ລິ້ງ ສຳຫລັບເຂົ້າຫາ

ວັນອັງຄານ, ໑໙ ມີນາ ໒໐໒໔

ອຸດສາຫະກຳສວນພ້າວ ຂອງຟີລິບປິນ ດິ້ນຮົນ ເພື່ອຟື້ນໂຕຄືນ ຫລັງຈາກ ໄຕ້ຝຸ່ນໄຫຢ້ຽນ (ວີດີໂອ)


Philippines Coconut Industry Struggles to Recover after Typhon Haiyan
please wait

No media source currently available

0:00 0:02:53 0:00

ເບິ່ງວີດີໂອ ກ່ຽວກັບລາຍງານນີ້.

ເດືອນທັນວາປີຜ່ານມານີ້ ລົມ​ອັນ​ຮ້າຍ​ແຮງ​ຂອງພາຍຸໄຕ້ຝຸ່ນ ​
ໄຫຢ້ຽນ ໄດ້ສ້າງຄວາມເສຍຫາຍຢ່າງໜັກໜ່ວງ ຢູ່ຟີລິບປີນ. ​
ເວລາ​ນີ້ ຫລາຍໆ​ເຂດ​ຂອງ​ປະ​ເທດໝູ່ເກາະ​ແຫ່ງ​ນັ້ນ ຍັງພະ
ຍາຍາມດິ້ນຮົນ​ເພື່ອຟື້ນ​ໂຕ​ຄືນ​. ໃນບັນດາ​ຜູ້ທີ່ໄດ້ຮັບຄວາມ
ເສຍຫາຍໜັກ​ທີ່​ສຸດ​ນັ້ນ ກໍແມ່ນກະ​ເສດຕະກອນ ຊຶ່ງເກືອບ
ເຄິ່ງນຶ່ງແມ່ນຊາວ​ສວນ​ປູກໝາກພ້າວ. ຢູ່ແຂວງ Leyte ກຳລັງ
​ມີ​ການດຳ​ເນີນ​ຄວາມພະຍາຍາມ ​ເພື່ອຟື້ນຟູອຸດສາຫະກຳສວນ
ພ້າວຄືນ​ມາ. ນັກ​ຂ່າວ​ວີ​ໂອ​ເອ Jason Strother ​ໄດ້​ໄປ​ຢ້ຽມ
ຢາມ​ແຂວງ Leyte ​ແລະ​ສົ່ງ​ລາຍ​ງານ​ມາ ຊຶ່ງ​ດາຣາຈະ​ນຳ​ມາ
ສະ​ເໜີ​ທ່ານ​.

ກ່ອນ​ເກີດພາຍຸນັ້ນ ຊາວກະສິກອນຢູ່ສວນ​ພ້າວ ໃນເຂດຊົນນະ
ບົດຂອງ​ແຂວງ Leyte ​ແມ່ນພາກັນເກັບກ່ຽວເນື້ອໝາກພ້າວແຫ້ງ ເພື່ອນຳໄປຜະລິດເປັນນ້ຳມັນ. ບັດນີ້ ໄຕ້ຝຸ່ນ ໄຫຢ້ຽນ ໄດ້ທຳລາຍ
ວິທີ​ທຳ​ມາ​ຫາ​ກິນ​ຂອງ​ເຂົາ​ເຈົ້າ ແລະພ້ອມກັນນັ້ນ ກໍເຮັດໃຫ້ອະນາ
ຄົດຂອງຊາວກະສິກອນສວນພ້າວ​ ຢູ່​ໃນ​ແຂວງ​ນີ້ ມືດ​ມົນ​ລົງ.

ຜູ້ຮັກສາການ​ຊົ່ວຄາວຂອງສວນ​ແຫ່ງ​ນຶ່ງ Arnulflo Barcero
ອາຍຸ 52 ປີ ກ່າວວ່າ ໄຕ້ຝຸ່ນໄດ້​ພັດ​ແລະ​ໂກ່ນຕົ້ນພ້າວ ສ່ວນໃຫຍ່
ຢູ່ໃນສວນນີ້ ​ລົງ​ໝົດ. ລາວເວົ້າວ່າ:

“ ກ່ອນໜ້າໄຕ້ຝຸ່ນ ພວກເຮົາມີຕົ້ນ​ພ້າວ 700 ຕົ້ນ ແລະດຽວນີ້ ມີພຽງແຕ່ 90 ຕົ້ນ
ທີ່ຍັງຢືນຢູ່. ມັນເປັນບັນຫາຂອງ ທັງໝົດຊຸມຊົນ ເພາະວ່າພວກເຮົາອາ​ໄສການ
ເກັບກ່ຽວເນື້ອໝາກພ້າວແຫ້ງ ເພື່ອຫາ​ລ້ຽງ​ຊີບ.”


ປະມານ 40% ຂອງຊາວກະສິກອນ ຢູ່ແຂວງ Leyte ແມ່ນເຮັດວຽກຢູ່​ໃນອຸດສາຫະກຳ
ສວນພ້າວ. ພວກຕົ້ນພ້າວທີ່ຖືກ​ໄຕ້​ຝຸ່ນໂກ່ນລົງນັ້ນ ໝາຍຄວາມ​ວ່າ ​ເຂົາ​ເຈົ້າ​ບໍ່​ມີ​ເນື້ອ​
ໝາກພ້າວ​ແຫ້ງທີ່​ຈະ​ເອົາໄປຂາຍ ແລະແຮງງານທີ່​ເຂົາ​ເຈົ້າວ່າຈ້າງນັ້ນ ກໍ​ບໍ່​ມີວຽກເຮັດ.
ແຕ່ຄວາ​ມ​ເສຍ​ຫາຍ ຈາກໄຕ້ຝຸ່ນນີ້ ກັບ​ສ້າງ​ລາຍ​ຮັບ​ໃຫ້​ຄົນອີກພວກນຶ່ງ ​ເຊັ່ນຊ່າງເລື່ອຍ
ທ້າວ Francisco Alverca ທີ່ໄດ້ຖືກຮ້ອງຂໍ ໃຫ້ໄປຊ່ອຍຕັດພວກຕົ້ນໄມ້ ທີ່ຖືກ​ພາຍຸ
ພັດຫັກ​ແລະ​ໂກ່ນ​ລົງ​ນັ້ນ ກໍ​ແມ່ນ​ຄົນ​ນຶ່ງ​ທີ່ໄດ້ຮັບຜົນປະໂຫຍດຈາກ ໄຕ້ຝຸ່ນ​ໄຫ​ຢ້ຽນ.

ທ້າວ Alverca ເວົ້າວ່່າ: “ຂ້ອຍຄິດວ່າ ຈະຕ້ອງໃຊ້ເວລາຫລາຍເດືອນ ຈຶ່ງຈະ​ເຮັດ
ວຽກຢູ່ທີ່ນີ້​ແລ້ວ​ໝົດ ເພາະສວນມັນໃຫຍ່ຫລາຍ.”

ທ້າວ Alverca ພ້ອມກັບ​ຊ່າງເລື່ອຍຄົນອື່ນໆ ໄດ້ຖືກວ່າຈ້າງໃຫ້ເຮັດວຽກ ຢູ່ໂຮງເລື່ອຍ
ຫລາຍໆ​ແຫ່ງ ໃນທົ່ວແຂວງ Leyte. ບັນດາອົງການຊ່ອຍເຫຼືອສາກົນເປັນຜູ້ວ່າຈ້າງ
ພວກເຂົາ​ເຈົ້າ ແລະຝຶກ​ແອບພວກຊາວກະສິກອນສວນພ້າວ ໃຫ້ຮູ້ຈັກນຳໃຊ້ເລື່ອຍຈັກ ​
ເພື່ອສະ​ສາງ​ພວກຕົ້ນໄມ້ຕາຍ ອອກ​ຈາກ​ພື້ນ​ທີ່ ​ເພື່ອປູກຕົ້ນພ້າວໃໝ່ແທນ. ເວລາ​ນີ້ ​ແມ່ນມີຄວາມຮຽກຮ້ອງຕ້ອງການສູງ ສຳ​ຫລັບໄມ້ທ່ອນຈາກຕົ້ນໝາກພ້າວນັ້ນ​.

ພວກໄມ້ທ່ອນ​ເຫລົ່າ​ນີ້ ຖືກຂົນສົ່ງໄປຍັງເມືອງ Tacloban ເພື່ອນຳໄປປຸກບ່ອນຢູ່ອາ​ໄສ
ໃຫ້ແກ່ບັນດາປະຊາຊົນທີ່ໄດ້ສູນ​ເສຍ​ບ້ານ​ເຮືອນ​ແລະ​ບໍ່​ມີ​ບ່ອນຢູ່ ຍ້ອນພາຍຸໄຕ້ຝຸ່ນນັ້ນ.

ປະມານ 100 ຄອບຄົວຢູ່​ໃນເມືອງ Palo ກຳລັງພາກັນສ້າງບ້ານໃໝ່ຂອງພວກເຂົາເຈົ້າ
ໂດຍໃຊ້ໄມ້ທ່ອນທີ່ຫາກໍຕັດມາໃໝ່ໆນັ້ນ.

ເຮືອນຂອງພໍ່​ຕູ້ Rudolfo Palamos ຊາວນາອາຍຸ 74 ປີ ໄດ້ຖືກ ລົມ​ແຮງຂອງ​ໄຕ້​ຝຸ່ນ
ໄຫຢ້ຽນ ພັດທຳລາຍເສຍ​ຫາຍ​ຢ່າງ​ສິ້ນ​ເຊີງ.

ພໍ່​ຕູ້ Palamos ເວົ້າວ່າ: “ ຢູ່ເຂດນີ້ ມີຕົ້ນໝາກພ້າວຫຼາຍ. ໄມ້ຕົ້ນ​ພ້າວບໍ່ແພງ ແລະ
ມັນກໍໃຊ້ໄດ້ງ່າຍ. ເຮືອນຂ້ອຍສ່ວນ​ໃຫຍ່ ແມ່ນສ້າງໃໝ່ ດ້ວຍໄມ້ທ່ອນຈາກຕົ້ນ
ໝາກພ້າວ ລວມໄປເຖິງຝາ ແລະເສົາທຸກແຈ.”


ຢູ່​ໃນພວກ​ສວນ​ພ້າວ​ນັ້ນ ຍັງມີຕົ້ນພ້າວທີ່ລົ້ມ​ເດຍລະດາດ​ ຢາຍຢູ່ຢ່າງຫຼວງຫຼາຍ ຊຶ່ງ​ພາ​
ໃຫ້​ວິຕົກ​ກັນ​ວ່າ ​ຈະ​ບໍ່​ສາມາດ​ຕັດ​ຕົ້ນ​ພ້າວ​ພວກ​ນີ້ ໄດ້​ທັນ​ເວລາ.

Caroline Gluck ຈາກ OXFAM ​ອົງການຊ່ວຍ​ເຫລືອ​ທີ່​ກຳກັບ​ເບິ່ງ​ນຳໂຮງ​ເລື່ອຍ 6 ​
ແຫ່ງ ພາຍ​ໃຕ້​ໂຄງການ​ຊ່ວຍ​ເຫລືອ​ຂອງ​ກຸ່ມ​ຢູ່​ໃນ​ແຂ​ວງ​ເລ​ເຕ້​ນັ້ນ ​ເວົ້າ​ວ່າ ​ເວລາ​ແມ່ນ​
ສຳຄັນ​ຫລາຍ. Caroline Gluck ເວົ້າວ່່າ:

“ພາຍໃນ 3 ເດືອນ ແມ່ນມີ​ທາງ​ເປັນ​ໄປ​ໄດ້​ວ່າ ຕົ້ນໄມ້ພວກນີ້ ຈະເນົ່າເປື່ອຍໝົດ
ແລະຈະເຕັມໄປດ້ວຍສັດຕູພືດ ​ແລະສັດຕູພືດພວກນີ້ ກໍ​ແມ່ນສາມາດທຳລາຍ
ພວກຕົ້ນພ້າວ ທີ່ຍັງຢືນຢູ່ ​ແລະ​ສາມາດ​ອອກ​ໝາກ​ໄດ້​ນັ້ນ.”


ເມື່ອໃດ​ທີ່ສະ​ສາງ​ພວກ​ຕົ້ນ​ພ້າວ​ເຫລົ່ານັ້ນ ອອກ​ຈາກ​ພື້ນ​ທີ່ປູກຝັງ​ໄດ້​ໝົດແລ້ວ ພວກກຸ່ມ
ຊ່ອຍເຫຼືອຈຶ່ງຈະສາມາດເລີ້ມຕົ້ນ​ຊ່ອຍ ພວກຊາວກະສິກອນ ປູກຕົ້ນພ້າວໃສ່ດິນຂອງ
ພວກເຂົາເຈົ້າຄືນ​ໃໝ່​ໄດ້ ແຕ່ມັນກໍ​ຈະຕ້ອງໃຊ້ເວລາອີກຫຼາຍປີ ກ່ວາຕົ້ນໝາກພ້າວທີ່
ປູກໃໝ່ນັ້ນ ຈະອອກດອກ​ອອກຜົນ ​ໃຫ້​ເກັບກ່ຽວໄດ້.

ວີດີໂອ: ການຊອກຄົ້ນຫາພວກທີ່ຫາຍສາບສູນ ຍັງດຳເນີນໄປຢູ່ ທີ່ເມືອງ
Tocloban 3 ເດືອນ ຫລັງຈາກພາຍຸປະທະ:

Search for the Missing Continues in Tacloban, Philippines
please wait

No media source currently available

0:00 0:01:16 0:00
ລິງໂດຍກົງ
XS
SM
MD
LG