ຊາວຟິລິບບີນຫລາຍຮ້ອຍພັນຄົນ ພາກັນຍົກຍ້າຍອອກຈາກໝູ່
ບ້ານທີ່ຢູ່ຕາມ ແຄມຝັ່ງທະເລ ແລະຂົງເຂດທີ່ຈະເກີດດິນເຈື່ອນ
ກ່ອນທີ່ລົມໄຕ້ຝຸ່ນຮ້າຍແຮງ ຈະໄປເຖິງ ໃນຂະນະທີ່ປະເທດດັ່ງ
ກ່າວກຳລັງຟື້ນໂຕຄືນ ຈາກໄຕ້ຝຸ່ນຍັກ ທີ່ພັດເຂົ້າຖະຫຼົ່ມ ເມື່ອປີ
ແລ້ວນີ້.
ບັນດານັກພະຍາກອນອາກາດເຕືອນວ່າ ໄຕ້ຝຸ່ນ Hagupit ມີ
ຄວາມໝາຍໃນພາສາຟິລິບປີນວ່າ “ຖະຫລົ່ມ” ພ້ອມດ້ວຍລົມ
ແຮງ 215 ກິໂລແມັດຕໍ່ຊົ່ວໂມງ ແລະແຮງພັດເປັນບາງຄັ້ງເຖິງ
250 ກິໂລແມັດຕໍ່ຊົ່ວໂມງຊຶ່ງຄາດວ່າຈະພັດເຂົ້າປະທະແຂວງ
ຊາມາຕາເວັນອອກຫລື East Samar ໃນຕອນແລງວັນເສົາ
ມື້ອຶ່ນນີ້.
ແຂວງ East Samar ແລະບັນດາແຂວງພາກກາງອຶ່ນໆ ແມ່ນໄດ້ຮັບຄວາມເສຍຫາຍຢ່າງ
ຮ້າຍແຮງໃນປີກາຍນີ້ຈາກ ໄຕ້ຝຸ່ນ Haiyan ທີ່ໄດ້ເຮັດໃຫ້ມີຜູ້ເສຍຊີວິດຫລາຍກວ່່າ 7,300
ຄົນແລະຖືກຊັ່ງຊາວ່າເປັນລົມພາຍຸທີ່ຮ້າຍແຮງສຸດເທິ່ງໜ້າດິນ ເທົ່າທີ່ເຄີຍຈົດບັນທຶກມາ.
ຫລາຍພັນຄົນຢູ່ໃນຂົງເຂດຍັງພາກັນອາໄສຢູ່ຕາມຕູບຕາມຜາມຕ່າງໆ.
ເຖິງຢ່າງໃດກໍດີ ລາຍງານພະຍາກອນອາກາດ ໂດຍສູນກາງເຕືອນໄພຮ່ວມກ່ຽວກັບລົມໄຕ້
ຝຸ່ນຂອງກອງທັບສະຫະລັດ ທີ່ລັດ Hawaii ກ່າວວ່າ ໄຕ້ຝຸ່ນ Hagupit ອາດຈະມຸ່ງໜ້າໄປ
ທາງທິດເໜືອແທນຫລັງຈາກພັດຂຶ້ນຝັ່ງແລ້ວ ແລະອາດເປັນໄພຂົ່ມຂູ່ແກ່ນະຄອນຫລວງມານິລາ.
ຢູ່ໃນກອງປະຊຸມກັບບັນດາເຈົ້າໜ້າທີ່ຮັບມືກັບໄພສຸກເສີນ ໃນວັນພະຫັດວານນີ້ ປະທານາ
ທິບໍດີ Benigno Aquino ໄດ້ສັ່ງໃຫ້ເອົາບາດກ້າວປ້ອງກັນ ບໍ່ໃຫ້ມີ ການຊື້ເຄື່ອງແບບຕື່ນ
ຕົກໃຈ ແລະສະສົມອາຫານໄວ້. ທ່ານຍັງໄດ້ຮຽກຮ້ອງໃຫ້ບັນດາເຈົ້າໜ້າທີ່ “ພາກັນກະ
ກຽມທຸກໆຢ່າງ.”
ປະເທດໃນເຂດເອເຊຍຕາເວັນອອກສຽງໃຕ້ ໄດ້ປະເຊີໜ້າກັບລົມພາຍຸຮ້າຍແຮງແບບທີ່ບໍ່
ມີມາກ່ອນ ໃນສອງສາມປີທີ່ຜ່ານມານີ້ ຮວມທັງ ໄຕ້ຝຸ່ນ Bopha ທີ່ໄດ້ເຮັດໃຫ້ມີຜູ້ເສຍຊີວິດ ຫລືຫາຍສາບສູນຫຼາຍກວ່າ 1,900 ຄົນ ໃນປີ 2012.