ລິ້ງ ສຳຫລັບເຂົ້າຫາ

ວັນສຸກ, ໑໙ ເມສາ ໒໐໒໔

ຟີລິບປິນຕິຕຽນຈີນ ທີ່ ປະຕິເສດຕໍ່ຄຳສະເໜີ ໃຫ້ສົ່ງ ເລື່ອງໄປຍັງສານນາໆຊາດ


Animal carcasses lie on the ground, killed by what residents said was a chemical weapon attack days earlier,Khan al-Assal Syria, March 23, 2013.
Animal carcasses lie on the ground, killed by what residents said was a chemical weapon attack days earlier,Khan al-Assal Syria, March 23, 2013.

ຟີລິບປິນກ່າວວ່າ ການປະຕິເສດຂອງຈີນທີ່ຈະຍື່ນສະເໜີການອ້າງກຳມະສິດໃນບໍລິເວນທີ່ມີ
ການຂັດແຍ້ງຢູ່ໃນເຂດທະເລຈີນໃຕ້ ຕໍ່ສານນາໆຊາດນັ້ນ ແມ່ນສະແດງໃຫ້ເຫັນເຖິງຈຸດອ່ອນ
ໃນການກ່າວອ້າງຂອງຈີນ.

ລັດຖະມົນຕີການຕ່າງປະເທດຟີລິບປິນທ່ານ Albert del Rosario ໄດ້ອອກຖະແຫຼງການ
ສະບັບນຶ່ງໃນວັນພຸດມື້ນີ້ເວົ້າວ່າ ການຕັດສິນໃຈດັ່ງກ່າວຂອງຈີນອາດຈະພາໃຫ້ເກີດມີຄວາມ
ສົງໃສກ່ຽວກັບຖືກຕ້ອງໃນການອ້າງກຳມະສິດຂອງຈີນ.

ທ່ານ del Rosario ໄດ້ທຳການສະເໜີໃນລະຫວ່າງທີ່ທ່ານເດີນທາງໄປຢ້ຽມຢາມກຸງປັກກິ່ງ
ໃນສັບປະດານີ້ວ່າ ປະເທດຕ່າງໆຄວນຍື່ນການອ້າງກຳມະສິດຂອງຕົນ ທີ່ຍາດ​ແຍ່ງກັນກັບ
ປະ​ເທດ​ອື່ນໆ ຢູ່ໃນບໍລິເວນນ່ານນໍ້າ ໃກ້ໆໝູ່ເກາະ Spratly ນັ້ນ ໄປຍັງສານນາໆຊາດວ່າ
ດ້ວຍກົດໝາຍກ່ຽວກັບທະເລ ທີ່ໄດ້ຮັບການໜຸນຫຼັງໂດຍອົງການສະຫະປະຊາຊາດນັ້ນ.

ແຕ່ທີ່ກອງປະຊຸມຖະແຫຼງຂ່າວ ຢູ່ນະຄອນຫຼວງປັກກິ່ງ ໃນມື້ວັນອັງຄານວານນີ້ ໂຄສົກກະ
ຊວງການຕ່າງປະເທດຈີນທ່ານ Hong Lei ກ່າວວ່າ ຈີນຍັງສືບຕໍ່ເຊື່ອວ່າບັນຫາຂັດແຍ້ງ
ທີ່ວ່ານີ້ ຄວນຈະໄດ້ຮັບການແກ້ໄຂ ຜ່ານການເຈລະຈາໂດຍກົງ ລະຫວ່າງພັກຝ່າຍທີ່ກ່ຽວ
ຂ້ອງ.

XS
SM
MD
LG