ພວກເຈົ້າໜ້າທີ່ໃນເຂດພາກໃຕ້ຂອງຟິລິບປິນ ກ່າວວ່າ ເຫດລະເບີດສອງບັ້ນທີ່ສັ່ນສະ
ເທືອນເມືອງ Zamboanga ໃນວັນອາທິດມື້ນີ້ ໄດ້ສົ່ງຜົນໃຫ້ມີຜູ້ໄດ້ຮັບບາດເຈັບແປດຄົນ.
ທ່ານ Edwin De Ocampo ຜູ້ກໍາກັບການຕໍາຫລວດອາວຸໂສກ່າວວ່າ ລະເບີດລູກນຶ່ງໄດ້
ແຕກຂຶ້ນຢູ່ຊັ້ນໜ້າດິນຂອງໂຮງແຮມແຫ່ງນຶ່ງໃນເວລາປະມານທ່ຽງວັນ ແລະລູກທີ່ສອງໄດ້
ປະທະສະໜາມຕີໄກ່ ທີ່ຢູ່ໃກ້ໆກັນນັ້ນ.
ຕໍາຫລວດບໍ່ໄດ້ໃຫ້ຄໍາເຫັນໃດໆ ກ່ຽວກັບວ່າການວາງລະເບີດສອງບັ້ນດັ່ງກ່າວນັ້ນ ແມ່ນ
ກ່ຽວພັນກັນຫລືບໍ່.
ພວກຫົວຮຸນແຮງ ອາບູ ເຊຢັບ ທີ່ເຊຶ່ອມໂຍງກັບກຸ່ມກໍ່ການຮ້າຍອາລເຄອີດາ ແມ່ນມີ
ຖານປະຕິບັດການຢູ່ທີ່ເກາະ Basilan ຄົນລະຟາກຊ່ອງ ແຄບກັບເມືອງ Zamboanga ແລະພວກຫົວຮຸນແຮງກຸ່ມນີ້ເຄີຍຖືກຖິ້ມ ໂທດໃສ່ວ່າ ເປັນຜູ້ທໍາການໂຈມຕີຫລາຍໆບັ້ນ
ໃນເມືອງດັ່ງກ່າວມາແລ້ວ.