ຕໍາຫລວດໃນພາກໃຕ້ຂອງຟີລິບປິນກ່າວວ່າ ລະເບີດລູກນຶ່ງໄດ້ແຕກຂຶ້ນທີ່ສະຖານີລົດເມໂດຍ
ສານແຫ່ງນຶ່ງ ໃນວັນຈັນມື້ນີ້ ເຮັດໃຫ້ປະຊາຊົນເສຍຊີວິດໄປຄົນນຶ່ງ ແລະໄດ້ຮັບບາດເຈັບອີກ 2 ຄົນ.
ທາງການເວົ້າວ່າ ລະເບີດທີ່ແຕກຂຶ້ນຢູ່ສະຖານີເຂດເມືອງ Carmen ໃນແຂວງ Cotaba-
to ເໜືອ ໄດ້ເຮັດໃຫ້ 2 ຄົນທີ່ຢູໃນລົດບັສໄດ້ຮັບບາດເຈັບ ແລະອີກຄົນນຶ່ງທີ່ຢືນຢູ່ໃກ້ໆ
ນັ້ນ ທີ່ເປັນໜຸ່ມນ້ອຍໄວລຸ້ນ ອາຍຸ 17 ປີ ຊຶ່ງຜູ້ກ່ຽວໄດ້ຮັບບາດເຈັບສາຫັດ ແລະໄປເສຍ ຊີວິດ ໃນເວລາຕໍ່ມາທີ່ໂຮງໝໍ.
ຕໍາຫລວດກ່າວວ່າ ພວກເຂົາເຈົ້າກໍາລັງສືບສວນເບິ່ງຄວາມອາດສາມາດເປັນໄປໄດ້ທີ່ວ່າ
ໜຸ່ມໄວ 17 ປີຄົນນີ້ ອາດເປັນຜູ້ວາງລະເບີດກໍເປັນໄດ້.
ເຫດລະເບີດດັ່ງກ່າວເກີດຂຶ້ນໃນເວລາບໍ່ຮອດ 1 ເດືອນ ຫລັງຈາກວັດຖຸລະເບີດລູກນຶ່ງໄດ້
ແຕກຂຶ້ນຢູ່ໃນລົດເມໂດຍສານຄັນນຶ່ງໃນແຂວງດຽວກັນ ຊຶ່ງໄດ້ເຮັດໃຫ້ປະຊາຊົນເສຍຊີວິດ ໄປ 10 ຄົນ.
ພາກໃຕ້ຂອງຟີລິບປິນແມ່ນເປັນບ່ອນຢູ່ອາໄສຂອງພວກລັກຈັບໂຕຜູ້ຄົນ ກຸ່ມແກ໊ງຍັກ
ຍອກເອົາເງິນ ແລະພວກມຸສລິມທີ່ໄດ້ກໍ່ການກະບົດ ເປັນເວລາຫລາຍທົດສະວັດມາແລ້ວ.