ລິ້ງ ສຳຫລັບເຂົ້າຫາ

ວັນເສົາ, ໒໐ ເມສາ ໒໐໒໔

ປ.ທ. ຟິລິບປິນ ເຊັນອະນຸມັດ ຮ່າງງົບປະມານ ສະບັບທໍາອິດ ຂອງລັດຖະບານຂອງທ່ານ


ປະທານາທິບໍດີຟິລິບປິນ ທ່ານ ເບນິກໂນ ອາກີໂນ.
ປະທານາທິບໍດີຟິລິບປິນ ທ່ານ ເບນິກໂນ ອາກີໂນ.

ທ່ານ Benigno Aquino ປະທານາທິບໍດີຟິລິບປິນ ໄດ້ເຊັນອະນຸມັດ​ໃຫ້ເປັນກົດໝາຍ ຮ່າງງົບປະມານສະບັບທໍາອິດ ຂອງລັດຖະບານຊຸດໃໝ່ຂອງທ່ານ ຊຶ່ງມີໂຮມທັງ​ຂໍ້​ກໍານົດ​ໃຫ້
ໂອນເງິນສົດ ໄປໃຫ້ພວກ​ປະຊາຊົນທີ່ຍາກຈົນທີ່ສຸດຈໍານວນ​ນຶ່ງ​ຂອງ​ປະ​ເທດ​.

ງົບປະມານດັ່ງກ່າວ ຊຶ່ງ​ມີມູນຄ່າ 37 ພັນ 300 ລ້ານໂດລາ ໄດ້ຜ່ານສະພາຄອງແກຣສ
ຂອງຟິລິບປິນໃນຕົ້ນເດືອນນີ້ ​ໂດຍບໍ່ມີການປ່ຽນແປງຫຍັງຫລາຍ ຊຶ່ງ​ນັບເປັນຄັ້ງທໍາອິດ
ໃນຮອບ 11 ປີ ທີ່ງົບປະມານຫລວງຂອງຟິລິບປິນໄດ້​ຮັບ​ການອະນຸມັດ ກ່ອນເລີ່ມປີສົກ ງົບປະມານນັ້ນ.

ໃນພິທີລົງນາມໃນມື້ວັນຈັນມື້ນີ້ ທ່ານອະກີໂນ ໄດ້ກ່າວຂອບໃຈພວກຜູ້​ແທນ ສໍາລັບການ
ປະຕິບັດການທີ່ວ່ອງໄວຂອງພວກເຂົາເຈົ້າ ໂດຍກ່າວວ່າງົບປະມານຊຸດນີ້ ສະແດງໃຫ້ເຫັນ
ເຖິງຄວາມໝັ້ນໝາຍຂອງພວກເຮົາ ທີ່ຈະແກ້ໄຂບັນຫາຂອງປະຊາຊົນຂອງພວກເຮົາ ໃນ
ເວລາອັນໄວທີ່ສຸດ ​ແລະ​ໃນ​ການ​ໃຫ້ຂໍ້ສັງເກດ​ເຖິງການເພີ່ມຂື້ນຢ່າງ​ຫລວງຫລາຍ ໃນການ
ໃຊ້ຈ່າຍສໍາລັບຕໍ່ຕ້ານຄວາມທຸກຈົນ ແລະສໍາລັບໂຄງການສັງຄົມຕ່າງໆນັ້ນ ທ່ານອະກີໂນ
ກ່າວວ່າ ງົບປະມານນີ້ແມ່ນບັນເທົາພາລະແບກຫາບ ໂດຍສະເພາະຂອງ​ພວກກຸ່ມຄົນທີ່ ດ້ອຍໂອກາດທີ່ສຸດນັ້ນ.

XS
SM
MD
LG