ລິ້ງ ສຳຫລັບເຂົ້າຫາ

ວັນເສົາ, ໒໗ ກໍລະກົດ ໒໐໒໔

ຟີລິບປິນ ຮຽກຮ້ອງໃຫ້ຂັບໄລ່ ບັນດານັກການທູດຈີນ ໃນຂະນະທີ່ການປະທະກັນ ໃນທະເລຈີນໃຕ້ ເພີ້ມຂຶ້ນ


ແຜນທີ່ຂອງທະເລຈີນ ໃຕ້
ແຜນທີ່ຂອງທະເລຈີນ ໃຕ້

ທີ່ປຶກສາດ້ານຄວາມໝັ້ນຄົງແຫ່ງຊາດຂອງຟີລິບປິນ ໄດ້ຮຽກຮ້ອງໃຫ້ຂັບໄລ່ບັນດານັກການທູດຈີນ ອອກ ໃນວັນສຸກມື້ນີ້ ກ່ຽວກັບການຮົ່ວໄຫລຂອງການສົນທະນາທາງໂທລະສັບ ກັບພົນເຮືອເອກຂອງຟີລິບປິນ ສົ່ງຜົນໃຫ້ຄວາມຂັດແຍ້ງອັນຂົມຂື່ນ ໃນທະເລຈີນໃຕ້ ມີຄວາມຮຸນແຮງຂຶ້ນຢ່າງຫຼວງຫຼາຍ, ອີງຕາມອົງການຂ່າວ ຣອຍເຕີສ໌.

ທ່ານ ເອດວາໂດ ອາໂນ (Eduardo Ano) ກ່າວ​ໃນ​ຖະ​ແຫຼງການ​ສະບັບນຶ່ງ​ວ່າ ສະຖານທູດ​ຈີນ ​ປະຈຳ​ນະຄອນຫຼວງ​ມະ​ນີລາ​ ໄດ້​ກຽມ "ການດຳເນີນການ​ຊ້ຳ​ແລ້ວ​ຊ້ຳ​ອີກ ໃນການມີ​ສ່ວນຮ່ວມ ​ແລະ​ການ​ເຜີຍ​ແຜ່​ຂໍ້ມູນທີ່ບິດເບືອນ, ຜິດ ແລະບໍ່ຖືກຕ້ອງ," ​ໂດຍ​ມີ​ຈຸດປະສົງ​ເພື່ອ​ສ້າງຄວາມບໍ່ລົງລອຍກັນ, ຄວາມຂັດແຍ້ງ ​ແລະ​ຄວາມ​ແຕກ​ແຍກ.

ທ່ານກ່າວວ່າ "ການກະທຳເຫຼົ່ານັ້ນ ບໍ່ຄວນຈະຖືກອະນຸຍາດໃຫ້ຜ່ານໄປ ໂດຍບໍ່ມີການລົງໂທດຢ່າງຈິງຈັງ."

ສະຖານທູດ​ຈີນ​ປະຈຳ​ນະຄອນຫຼວງ​ມະ​ນີລາ ​ບໍ່​ໄດ້​ໃຫ້ຄຳຕອບໃນ​ທັນທີ ​ຕໍ່​ຄຳ​ຮ້ອງ​ຂໍ​ຄວາມ​ເຫັນ​ກ່ຽວ​ກັບ​ການ​ຮຽກຮ້ອງ​ໃຫ້​ຂັບ​ໄລ່​ນັກ​ການ​ທູດ. ຫ້ອງການ​ຂອງ​ປະທານາທິບໍດີ​ຟີ​ລິບ​ປິນ ທ່ານ ເຟີດີນານ ມາໂກສ ຈູເນຍ (Ferdinand Marcos Jr.) ​ແລະ ກະຊວງ​ການ​ຕ່າງປະ​ເທດ​ບໍ່​ໄດ້ໃຫ້ຄຳຕອບໃນ​ທັນທີ ​ຕໍ່​ການ​ຮ້ອງ​ຂໍ​ຄວາມ​ເຫັນ.

ທັງສອງ​ປະ​ເທດ​ໄດ້ມີ​ການ​ປະ​ທະ​ກັນ​ຢ່າງ​ຮຸນ​ແຮງຫຼາຍຄັ້ງ​ ໃນ​ປີ​ທີ່ຜ່ານມາ ​ຢູ່​ໃນພື້ນ​ທີ່ ທີ່​ມີ​ການ​ຂັດ​ແຍ້ງ​ກັນ​ຢູ່ໃນ​ທະ​ເລ​ຈີນ​ໃຕ້ ​ໃນ​ຂະນະ​ທີ່​ຟີ​ລິບ​ປິນ ເຊິ່ງ​ໄດ້​ຮັບ​ການ​ສະໜັບສະໜູນ​ຈາກ​ສະຫະລັດ ​ແລະ​ປະ​ເທດ​ພັນທະ​ມິດ​ອື່ນໆ, ກໍໄດ້ເພີ້ມ​ການ​ເຄື່ອນ​ໄຫວ​ຢູ່​ເຂດ​ນ່ານນ້ຳ​ທີ່​ຍຶດຄອງໂດຍ​ທະຫານ​ຍາມ​ຝັ່ງຂະໜາດໃຫຍ່​ຂອງ​ຈີນ.

ຈີນ​ໄດ້​ກ່າວ​ຫາ​ຟີ​ລິບ​ປິນ​ວ່າ ​ໄດ້​ລ່ວງ​ລ້ຳ​ ແລະ​ຫັກຫຼັງ, ໃນ​ຂະ​ນະ​ທີ່​ ມາ​ນີ​ລາ ​ໄດ້​ຕຳ​ໜິ​ປັກ​ກິ່ງ​ ໃນ​ອັນ​ທີ່​ຕົນ​ເວົ້າ​ວ່າ ​ເປັນ​ນະ​ໂຍ​ບາຍ​ຮຸກ​ຮານ​ ແລະ​ການ​ຫຼອກ​ລວງ​ທີ່​ເປັນ​ອັນ​ຕະ​ລາຍ ​ຢູ່​ໃນ​ເຂດ​ເສດ​ຖະ​ກິດ​ສະ​ເພາະຂອງຕົນ.

ການ​ຂັບ​ໄລ່​ນັກ​ການ​ທູດອອກ ​ອາດ​ຈະ​ເພີ່ມ​ທະວີ​ຄວາມຮຸນແຮງຂອງຄວາມຂັດແຍ້ງ ທີ່ເຄີຍໄດ້ຖືກພົບເຫັນວ່າມີການແລກປ່ຽນກັນໄປມາ​ຢ່າງ​ຮ້ອນ​ແຮງ, ການ​ປະ​ທ້ວງ​ທາງ​ການ​ທູດ ​ແລະ​ການ​ແລ່ນຕໍ່າ ແລະ ການສີດນໍ້າໃສ່ດ້ວຍທໍ່ນໍ້າຂະໜາດໃຫຍ່ໃສ່​ເຮືອ​ຂອງ​ຟີ​ລິບ​ປິນ ຢູ່​ທີ່​ບໍລິເວນສັນດອນ​ສອງ​ແຫ່ງ​ທີ່​ມີ​ການ​ຂັດ​ແຍ້​ງກັນ, ​ເຊິ່ງຈຸດທີ່ໃກ້​ທີ່​ສຸດ​ແມ່ນຢູ່​ຫ່າງ​ຈາກ​ຈີນ​ແຜ່ນດິນ​ໃຫຍ່ຫຼາຍກວ່າ 850 ກິ​ໂລ​ແມັດ ຫຼື 530 ໄມລ໌.

ອ່ານຂ່າວນີ້ເປັນພາສາອັງກິດ

ຟໍຣັມສະແດງຄວາມຄິດເຫັນ

XS
SM
MD
LG