ລິ້ງ ສຳຫລັບເຂົ້າຫາ

ວັນສຸກ, ໒໙ ມີນາ ໒໐໒໔

ລມຕ ກະຊວງພາຍໃນ ຟີລິບປິນ ຫາຍສາບສູນ ໃນເຫດເຮືອບິນຕົກ


ທ່ານ Jesse Robredo ລັດຖະມົນຕີກະຊວງພາຍໃນ ທີ່ມີອິດທິພົນສູງ ທີ່ຫາຍສາບສູນ ໃນເຫດເຮືອບິນຕົກລົງທະເລ ໃກ້ຝັ່ງຂອງຟີລິບປິນ ໃນວັນເສົາ ທີ 18 ສິງຫາ, 2012
ທ່ານ Jesse Robredo ລັດຖະມົນຕີກະຊວງພາຍໃນ ທີ່ມີອິດທິພົນສູງ ທີ່ຫາຍສາບສູນ ໃນເຫດເຮືອບິນຕົກລົງທະເລ ໃກ້ຝັ່ງຂອງຟີລິບປິນ ໃນວັນເສົາ ທີ 18 ສິງຫາ, 2012
ທີ່ຟີລິບປິນນັ້ນ ພວກນັກດໍານໍ້າ, ເຮືອກໍາປັ່ນ ແລະຍົນເຮລີ
ຄອບເຕີ້ ກໍາລັງພາກັນຊອກຄົ້ນ ຢູ່ໃນບໍລິເວນນ່ານນໍ້າ ໃກ້
ຝັ່ງທະເລຂອງພາກກາງຂອງຟີລິບປິນ ເພື່ອຊອກຫາລັດຖະ
ມົນຕີກະຊວງພາຍໃນ ທີ່ມີອິດທິພົນສູງ ແລະນັກບິນສອງຄົນ ລຸນຫລັງທີ່ເຮືອບິນນ້ອຍຂອງພວກເຂົາເຈົ້າ ໄດ້ຕົກລົງໃນທະ
ເລ ໃນວັນເສົາວານນີ້ ໃນຂະນະທີ່ພະຍາຍາມຈະລົງຈອດ ສຸກເສີນ.

ໃນວັນອາທິດມື້ນີ້ ປະທານາທິບໍດີຟີລິບປິນ ທ່ານ Benigno
Aqunio ໄດ້ ບິນໄປຍັງເກາະ Masbate ທາງພາກກາງຂອງ
ປະເທດ ເພື່ອກໍາກັບເບິ່ງນໍາການຊອກຄົ້ນຫາທ່ານ Jesse
Robredo ແລະນັກບິນສອງຄົນຂອງ ທ່ານ. ຜູ້ທີສີ່ຢູ່ໃນເຮືອບິນ
ລໍາດັ່ງກ່າວຊຶ່ງເປັນຜູ້ນຶ່ງໃນຈໍານວນຜູ້ຊ່ວຍວຽກທ່ານ Robredo
ນັ້ນ ຫລົບໜີອອກຈາກ ເຮືອບິນມາໄດ້ ໂດຍໄດ້ຮັບບາດເຈັບແຕ່ພຽງໜ້ອຍດຽວ.

ພວກເຈົ້າໜ້າທີ່ເວົ້າວ່າ ຈົນເຖິງເວລານີ້ ພວກເຂົາເຈົ້າໄດ້ພົບແຕ່ປີກຂ້າງນຶ່ງ ຂອງເຮືອບິນ ສ່ວນຕົວລໍານັ້ນ.

ທ່ານ Robredo, ລັດຖະມົນຕີກະຊວງພາຍໃນ ເປັນຜູ້ຄວບຄຸມຕໍາຫລວດແຫ່ງຊາດ ແລະ ໄດ້ຮັບຄວາມນິຍົມໃນໝູ່ມະຫາຊົນ ວ່າເປັນຜູ້ດໍາເນີນຄວາມ ພະຍາຍາມເພື່ອກວດລ້າງ ການສໍ້ລາດບັງຫລວງຢ່າງໃຫຍ່ຫລວງໃນວົງການກໍາລັງຮັກສາຄວາມສະຫງົບນັ້ນໃຫ້ໝົດໄປ.
XS
SM
MD
LG