ລິ້ງ ສຳຫລັບເຂົ້າຫາ

ວັນເສົາ, ໒໗ ກໍລະກົດ ໒໐໒໔

​ຟີ​ລິບ​ປີນ ແລະ​ກະ​ບົດ​ຟີ​ລິບ​ປີນ ກ່າວ​ວ່າ ພວກ​ຕົນ​ຕົກ​ລົງ ຈະ​ເປີດ​ການ​ເຈ​ລະ​ຈາ​ສັນ​ຕິ​ພາບ​ຄືນ​ໃໝ່


ແຟ້ມ - ຄາ ຄາ​ທ​ຣີນ ອາ​ຍຸ 25 ປີ ຈາກ​ຄອບ​ຄົວ​ຊົ້ນ​ຊ​ັ້ນ​ກາງ ໄດ້​ເຂົ້າ​ເປັນ​ສະ​ມາ​ຊິກກອງ​ໂຈນ ຂອງກອງ​ທັບ​ປະ​ຊາ​ຊົນ​ໃໝ່ ໃນ​ເຂດ​ພູ​ຊີ​ແອ​ຣາ ມາ​ເດ​ຣ ຢູ່​ທາງ​ພາກ​ຕາ​ເວັນ​ອອກ​ຂອງ​ມະ​ນີ​ລາ ເມື່ອ​ວັນ​ທີ 30 ກໍ​ລະ​ກົດ 2017.
ແຟ້ມ - ຄາ ຄາ​ທ​ຣີນ ອາ​ຍຸ 25 ປີ ຈາກ​ຄອບ​ຄົວ​ຊົ້ນ​ຊ​ັ້ນ​ກາງ ໄດ້​ເຂົ້າ​ເປັນ​ສະ​ມາ​ຊິກກອງ​ໂຈນ ຂອງກອງ​ທັບ​ປະ​ຊາ​ຊົນ​ໃໝ່ ໃນ​ເຂດ​ພູ​ຊີ​ແອ​ຣາ ມາ​ເດ​ຣ ຢູ່​ທາງ​ພາກ​ຕາ​ເວັນ​ອອກ​ຂອງ​ມະ​ນີ​ລາ ເມື່ອ​ວັນ​ທີ 30 ກໍ​ລະ​ກົດ 2017.

ລັດ​ຖະ​ບານ​ຟີ​ລິບ​ປິນ​ແລະ​ພວກ​ກະ​ບົດ​ຄອມ​ມູ​ນິ​ສ ກ່າວ​ໃນ​ວັນ​ອັງ​ຄານ​ວານນີ້​ວ່າ ທັງ​ສອງ​ຝ່າຍ​ໄດ້​ຕົກ​ລົງ ​ທີ່​ຈະ​ເປີດ​ການ​ເຈ​ລະ​ຈາ​ສັນ​ຕິ​ພາບ​ຄືນ​ໃໝ່ ເພື່ອ​ຍຸ​ຕິນຶ່ງ​ໃນ​ການ​ກໍ່​ກະ​ບົດຂອງ​ພວກ​ນິ​ຍົມ​ເໝົາ​ເຊ​ຕຸງ ​ທີ່​ດົນ​ນານ​ທີ່​ສຸດ​ໃນ​ໂລກ ອີງ​ຕາມ​ລາຍ​ງານ​ຂອງ​ອົງ​ການ​ຂ່າວ AFP.

ການ​ຕໍ່​ສູ້​ດ້ວຍ​ກຳ​ລັງ​ອາ​ວຸດ ​ທີ່ຍັງ​ດຳ​ເນີນ​ຢູ່​ຕໍ່​ມາ ໄດ້​ເລີ້ມ​ຂຶ້ນ​ໃນ​ປີ 1969 ​ແລະ​ເຕີບ​ໃຫຍ່​ຂະ​ຫຍາຍ​ໂຕໂດຍໄດ້​ຮັບ​ການ​ສະ​ໜັບ​ສະ​ໜຸນ​ຈາກຂະ​ບວນ​ການ​ເຄື່ອນ​ໄຫວ​ຂອງພວກ​ຄອມ​ມູ​ນິ​ສໃນ​ໂລກ ໄດ້​ພົບ​ພໍ້ ​ບ່ອນທີ່​ອຸ​ດົມ​ສົມ​ບູນ ​ໃນ​ການ​ແບ່ງ​ແຍກ​ລະ​ຫວ່າງ​ພວກ​ຄົນ​ຮັ່ງ​ມີ ແລະ​ຄົ​ນ​ທຸກ​ຍາກ ​ຢູ່​ໃນຟີ​ລິບ​ປິນ.

ໃນ​ຈຸດສູງສຸດ ​ເມື່ອ​ຊຸມ​ປີ 1980 ກຸ່ມ​ກະ​ບົດ ​ກ່າວ​ອ້າງວ່າ ຕົນ​ມີ​ພວກ​ນັກ​ລົບ​ຢູ່ 26,000 ຄົນ ຊຶ່ງ​ເປັນ​ຈຳ​ນວນ​ທີ່​ພວກ​ທະ​ຫານ​ກ່າວ​ວ່​າ ​ເວ​ລານີ້​ໄດ້​ຫຼຸດ​ລົງເຫຼືອ​ຢູ່​ບໍ່​ຮອດ 2,000 ຄົນ.

ລັດ​ຖະ​ບານ​ຂອງ​ຟີ​ລິບ​ປິນ​ທີ່​ຕິດ​ຕໍ່​ກັນ​ມາ​ຫຼາຍ​ສະ​ໄໝ ໄດ້​ເປີດ​ການ​ເຈ​ລະ​ຈາ​ກັບ​ພວກ​ກະ​ບົດ​ຄອມ​ມູ​ນິ​ສ ໂດຍ​ຜ່ານ​ອົງ​ການ​ຈັດ​ຕັ້ງ​ທາງ​ການ​ເມືອງ​ຂອງ​ພວກ​ເຂົາ ແນວ​ໂຮມ​ປະ​ຊາ​ທິ​ປະ​ໄຕ​ແຫ່ງ​ຊາດ ຫຼື NDF ຊຶ່ງ​ມີ​ສຳ​ນັກ​ງານ​ຕັ້ງ​ຢູ່​ເນ​ເທີ​ແລນ.

ຄວາມ​ພະ​ຍາ​ຍາມ​ເທື່ອ​ຫຼ້າ​ສຸດນີ້ ມີ​ຂຶ້ນ​ຫຼັງ​ຈາກ​ ໄດ້​ມີ​ການ​ຫາ​ລື​ແບບ​ບໍ່​ເປັນ​ທາງ​ການ ຢູ່​ທີ່​ເນ​ເທີ​ແລນແລະ​ນໍ​ເວ ຊຶ່ງ​ໄດ້​ເລີ້ມ​ຂຶ້ນ​ໃນ​ປີ 2022 ແລະ​ໄດ້​ຮັບ​ການ​ອຳ​ນວຍ​ຄວາມ​ສະ​ດວກ​ໂດຍ​ລັດ​ຖະ​ບານ​ນໍ​ເວ ພວກ​ເຈົ້າ​ໜ້າ​ທີ່​ກ່າວ​ຕໍ່​ນັກ​ຂ່າວ​ທີ່​ນະ​ຄອນ​ຫຼວງ​ມະ​ນີ​ລາ.

ອ່ານ​ຂ່າວນີ້​ຕື່ມ​ເປັນ​ພາ​ສາ​ອັງ​ກິດ

XS
SM
MD
LG