ລິ້ງ ສຳຫລັບເຂົ້າຫາ

ວັນເສົາ, ໒໗ ກໍລະກົດ ໒໐໒໔

ກຳປັ່ນລົບຈີນ ເດີນທາງໄປເຖິງ ທະເລຈີນໃຕ້


ເຮືອລາດຕະເວນ Yuzheng 310 ຂອງຈີນທີ່ຖ່າຍໂດຍເຮືອຍາມຝັ່ງຍີ່ປຸ່ນ ພວມແລ່ນຢູ່ໃນເຂດນານນໍ້າທີ່ມີການ ຂັດແຍ້ງ
ເຮືອລາດຕະເວນ Yuzheng 310 ຂອງຈີນທີ່ຖ່າຍໂດຍເຮືອຍາມຝັ່ງຍີ່ປຸ່ນ ພວມແລ່ນຢູ່ໃນເຂດນານນໍ້າທີ່ມີການ ຂັດແຍ້ງ

ຟິລິບ​ປີນ ​ໄດ້​ກ່າວ​ຫາ​ວ່າ ຈີນ ສົ່ງ​ກໍາ​ປັ່ນ​ລົບ​ອີກ​ລໍາ​ນຶ່ງໄປ​ຍັງ​ບໍລິ​ເວ​ນໝູ່​ເກາະ​ທີ່ມີການຂັດ​
ແຍ້​ງ​ໃນ​ທະ​ເລ​ຈີນ​ໃຕ້ ທ່າມກາງ​ທີ່​ມີ​ການ​ສືບ​ຕໍ່​ປະ​ເຊີນ ໜ້າ​ກັນ​ຢູ່​ໃນ​ບໍລິ​ເວນ​ດັ່ງກ່າວ.

ໂຄສົກ​ກະຊວງການ​ຕ່າງປະ​ເທດ​ຟິລິບ​ປີນທ່ານ Raul Hernandez ກ່າວ​ວ່າລັດຖະບານ​
ຂອງ​ທ່ານມີແຜນການ​ທີ່​ຈະ​ຊັກ​ຖາມ​ເຈົ້າ​ໜ້າ​ທີ່​ຈີນ​ວ່າ​ເປັນ​ຫຍັງ​ເຂົາ​ເຈົ້າ​ຝ່າຝືນ​ຂໍ້​ຕົກລົງທີ່​ຈະ
ບໍ່ເຮັດ​ໃຫ້​ສະຖານະການ​ມີ​ຄວາມ ຮ້າຍ​ແຮງ​ຂຶ້ນຕື່ມ.

ເຮືອ​ Yuzheng 310 ຊຶ່ງ​ເປັນ​ເຮືອລາດຕະ​ເວນ​ທີ່​ທັນ​ສະໄໝຂອງ​ຈີນ​ໄດ້ໄປ​ເຖິງ​ເຂດ​ນ່ານ
ນໍ້າຂອງເກາະ Scaborough ​ໃນ​ມື້ວານ​ນີ້.

ອົງການ​ຂ່າວ Xinhua ຂອງ​ຈີນ ລາຍ​ງານ​ວ່າ ​ເຮືອດັ່ງ​ກ່າວ​ຈະ​ທໍາ​ການ​ລາດຕະເວນເປັນ​
ປະ​ຈໍາ​ຢູ່​ໃນ​ບໍລິ​ເວນ​ດັ່ງກ່າວ ເພື່ອ “ປົກ​ປ້ອງ​ສິດທິທາງທະ​ເລຂອງ​ຈີນ ​ແລະ​ຮັກສາຄວາມ​
ປອດໄພ​ໃຫ້​ແກ່ຊາວ​ປະມົງຈີນ.”

ການ​ປະ​ເຊີນ​ໜ້າເປັນ​ເວລາ 10 ວັນ ເລີ້ມຂື້ນ​ເວລາ​ເຮືອ​ລາດຕະ​ເວນ​ຂອງ​ຈີນ​ໄດ້​ກີດ​ກັ້ນ
ບໍ່​ໃຫ້​ເຮືອລົບ​ຂອງ​ຟິລິບ​ປີນ ​ເຂົ້າໄປ​ຈັບ​ກຸ​ມພວກ​ຫາ​ປາ​ຂອງ​ຈີນ ຢູ່ໃກ້​ກັບ​ເກາະ​ Scar-
borough ຊຶ່ງ​ເປັນ​ຂົງ​ເຂດ​ທີ່ທັງ​ສອງ​ຝ່າຍອ້າ​ງກຳມະສິດວ່າ ​ເປັນ​ເຂດ​ແດນ​ຂອງ​ຕົນ​ນັ້ນ.

ບັນດາ​ຝູງ​ຊົນ​ພາກັນ​ປະ​ທ້ວງ​ ຢູ່​ຕໍ່ໜ້າ​ສະຖານທູດ​ຈີນ ​ໃນ​ກຸງ​ມະນີ​ລາ ​ໃນ​ມື້ວັນ​ສຸກວານ
ນີ້​ ຕໍ່ຕ້ານ​ການອ້າງ​ກຳມະສິດເອົາ​ເຂດ​ນໍ້າ​ແດນ​ດິນ​ດັ່ງກ່າວຂອງ​ຈີນ.

XS
SM
MD
LG