ການປະເຊີນໜ້າກັນທາງທະເລທີ່ເຄັ່ງຕຶງລະຫວ່າງຈີນແລະຟີລິບປິນຍັງບໍ່ມີຮ່ອງຮອຍຫຍັງ
ຫຼາຍທີ່ສະແດງໃຫ້ເຫັນວ່າເຢັນລົງໃນວັນພຸດມື້ນີ້ ຊຶ່ງຕ່າງຝ່າຍຕ່າງກໍກ່າວຫາຊຶ່ງແລະກັນ
ວ່າ ເປັນຜູ້ລະເມີດເຂດນໍ້າແດນດິນທີ່ຕົນອ້າງເອົາກໍາມະສິດໃນທະເລຈີນໃຕ້ນັ້ນ.
ການປະເຊີນໜ້າກັນໄດ້ເລີ້ມຂຶ້ນໃນວັນອັງຄານວານນີ້ເວລາເຮືອລາດຕາເວັນຈີນ 2 ລໍາເຂົ້າ
ກີດກັນເຮືອລົບຟີລິບປິນລໍານຶ່ງຈາກການຈັບກຸມຊາວປະມົງຈີນຈຸນຶ່ງທີ່ຢູ່ໃນເຂດນ່ານນໍ້າທີ່
ເປັນບັນຫາໂຕ້ແຍ່ງກັນປະມານ 230 ຫຼັກ ກິໂລແມັດ ນອກຝັ່ງທະເລເກາະໃຫຍ່ Luzon
ຂອງຟີລິບປິນນັ້ນ.
ເຫດການດັ່ງກ່າວໄດ້ກະຕຸ້ນໃຫ້ລັດຖະມົນຕີການຕ່າງປະເທດຟີລິບປິນທ່ານ Albert Del
Rosario ທໍາການໂອ້ລົມສົນທະນາກັນເລື້ອງວິກິດການດັ່ງກ່າວໃນວັນພຸດມື້ນີ້ກັບທ່ານ
Ma Keqing ເອກອັກຄະລັດຖະທູດຈີນປະຈໍາກຸງມະນີລານັ້ນ.
ຫຼັງຈາກການໂອ້ລົມພົບປະກັນແລ້ວ ທ່ານ Rosario ກ່າວວ່າ ທັງສອງຝ່າຍກໍາລັງຫາທາງ
ແກ້ໄຂບັນຫາດັ່ງກ່າວທາງດ້ານການທູດ ແຕ່ເຕືອນວ່າ ຟີລິບປິນກະກຽມປົກປ້ອງຄຸ້ມຄອງ
ອະທິປະໄຕຂອງຕົນ ຖ້າຫາກຖືກທ້າທາຍ ນັ້ນ.
ໃນຂະນະດຽວກັນ ສະຖານທູດຈີນທີ່ກຸງມະນີລາໄດ້ອອກຖະແຫຼງການສະບັບນຶ່ງກ່າວຫາ
ກອງທັບເຮືອຟີລິບປິນວ່າ ທໍາການຮາວີລົບກວນພວກ ຊາວປະມົງຈີນແລະເຂົ້າຮ່ວມໃນພຶດ
ຕິກໍາທີ່ຜິດກົດໝາຍຕ່າງໆ.
ທັງສອງປະເທດຕ່າງກໍອ້າງເອົາກໍາມະສິດຂອງໝູ່ດອນທີ່ພວມພົ້ນຂຶ້ນຈາກນໍ້າຊຶ່ງເອີ້ນກັນ
ໃນຟີລິບປິນວ່າ Panatag ແລະຈີນເອີ້ນວ່າເກາະ Huangyan ນັ້ນ.