ລິ້ງ ສຳຫລັບເຂົ້າຫາ

ວັນເສົາ, ໒໗ ກໍລະກົດ ໒໐໒໔

ຟີ​ລິບ​ປີນ​ແລະຈີນ ຍັງຕົກລົງກັນບໍ່ໄດ້ ກ່ຽວກັບເຂດນໍ້າແດນດິນ ໃນທະເລຈີນໃຕ້ນັ້ນ


ທຸງຊາດຈີນປິວສະບັດຢູ່ເໜືອໂຄງສ້າງ ທີ່ຈີນສ້າງຂຶ້ນຢູ່ດອນນຶ່ງໃນໝູ່ເກາະ Spratlys ທີ່ຈີນອ້າງເອົາກໍາມະສິດ ໃນທະເລຈີນໃຕ້.
ທຸງຊາດຈີນປິວສະບັດຢູ່ເໜືອໂຄງສ້າງ ທີ່ຈີນສ້າງຂຶ້ນຢູ່ດອນນຶ່ງໃນໝູ່ເກາະ Spratlys ທີ່ຈີນອ້າງເອົາກໍາມະສິດ ໃນທະເລຈີນໃຕ້.

ປາກົດວ່າ ຟີລິບປີນແລະຈີນ ບໍ່ໄດ້ຫຍັບເຂົ້າໄປໃກ້ການແກ້ໄຂບັນຫາຂັດແຍ້ງກັນ ກ່ຽວກັບ ການອ້າງເອົາກໍາມະສິດໃນດິນແດນບາງແຫ່ງ ໃນເຂດທະເລຈີນໃຕ້ນັ້ນແຕ່ຢ່າງໃດເລີຍ ລຸນ ຫລັງການໄປຢ້ຽມຢາມປະເທດຈີນຂອງລັດຖະມົນຕີການຕ່າງປະເທດຟີລິບປີນໃນທ້າຍສັບປະ ດາແລ້ວນີ້. ທ່ານ Del Rosario ລັດຖະມົນຕີການຕ່າງປະເທດຟີລິບປີນ ກ່າວໃນມື້ວັນຈັນ ຜ່ານມາວ່າ ປະເທດຂອງທ່ານຢາກຈະເອົາການກ່າວອ້າງກໍາມະສິດຂອງຕົນນັ້ນ ຂຶ້ນສະເໜີຕໍ່ ສານນຶ່ງຂອງສະຫະປະຊາຊາດ. ວັນນະສອນມີລາຍງານເລື້ອງນີ້ ມາສະເໜີທ່ານ.

ຟີ​ລິບ​ປີນ​ຈົ່ມ​ວ່າ ​ໄດ້​ມີ​ການ​ປະ​ເຊີນ​ໜ້າ​ກັນ​ຢ່າງ​ນ້ອຍ 7 ຄັ້ງ​ກັບ​ຝ່າຍ​ຈີນ ຢູ່​ໃນ​ຫລາຍໆ​ບ່ອນ ທີ່​ຟີ​ລິບ​ປີນ​ເວົ້າ​ວ່າ​ເປັນ​ສ່ວນ​ນຶ່ງ​ຂອງດິນ​ແດນ​ຂອງ​ຕົນ​ຢ່າງ​ແຈ້ງ​ຂາວ ​ໃນ​ເຂດ​ທະ​ເລ​ຈີນ​ໃຕ້​ນັ້ນ. ລັດຖະມົນຕີ​ການຕ່າງປະ​ເທດ​ຟີ​ລິບ​ປີນ ທ່ານ ​ແດ​ລ ​ໂຣຊາຣິ​ໂອ (Del Rosario) ກ່າວ​ວ່າ ​ແຕ່​ຝ່າຍ​ຈີນ​ກໍ​ຍັງ​ຢືນ​ຢັດ​ວ່າ ຕົນ​ບໍ່​ໄດ້​ລ່ວງ​ລໍ້າ​ເຂົ້າ​ໄປ​ໃນ​ດິນ​ແດນ​ຂອງ​ຟີ​ລິບ​ປີນ ​ແລະ​ທ່ານ​ກໍ​ໄດ້​ບອກ​ພວກເຈົ້າ​ໜ້າ​ທີ່​ຈີນ​ວ່າ ປະ​ເທດ​ຂອງ​ທ່ານ​ພ້ອມ​ແລ້ວ ທີ່​ຈະ​ປ້ອງ​ກັນ​ຕົນ​ເອງ ບົນ​ພື້ນ ຖານ​ຂອງກົດໝາຍ​ສາກົນ. ທ່ານ​ໂຣຊາຣິ​ໂອ​ເວົ້າວ່າ

ທານ Albert del Rosario ຖະແຫລງຕ ກອງປະຊຸມນັກຂາວ ຢຸນະຄອນຫລວງປັກກງ ເມອວັນທີ 8 ກໍລະກົດ 2011. REUTERS/Jason Lee
ທານ Albert del Rosario ຖະແຫລງຕ ກອງປະຊຸມນັກຂາວ ຢຸນະຄອນຫລວງປັກກງ ເມອວັນທີ 8 ກໍລະກົດ 2011. REUTERS/Jason Lee

ພວກ​ເຮົາ​ໄດ້​ຖາມ​ພວກ​ເຂົາ​ເຈົ້າ​ວ່າ ພວກ​ທ່ານ​ກໍ​ຈະ​ເຕັມ​ໃຈ​ເຮັດ​ແບບ​ດຽວ​ກັນ​ນັ້ນ​ບໍ່? ນອກ​ນັ້ນ​ແລ້ວ ພວກ​ເຮົາ​ຍັງ​ໄດ້​ສະ​ເໜີ​ແນະ​ວ່າເວທີ​ທີ່​ຖືກ ຕ້ອງເໝາະ​ສົມ​ທີ່​ສຸດສໍາລັບ​ເລື່ອງ​ນີ້ ກໍ​ຈະ​ແມ່ນສານ​ນາໆ​ຊາດ​ວ່າ​ດ້ວຍ ກົດໝາຍ​ກ່ຽວ​ກັບ​ທະ​ເລ ​ແລະ​ພວກ​ເຮົາ​ກໍ​ສະ​ເໜີ​ແນະ​ວ່າ ​ໃຫ້​ທັງ​ສອງ​ຝ່າຍ​ຂຶ້ນ​ຫາ​ສານ​ນໍາ​ກັນ. ຄໍາ​ຕອບ​ວະ? ຂ້າພະ​ເຈົ້າ​ບໍ່​ແນ່​ ໃຈ​ວ່າ ​ໄດ້​ມີ​ຄໍາ​ຕອບ​ໃດໆ.

ຟີ​ລິບ​ປີນ​ໄດ້​ທວງ​ຢູ່​ສະ​ເໝີ​ມາ ໃຫ້​
ຈີນ​ຍຶດໝັ້ນ​ຕໍ່​ສົນທິສັນຍາ​ຂອງສະ
ຫະ​ປະຊາ​ຊາດວ່າ​ດ້ວຍ​ກົດໝາຍ​
ກ່ຽວ​ກັບ​ທະ​ເລ​ ທີ່​ອະນຸມັດ​ໃຫ້​ແຕ່
ລະ​ປະ​ເທດ​ມີ​ເຂດ​ເສດຖະກິດພິ
ເສດ​ຂອງ​ຕົນ​ເອງໃນ​ວົງລັດສະໝີ
200 ​ໄມ​ລ໌ທ​ະ​ເລ ຫລື​ປະມານ 371 ຫລັກ ​ໄກ​ອອກ​ໄປ​ຈາກ​ຊາຍຝັ່ງ​ທະເລ​ຂອງ​ຕົນ. ຟີ​ລິບ​
ປີນເວົ້າ​ວ່າ ການ​ລ່ວງ​ລໍ້າ​ເມື່ອ​ໝໍ່ໆ​ມາ​ນີ້​ຂອງ​ຈີນໄດ​ເກີດ​ຂຶ້ນ​ຢູ່​ພາຍ​ໃນ​ເຂດ​ເສດຖະກິດ​ພິ​ເສດ
ຂອງ​ຕົນ. ຝ່າຍ​ຈີນ​ນັ້ນ​ຢືນ​ຢັດ​ວ່າ ຕົນ​ໄດ້​ມີ​ອະທິປະ​ໄຕ​ເໜືອ​ເກືອບ​ວ່າ​ຂົງ​ເຂດທັງ​ໝົດຂອງ
ທະ​ເລ​ຈີນ​ໃຕ້​ນັ້ນ ມາ​ເປັນ​ເວລາ​ຫລາຍ​ສັດຕະວັດ​ແລ້ວ.

ຊາວຟີລິບປີນຊຸມນຸມປະທວງຕຕານຈີນ, ວັນທີ 16 ມີຖຸນາ 2011.
ຊາວຟີລິບປີນຊຸມນຸມປະທວງຕຕານຈີນ, ວັນທີ 16 ມີຖຸນາ 2011.

ໝູ່ເກາະ Spratlys ​ໃນ​ເຂດ​ທະ
ເລ​ຈີນ​ໃຕ້ ທີ່​ເຊື່ອ​ກັນ​ວ່າ​ອຸດົມ
ສົມບູນ​ໄປ​ດ້ວຍ​ບໍ່​ນໍ້າມັນ​ແລະ​
ແກ​ສທໍາ​ມະ​ຊາດ​ຢ່າງມະຫາ
ສານ​ນັ້ນ ​ແມ່ນ​ມີ​ຫລາຍ​ປະ​ເທດ
ອ້າງ​ເອົາ​ກໍາມະ​ສິດ​ໂດຍທັງ​ໝົດ​
ຫລື​ເປັນ​ບາງ​ສ່ວນ ຊຶ່ງ​ນອກຈາກ
ຈີນ​ແລະຟີລິບປີນ​ແລ້ວ ກໍມີ​ໂຮມ
ທັງ​ຫວຽດ​ນາມ ມາ​ເລ​ເຊຍ
ບຣູ​ໄນ ​ແລະ​ ໄຕ້​ຫວັນ.

ໃນ​ກອງ​ປະຊຸມ​ໃຫ້​ສໍາ​ພາດຂ່າວ​
ໃນ​ມື້​ວັນ​ຈັນ​ແລ້ວນັ້ນ ລັດຖະມົນ
ຕີ​ຕ່າງປະ​ເທດ ​ແດ​ລ ​ໂຣຊາຣິ​ໂອ
ກ່າວ​ວ່າ ​ເຖິງ​ແມ່ນ​ມີ​ຄວາມ​ເຄ່ງ​
ຕຶງ​ກ່ຽວ​ກັບ​ເລື່ອງ​ການ​ຍາດ​ແຍ່ງ​
ກັນອ້າງ​ເອົາ​ກໍ​າມະ​ສິດ​ໃນເຂດ
ແດນ​ຕ່າງໆ​ນັ້ນ​ກໍ​ຕາມ ​ແຕ່ທ່ານ​ຍັງ​ມີ​ຄວາມ​ຫວັງ​ຢູ່​ວ່າ ຄວາມ​ສໍາພັນ​ກັບ​ຈີນ ຈະ​ເປັນປົກກະຕິ​
ຫລາຍ​ຂຶ້ນ​ກ່ວາ​ເກົ່າ ​ແລະ​ທ່ານ​ຫວັງ​ວ່າ ຈະບໍ່​ມີ​ການ​ປະ​ເຊີນ​ໜ້າ​ກັນຕື່ມ​ອີກ ລະຫວ່າງ​ເຮືອ
ຂອງ​ຝ່າຍ​ຈີນ​ ແລະ​ກໍາ​ປັ່ນ​ລາດຕະ​ເວນ​ຂອງ​ຟີ​ລິບ​ປີນ. ທ່ານ​ໂຣຊາຣິ​ໂອ​ເວົ້າວ່າ:

ພວກ​ເຮົາຕ້ອງການ​ວິທີ​ແກ້​ໄຂ​ທີ່​ສັນຕິ. ພວກ​ເຮົາຕ້ອງ​ການ​ການ​ແກ້​ໄຂທີ່​ອິງ​ໃສ່​
ກົດໝາຍ​ສາກົນ. ພວກ​ເຮົາ​ເອງ​ແມ່ນ​ຢາກ​ໃຫ້​ມີ​ຫລາຍໆ​ຝ່າຍ​ເຂົ້າ​ຮ່ວມແກ້​ໄຂ​ບັນ
ຫານໍາກັນ ​ແລະ​ພວກ​ເຮົາ​ກໍ​ມີ​ຄໍາ​ປະກາດ​ກ່ຽວ​ກັບ​ກົດ​ແຫ່ງ​ການ​ປະຕິ​ບັດ​ຂອງພັກ
ຝ່າຍ​ຕ່າງ​ໆ ​ໃນ​ເຂດ​ທະ​ເລ​ຈີນ​ໃຕ້​ນັ້ນ ​ເປັນ​ໂຕ​ຄຸ້ມ​ຄອງ​ກ່ຽວ​ກັບ​ບັນຫາ​ນີ້.

ທ່ານ ​ແດ​ລ ​ໂຣຊາຣິ​ໂອ ກ່າວ​ຕໍ່​ໄປ​ວ່າ ຈີນ​ຍັງ​ຄົງ​ຢືນ​ຢັດ​ຢ່າງ​ໜັກ​ແໜ້ນ​ວ່າ ຕົນ​ມັກ​ຈັດການ​
ກັບ​ບັນຫາ​ການ​ຜິດ​ຖຽງ​ກັນ​ເລື່ອງ​ດິນ​ແດນ​ນີ້ ​ແບບ​ນຶ່ງຕໍ່​ນຶ່ງໂດຍ​ຜ່ານ​ການ​ເຈລະຈາ​ສອງ​ຝ່າຍ
ໂດຍ​ບໍ່​ຕ້ອງ​ພົວພັນ​ກັບ​ພັກ​ຝ່າຍ​ຈາກ​ທາງ​ນອກ ​ເຊ່ນ​ສານ​ສະຫະ​ປະຊາ​ຊາດ​ນັ້ນ.

ການ​ເດີນທາງ​ໄປ​ຢ້ຽມຢາມ​ຈີນ​ຂອງ​ລັດຖະມົນຕີ​ການ​ຕ່າງປະ​ເທດ​ຟີ​ລິບ​ປີນ ​ແມ່ນ​ເພື່ອ​ປູ​ພື້ນ
ຖານ ສໍາລັບ​ການ​ຢ້ຽມຢາມ​ຂອງ​ປະທານາທິບໍດີ​ຟີ​ລິບ​ປີນ ທ່ານ ​ເບ​ນິກ​ໂນ ອາ​ກີ​ໂນ
(Benigno Aquino) ທີ່​ຄາດ​ວ່າຈະ​ມີ​ຂຶ້ນໃນ​ທ້າຍ​ເດືອນສິງຫາ ຫລື​ບໍ່​ກໍ​ຕົ້ນ​ເດືອນ​ກັນຍາປີ​ນີ້.

XS
SM
MD
LG