສີດ​ໃສ່​ເຮືອ​ລຳ​ໜຶ່ງ​ຂອງ​ຕົນ, ໃນ​ຄວາມ​ພະ​ຍາ​ຍາມ​ທີ່​ຈະຂັດຂວາງ​ພາ​ລະ​ກິດ​ການ​ສະໜອງສະບຽງເພີ້ມຕື່ມ ​ຢູ່​ທະ​ເລ​ຈີນ​ໃຕ້, ອີງຕາມອົງການຂ່າວ ຣອຍເຕີສ໌.

ການ​ກະທຳ​ຂອງ​ຈີນ, ຟີ​ລິບ​ປິນກ່າວ​ວ່າ, ບໍ່​ພຽງ​ແຕ່ "​ເຮັດ​ໃຫ້​ຊີວິດ​ຂອງ​ປະຊາຊົນ​ພວກ​ເຮົາ​ຕົກ​ຢູ່​ໃນ​ຄວາມ​ສ່ຽງ", ​ແຕ່​ຍັງ "ເຮັດໃຫ້ເກີດຄຳຖາມ ​ແລະ ຄວາມ​ສົງ​ໄສ ຢ່າງຫຼວງຫຼາຍ ​ຕໍ່​ຄວາມ​ຈິງ​ໃຈ​ຂອງ​ການ​ຮຽກຮ້ອງ​ໃຫ້​ມີ​ການ​ເຈລະຈາ​ໂດຍ​ສັນຕິ."

ພາລະກິດ​ການ​ສະໜອງ​ສະບຽງເພີ້ມຕື່ມ​ ຕາມປົກະຕິ ເພື່ອສະໜັບສະໜູນພວກທະຫານຟີ​ລິບ​ປິນ ທີ່​ປະຈຳການ​ຢູ່​ເທິງ​ກຳ​ປັ່ນລົບ​ທີ່​ເປ່ເພຊຸດໂຊມ ​ເຊິ່ງເກຍຕື້ນຢູ່ເກາະຫາດຊາຍ ໂທມັສ ທີ່​ສອງ (Second Thomas Shoal), ອັນເປັນ​ເກາະ​ທີ່​ມີ​ການ​ຂັດ​ແຍ້​ງກັນ​ຢ່າງ​ຮ້ອນ​ແຮງ​ຢູ່ໃນ​ທະ​ເລ​ຈີນ​ໃຕ້ ​ທີ່​ມະນີ​ລາ​ເອີ້ນ​ວ່າ ອາຢູກິນ (Ayungin) ​ແລະເປັນທີ່ຮູ້ຈັກໃນຊື່ Renai Reef ​ໃນ​ຈີນ.

ອ່ານຂ່າວນີ້ເປັນພາສາອັງກິດ

XS
SM
MD
LG