ລິ້ງ ສຳຫລັບເຂົ້າຫາ

ວັນພະຫັດ, ໒໘ ມີນາ ໒໐໒໔

ໄຕ້ຝຸ່ນ ມັງຄຸດ ເຮັດໃຫ້ ມີຝົນຕົກໜັກ ແລະ ບ້ານເຮືອນ ເສຍຫາຍ ຮ້າຍແຮງ ຢູ່ ຟີລິບປິນ


ປະຊາຊົນ ຍ່າງເລາະເບິ່ງຮ້ານຄ້າ ຢູ່ຕະຫຼາດແຫ່ງນຶ່ງ ທີ່ໄດ້ຮັບ ຄວາມເສຍຫາຍ ຈາກໄຕ້ຝຸ່ນມັງຄຸດ ທີ່ເມືອງຕູເກກຣາໂອ ແຂວງກາກາຢານ ປະເທດຟິລິບປິນ. (ວັນທີ 15 ກັນຍາ 2018)
ປະຊາຊົນ ຍ່າງເລາະເບິ່ງຮ້ານຄ້າ ຢູ່ຕະຫຼາດແຫ່ງນຶ່ງ ທີ່ໄດ້ຮັບ ຄວາມເສຍຫາຍ ຈາກໄຕ້ຝຸ່ນມັງຄຸດ ທີ່ເມືອງຕູເກກຣາໂອ ແຂວງກາກາຢານ ປະເທດຟິລິບປິນ. (ວັນທີ 15 ກັນຍາ 2018)

ລົມພາຍຸໄຕ້ຝຸ່ນມັງຄຸດ ພາໃຫ້ຝົນຕົກໜັກ ແລະສ້າງຄວາມເສຍຫາຍຢ່າງຮ້າຍແຮງ ທີ່
ປະເທດຟີລິບປິນ.

ເຈົ້າໜ້າທີ່ກ່າວວ່າ ມີຜູ້ເສຍຊີວິດຢ່າງໜ້ອຍ 2 ຄົນ ໃນເຫດດິນເຈື່ອນ ຍ້ອນມີຝົນຕົກ
ໜັກ.

ລົມໄຕ້ຝຸ່ນມັງຄຸດ ໄດ້ພັດຂຶ້ນຝັ່ງໃນຕອນເຊົ້າວັນເສົາມື້ນີ້ ທີ່ເມືອງບາກກາວໃນແຂວງ
ກາກາຢານ ຢູ່ພາກເໜືອສຸດ ຂອງເກາະລູຊອນ ດ້ວຍລົມແຮງ 270 ກິໂລແມັດ ຕໍ່ຊົ່ວ
ໂມງ ທີ່ເຮັດໃຫ້ຫລັງຄາບ້ານເຮືອນທີ່ມຸງດ້ວຍສັງກະສີເປີດ ແລະເສົາໄຟຟ້າຫັກ.

ການຍົກຍ້າຍຜູ້ຄົນຢ່າງຂະໜານໃຫຍ່ອອກຈາກເຂດດັ່ງກ່າວເປັນເວລາ 2 ມື້ໄດ້ເລີ້ມ
ຂຶ້ນກ່ອນທີ່ລົມພາຍຸຫົວນີ້ຈະໄປເຖິງ.

ມີການອອກຄຳເຕືອນ ກ່ຽວກັບລົມພາຍຸຫົວນີ້ ຕໍ່ແຂວງ ແລະເມືອງຕ່າງໆ ທີ່ຕັ້ງຢູ່ໃນ
ເກາະລູຊອນ ຮວມທັງນະຄອນຫຼວງມະນີລາ ນຳດ້ວຍ.

ກ່ອນທີ່ຈະພັດຂຶ້ນຝັ່ງນັ້ນ ລົມໄຕ້ຝຸ່ນມັງຄຸດ ມີແຮງໝຸນ ທີ່ເປັນກ້ອນຂີ້ເຝື້ອຂະໜາດ
ໃຫຍ່ ທີ່ມີເສັ້ນຜ່າສູນກາງຢູ່ 900 ກິໂລແມັດ.

ພາຍຸມັງຄຸດໄດ້ຫລຸດຄວາມແຮງລົງຈາກໄຕ້ຝຸ່ນຍັກ ລົງມາເປັນໄຕ້ຝຸ່ນທຳມະດາແຕ່
ກໍຍັງມີຄວາມແຮງກວ່າລົມພາຍຸເຂດຮ້ອນຟລໍເຣັນສ໌ ທີ່ກຳລັງພັດເຂົ້າຖະຫຼົ່ມລັດຄາ
ໂຣໄລນາເໜືອ ແລະຄາໂຣໄລນາໃຕ້ ທາງພາກຕາເວັນອອກສຽງໃຕ້ຂອງສະຫະລັດ
ໃນເວລານີ້.

ພວກນັກພະຍາກອນອາກາດທຳນາຍວ່າ ໄຕ້ຝຸ່ນມັງຄຸດ ຈະມຸ່ງໜ້າສູ່ຮົງກົງແລະພາກ
ໃຕ້ຂອງຈີນ ໃນວັນຈັນຈະມານີ້.

ອ່ານຂ່າວນີ້ຕື່ມເປັນພາສາອັງກິດ

XS
SM
MD
LG