ລິ້ງ ສຳຫລັບເຂົ້າຫາ

ວັນເສົາ, ໒໗ ກໍລະກົດ ໒໐໒໔

ການວາງລະເບີດໂຈມຕີ ແມ່ນເພື່ອທົດສອບ ການຕໍ່ສູ້ ຕ້ານ ກຸ່ມກະບົດມຸສລິມ ຂອງຟີລິບປິນ

ເຈົ້າໜ້າທີ່ຕຳຫຼວດ ສອງຄົນເບິ່ງຊາກສົບຂອງຜູ້ເຄາະຮ້າຍ ຫຼັງຈາກລະເບີດແຕກ ຢູ່ຕະຫຼາດແລງ ທີ່ເຮັດໃຫ້ ປະມານ 10 ຄົນເສຍຊີວິດ ແລະ ອີກຫຼາຍຄົນບາດເຈັບ ໃນເມືອງ Davao ຢູ່ທາງພາກໃຕ້ ຂອງຟີລິບປິນ, ເມື່ອຕອນເດິກວັນສຸກ ທີ 2 ກັນຍາ 2016.

ເຫດການໂຈມຕີກໍ່ການຮ້າຍທີ່ເຫັນໄດ້ຊັດ ຢູ່ໃນບ້ານເກີດຂອງປະທານາທິບໍດີ ຟີລິບປິນ ທ່ານ Rodrigo Duterte ເຊິ່ງຕາມປົກກະຕິແລ້ວ ຮູ້ຈັກກັນດີວ່າ ມີຄວາມປອດໄພທົ່ວໄປ ນັ້ນ ແມ່ນຈະເພີ່ມທະວີການຕໍ່ສູ້ຕ້ານກັບພວກກະບົດມຸສລິມຫົວຮຸນແຮງ ແລະ ອາດປ່ຽນ ແປງທິດທາງຂອງຄວາມຂັດແຍ້ງ ພາຍໃນປະເທດທີ່ແກ່ຍາວມາໄດ້ຫຼາຍທົດສະວັດ.

ກຸ່ມກໍ່ການຮ້າຍ Abu Sayyaf ໄດ້ອ້າງເອົາຄວາມຮັບຜິດຊອບ ສຳລັບ ການວາງລະເບີດ ເມື່ອຕອນເດິກວັນສຸກ ຢູ່ທີ່ຕະຫຼາດແລງ ໃນເມືອງ Davao ທີ່ໄດ້ສັງຫານ 14 ຄົນ ແລະ ໄດ້ເຮັດໃຫ້ 70 ຄົນບາດເຈັບ ອີງຕາມລາຍງານຂ່າວຂອງຟີລິບປິນ. ລາຍງານບາງສ່ວນ ກ່າວວ່າ ກຸ່ມດັ່ງກ່າວ ໄດ້ຖອນຄຳຖະແຫລງຂອງຕົນ.

ປະທານາທິບໍດີ ຟີລິບປິນ ທ່ານ Rodrigo Duterte ສະແດງທ່າທີ ໃນຂະນະທີ່ ກ່າວຖະແຫລງ ຫຼັງຈາກພິທີວາງພວງມາລາ ໃນການສະຫຼອງ ວັນວິລະບູລຸດແຫ່ງຊາດ ຫຼື National Heroes Day, ວັນທີ 29 ສິງຫາ 2016 ຢູ່ທີ່ ສຸສານ ວິລະບູລຸດ ໃນຊານເມືອງ Taguig ທາງກ້ຳຕາເວັນອອກຂອງນະຄອນຫຼວງມານີລາ.

ການໂຈມຕີດ້ວຍລະເບີດ ແມ່ນເປັນການແກ້ແຄ້ນ ຄັ້ງທຳອິດທີ່ສຳຄັນ ຫຼັງຈາກທ່ານ Duterte ທີ່ຮູ້ຈັກກັນວ່າ ນັກຕໍ່ສູ້ອາຊະກຳຜູ້ບໍ່ຢ້ານກົວວ່າ ທີ່ເປັນການໃຊ້ຄວາມຮຸນແຮງ ໃນການຮວບຮັດຕັດຕອນ ທີ່ໄດ້ເຂົ້າຮັບຕຳແໜ່ງໃນວັນທີ 30 ມິຖຸນາ ປີນີ້ ແລະ ໄດ້ເລີ້ມ ໂຈມຕີ ຕໍ່ຕ້ານກຸ່ມ Abu Sayyaf ຢູ່ໃນທີ່ໝັ້ນຂອງພວກເຂົາ ໃກ້ກັບເກາະ Mindanao ທາງພາກໃຕ້ຂອງປະເທດ. ການໂຈມຕີເຫຼົ່ານັ້ນ ໄດ້ເຮັດໃຫ້ມີ ທະຫານ 12 ຄົນ ແລະ ພວກກະບົດ 22 ຄົນ ເສຍຊີວິດ ເມື່ອເດືອນແລ້ວນີ້. ກຸ່ມດຽວກັນນີ້ ແມ່ນຮູ້ຈັກກັນດີ ໃນ ເລື່ອງ ການລັກພາຕົວພວກຄົນຕ່າງຊາດໄປລວມທັງ ພວກພົນລະເມືອງຊາວການາດາ ຜູ້ທີ່ໄດ້ຖືກຕັດຄໍໃນເດືອນ ເມສາຜ່ານມາ.

ທ່ານ Duterte ອະດີດເຈົ້າຄອງນະຄອນ Davao ຜູ້ເວົ້າຈາເກັ່ງກ້າ ໄດ້ສັນຍາເມື່ອເດືອນ ແລ້ວນີ້ວ່າ ຈະກວດລ້າງ ກຸ່ມ Abu Sayyaf ເຊິ່ງກະປະມານວ່າ ມີສະມາຊິກ ຈຳນວນ 400 ຄົນ. ນອກນັ້ນທ່ານຍັງໄດ້ກະກຽມການເປີດເຈລະຈາສັນຕິພາບ ກັບກຸ່ມກະບົດ ມຸສລິມ ອື່ນໆອີກ ເຊັ່ນກຸ່ມ ແນວໂຮມ ປົດປ່ອຍ Moro ອິສລາມ.

ວິທີການສອງງ່າມ ຕໍ່ກຸ່ມກະບົດອາດເໝາະກັບສັນຍາທີ່ໃຫ້ໄວ້ໃນການໂຄສະນາຫາສຽງ ທີ່ຈະຄວບຄຸມຄວາມຮຸນແຮງຈາກການກໍ່ກະບົດທີ່ໄດ້ມີມາດົນນານຫຼາຍທົດສະວັດແລ້ວ ຢູ່ໃນ Mindanao ທີ່ເປັນເກາະໃຫຍ່ຢູ່ທາງພາກໃຕ້ສຸດຂອງຟີລິບປິນ ແລະ ເປັນສະຖານ ທີ່ຕັ້ງຂອງ Davao.

ແຕ່ບັນດານັກວິເຄາະ ເຕື່ອນວ່າ ຄວາມພະຍາຍາມພຽງຈະກໍ່ໃຫ້ເກີດຄວາມຮຸນແຮງ ຫຼາຍຂຶ້ນ ໂດຍປາດສະຈາກການແກ້ໄຂທາງການເມືອງ ອັນເປັນບັນຫາພື້ນຖານນັ້ນ.

ອ່ານຂ່າວນີ້ຕື່ມ ເປັນພາສາອັງກິດ

XS
SM
MD
LG