ລິ້ງ ສຳຫລັບເຂົ້າຫາ

ວັນສຸກ, ໒໙ ມີນາ ໒໐໒໔

ຟີລິບປິນ ຄົ້ນຄວ້າຊອກຫາການ ສ້າງສາຍສຳພັນ ທາງທະຫານ ກັບ ຣັດເຊຍ


ທະຫານເຮືອຂອງຣັດເຊຍ ແລະ ບັນດານາຍທະຫານ ຂອງຟີລິບປິນ ຄຳນັບປະທານາທິບໍດີ ຟີລິບປິນ ທ່ານ Rodrigo Duterte ທີ່ກຳລັງລົງຈາກ ເຮືອລົບຕໍ່ຕ້ານ
ເຮືອດຳນ້ຳ Admiral Tributs ຂອງຣັດເຊຍ ໃນນະຄອນ Manila, ຟີລິບປິນ, ວັນທີ 6 ມັງກອນ 2017.
ທະຫານເຮືອຂອງຣັດເຊຍ ແລະ ບັນດານາຍທະຫານ ຂອງຟີລິບປິນ ຄຳນັບປະທານາທິບໍດີ ຟີລິບປິນ ທ່ານ Rodrigo Duterte ທີ່ກຳລັງລົງຈາກ ເຮືອລົບຕໍ່ຕ້ານ ເຮືອດຳນ້ຳ Admiral Tributs ຂອງຣັດເຊຍ ໃນນະຄອນ Manila, ຟີລິບປິນ, ວັນທີ 6 ມັງກອນ 2017.

ຣັດເຊຍ ແລະ ຟີລິບປິນ ກຳລັງພິຈາລະນາວ່າ ຈະຮ່ວມກັນຊ້ອມລົບທາງທະຫານເຮືອ ນຳກັນ ການເຊື່ອມຕໍ່ນີ້ ທີ່ອາດເປັນການເຄື່ອນໄຫວ ທີ່ຈະຂະຫຍາຍນະໂຍບາຍການ ຕ່າງປະເທດ ຊຶ່ງຈະຮ່ວມມື ກັບຫຼາຍປະເທດ ແລະ ເສີມສ້າງດ້ານທະຫານຂອງຕົນ ໃນຂະນະດຽວກັນ ຈະເຮັດໃຫ້ ທັງສອງຝ່າຍ ມີໂອກາດຕໍ່ຕ້ານສະຫະລັດ.

ມົສກູ ໄດ້ສົ່ງເຮືອລົບພິຄາດ ແລະ ເຮືອກ່ຳປັ່ນບັນທຸກນ້ຳມັນ ໄປຍັງທ່າເຮືອໃນນະຄອນ ມານີລາ ເມື່ອສັບປະດາແລ້ວນີ້ ໃນການຢ້ຽມຢາມສັນທະວະໄມຕີ ເປັນເວລາ ໄລຍະ 5
ມື້ ແລະ ທັງສອງຝ່າຍ ພວມຫາທາງທີ່ຈະຂະຫຍາຍ ການຮ່ວມມືໃນດ້ານການປ້ອງກັນ ອີງຕາມການກ່າວ ຂອງສື່ມວນຊົນຕ່າງໆ ຂອງຟີລິບປິນ.

ປະທານາທິບໍດີ ຟີລິບປິນ ທ່ານ Rodrigo Duterte, ກາງຊ້າຍ, ຄຳນັບພວກກອງທະຫານ ພ້ອມກັບ ຜູ້ບັນຊາການກອງທັບ ພົນເອກ Ricardo Visaya ກ່ອນໜ້າການອອກເດີນທາງ ໄປຢ້ຽມຢາມ ຍີ່ປຸ່ນ ໄລຍະສາມມື້ຢ່າງເປັນທາງການ.
ປະທານາທິບໍດີ ຟີລິບປິນ ທ່ານ Rodrigo Duterte, ກາງຊ້າຍ, ຄຳນັບພວກກອງທະຫານ ພ້ອມກັບ ຜູ້ບັນຊາການກອງທັບ ພົນເອກ Ricardo Visaya ກ່ອນໜ້າການອອກເດີນທາງ ໄປຢ້ຽມຢາມ ຍີ່ປຸ່ນ ໄລຍະສາມມື້ຢ່າງເປັນທາງການ.

ທ່ານ Eduardo Araral ຮອງສາດສະດາຈານ ຢູ່ທີ່ ມະຫາວິທະຍາໄລ ແຫ່ງຊາດ
ຂອງສິງກະໂປ ຂະແໜງນະໂຍບາຍສັງຄົມ ໄດ້ກ່າວວ່າ “ໃນຖານະຂອງທ່ານ Duterte ແລ້ວ ທ່ານເປັນຜູ້ທີ່ນິຍົມ ທ່ານປູຕິນ ຫຼາຍ ແລະ ທ່ານຢາກ ຈະສ້າງສາຍສຳພັນ ກັບທ່ານ. ທ່ານຢາກຊື້ອາວຸດ ຈາກຣັດເຊຍ. ຟີລິບປິນ ຕ້ອງການຈະເສີມສ້າງ ທາງດ້ານທະຫານຂອງຕົນ ແລະ ຕົນບໍ່ຢາກກາງຕໍ່ຫຼາຍເກີນໄປຕໍ່ສະຫະລັດ.”

ປະທານາທິບໍດີ ຟີລິບປິນ ທ່ານ Rodrigo Duterte ໄດ້ກ່າວວ່າ ນັບຕັ້ງແຕ່ໄດ້ເຂົ້າຮັບ ຕຳແໜ່ງ ໃນເດືອນມິຖຸນາ ເປັນຕົ້ນມາ ທ່ານຢາກກາງຕໍ່ສະຫະລັດ ອະດີດເຈົ້າອານາ
ນິຄົມ ໜ້ອຍລົງ ແລະ ຢາກມີສາຍສຳພັນທີ່ເລີກເຊິ່ງຫຼາຍຂຶ້ນ ກັບຈີນ ຍີ່ປຸ່ນ ແລະ
ຣັດເຊຍ.

ທ່ານ Duterte ໄດ້ໄປຢ້ຽມຢາມ ຈີນ ແລະ ຍີ່ປຸ່ນ ໃນເດືອນຕຸລາຜ່ານມາ ໂດຍໄດ້ຮັບ ການເຫັນດີ ຈາກທັງສອງປະເທດດັ່ງກ່າວ ທີ່ຈະຊ່ອຍ ປະເທດທີ່ຂ້ອນຂ້າງທຸກຍາກ ປະເທດນຶ່ງໃນເອເຊຍຕາເວັນອອກສຽງໃຕ້ ໃນດ້ານການຊ່ອຍເຫຼືອລ້າ ແລະ
ການລົງທຶນ.

ອ່ານຂ່າວນີ້ຕື່ມ ເປັນພາສາອັງກິດ

XS
SM
MD
LG