ລິ້ງ ສຳຫລັບເຂົ້າຫາ

ວັນພະຫັດ, ໒໘ ມີນາ ໒໐໒໔

ພົບຊາກສົບ ຂອງທ່ານ Jesse Robredo ລັດຖະມົນຕີກະຊວງພາຍໃນ ຂອງຟິລິບປິນແລ້ວ



ທ່ານ Jesse Robredo ລັດຖະມົນຕີກະຊວງພາຍໃນຂອງຟິລິບປິນທີ່ເສຍຊີວິດຍ້ອນອຸບັດເຫດເຮືອບິນຕົກ
ທ່ານ Jesse Robredo ລັດຖະມົນຕີກະຊວງພາຍໃນຂອງຟິລິບປິນທີ່ເສຍຊີວິດຍ້ອນອຸບັດເຫດເຮືອບິນຕົກ
ພວກມະນຸດກົບໄດ້ຄົ້ນພົບຊາກສົບຂອງທ່ານ Jesse Robredo
ລັດຖະ ມົນຕີກະຊວງພາຍໃນຂອງຟິລິບປິນ ສາມມື້ ຫຼັງຈາກເຮືອ
ບິນນ້ອຍຂອງທ່ານ ໄດ້ປະສົບອຸບັດເຫດຕົກລົງໃສ່ທະເລໃກ້ກັບ
ເຂດແຄມຝັ່ງຂອງເກາະແຫ່ງນຶ່ງ ໃນພາກກາງປະເທດ.

ບັນດາເຈົ້າໜ້າທີ່ກ່າວວ່າ ສົບຂອງທ່ານ Robredo ໄດ້ຖືກກູ້
ເອົາຂຶ້ນມາຈາກຊາກເຮືອບິນ ທີ່ເພພັງແລ້ວນັ້ນ ເມື່ອຕອນເຊົ້າ
ວັນອັງຄານມື້ນີ້ ແລະວ່າ ຊາກສົບຂອງນັກບິນອີກສອງຄົນ ກໍ
ໄດ້ຖືກກູ້ເອົາຂຶ້ນມາເຊັ່ນກັນ.

ເຮືອບິນລໍາດັ່ງກ່າວໄດ້ຈົມລົງສູ່ພື້ນທະເລເລິກ 800 ແມັດຈາກ
ແຄມຝັ່ງ ຂອງເກາະ Masbate.ນັກບິນໄດ້ພະຍາຍາມບັງຄັບ
ເຮືອບິນລົງຈອດສຸກເສີນທີ່ສະໜາມບິນຂອງ ເກາະດັ່ງກ່າວ
ເມື່ອວັນເສົາຜ່ານມາ ຫຼັງຈາກປະກົດເຫັນວ່າເຄຶ່ອງຈັກເກີດຕິດຂັດ ແຕ່ກໍບໍ່ສາມາດບັງຄັບ
ໃຫ້ເຮືອບິນລົງຈອດທີ່ສະໜາມບິນນັ້ນໄດ້.

ຜູ້ໂດຍສານຄົນທີ່ສີ່ ທີ່ເດີນທາງໄປນຳເຮືອບິນ ຄືຜູ້ຊ່ວຍຂອງລັດຖະມົນຕີ Robredo ເປັນຜູ້ດຽວທີ່ລອດຊີວິດມາໄດ້ ຈາກອຸບັດເຫດດັ່ງກ່າວ.
XS
SM
MD
LG