ລິ້ງ ສຳຫລັບເຂົ້າຫາ

ວັນອາທິດ, ໑໖ ມີນາ ໒໐໒໕

ຟິລິບ​ປີນ ກໍາລັງ​ມ້ຽນ​ມັດ ຢ່າງ​ໃຫຍ່ ຫລັງ​ຈາກ​ໄຕ້​ຝຸ່ນ Nari (ວີດີໂອ) ​


ຜູ້ຊາຍຄົນນຶ່ງກໍາລັງຍ້າຍ ຂີ້ເຫຍື່ອອອກຈາກ ລົດທີ່ຈອດຢູ່ຂ້າງຖະໜົນD
ຜູ້ຊາຍຄົນນຶ່ງກໍາລັງຍ້າຍ ຂີ້ເຫຍື່ອອອກຈາກ ລົດທີ່ຈອດຢູ່ຂ້າງຖະໜົນD
ບັນ​ດາ​ເຈົ້າ​ໜ້າ​ທີ່​ໃນຟິລິບ​ປີນ ກ່າວ​ວ່າ ການ​ມ້ຽນ​ມັດ​ທໍາ​ຄວາມ
​ສະ​ອາດ​ຄັ້ງ​ໃຫຍ່ກໍາລັງ​ດໍາ​ເນີນ​ໄປ ຫລັງ​ຈາກ​ໄຕ້​ຝຸ່ນ Nari ​ໄດ້​
ຖະຫລົ່​ມປະ​ເທດ ເມື່ອວັນ​ເສົາ​ທີ່​ຜ່ານ​ມາ ​ເຮັດ​ໃຫ້​ຢ່າງ​ໜ້ອຍ
13 ຄົນ​ເສຍ​ຊີວິດ.

ພວກ​ເຈົ້າ​ໜ້າ​ທີ່ ກ່າວໃນ​ວັນ​ອາທິດວານ​ນີ້​ວ່າ ທະຫານ ​ແລະ​
ພະນັກງານ ​ບັນ​ເທົາທຸກ​ພົນລະ​ເຮືອນ ພາກັນ​ພະຍາຍາມ​ມ້ຽນ​
ມັດ​ຕົ້ນ​ໄມ້​ທີ່​ຫັກ​ລົງ​ມາ ​ແລະ​ສ້ອມແປງ​ໄຟຟ້າ​ ໃຫ້​ແກ່ 2 ລ້ານ
​ຄົນ ຢູ່ເຂດທົ່ງ​ຮາ​ບບ່ອນ​ປູກ​ເຂົ້າ ​ໃນພາກ​ກາງຂອງ​ເກາະ Luzon.

​ໄຕ້​ຝຸ່ນ Nari ​ໄດ້​ພັດ​ເຂົ້າຖະຫລົ່ມ​ ຝັ່ງ​ທະ​ເລ​ຕາ​ເວັນ​ອອກຂອງ​ຟີ​ລິບ​ປີນ ປະມານທ່ຽງ​ຄືນ
ວັນ​ສຸກ​ ທີ່​ຜ່ານ​ມາ ​ແລະ​ໄດ້​ພັດ​ເຂົ້າ​ສູ່​ທະ​ເລ​ຈີນຕາ​ເວັນ​ອອກ ໃນ​ວັນ​ອາທິດ​ວານ​ນີ້.
ຫລາຍ​ພັນ​ຄົນໄດ້​ຖືກ​ຍົກຍ້າຍ​ ອອກຈາກ​ໝູ່​ບ້ານ​ຢູ່​ຕາມ​ຊາຍ​ຝັ່ງ ກ່ອນ​ໄຕ້​ຝຸ່ນພັດ​ເຂົ້າ​ຖະຫລົ່ມ.

Philippines Typhoon
please wait
Embed

No media source currently available

0:00 0:00:44 0:00

ໃນ​ຂະນະ​ດຽວ​ກັນ ຫ້ອງການ​ພະຍາກອນອາກາດແຫ່ງ​ຊາດ ​ໄດ້​ອອກ​ຄໍາເຕືອນບັ້ນ​ໃໝ່ ຕໍ່
​ພາກ​ຕາ​ເວັນ​ອອກ​ຂອງ​ປະ​ເທດວ່າ ພາຍຸເຂດ​ຮ້ອນ ວິພາ ອາດ​ຈະ​ມາ​ເຖິງນ່ານ​ນໍ້າຂອງຟີ​
ລິບ​ປີນ ​ໃນ​ວັນ​ຈັນ​ມື້​ນີ້. ​ເຖິງ​ຢ່າງ​ໃດ​ກໍ​ດີ ບັນດານັກ​ພະຍາກອນ​ອາກາດ​ເວົ້າ​ວ່າ ຖ້າ​ຫາກ​
ພາ​ຍຸພັດ​ໄປ​ ຕາມ​ເສັ້ນທາງຂອງ​ມັນ ​ມັນກໍ​ອາດ​ຈະ​ຜ່ານ​ເຂົ້າ​ສູ່​ພາກ​ເໜືອ​ຂອງ​ໝູ່​ເກາະ.

ພາຍຸ Nari ​ໄດ້ບັງຄັບ​ໃຫ້ ລັດຖມົນຕີຕ່າງປະ​ເທດສະຫະລັດ ທ່ານ John Kerry ​ລົບ​ລ້າງ​
ການ​ເດີນທາງ​ໄປ​ກຸງມາ​ນິລາ ທີ່ໄດ້ມີໝາຍ​ກໍານົດ ​ເມື່ອ​ວັນ​ສຸກແລະ​ວັນ​ເສົາທີ່​ຜ່ານ​ມາ.
ທ່ານ Kerry ​ໄດ້ກ່າວ​ຕໍ່​ບັນດາ​ນັກ​ຂ່າວໃນ​ວັນ​ພະຫັດ​ວ່າ ທ່ານ​ຈະ​ພະຍາຍາມ​ວາງ​ກໍາໜົດ
ການ​ເດີນທາງ​ໃໝ່ ​ໃນ​ບໍ່​ເທົ່າໃດອາທິດ​ຈະ​ມາ​ນີ້.
XS
SM
MD
LG