ລິ້ງ ສຳຫລັບເຂົ້າຫາ

ວັນສຸກ, ໒໙ ມີນາ ໒໐໒໔

ປະທານາທິບໍດີຟີລິບປິນ ຂຶ້ນໄປເບິ່ງກໍາປັ່ນ ທີ່ນໍາສົບບິນລາເດັນ ໄປຖິ້ມໃນທະເລ


ປະທານາທິບໍດີ Benigno Aquino III ແຫ່ງຟີລິບປິນ (ຄົນທີ 2 ຈາກຊ້າຍ) ພ້ອມດ້ວຍຄະນະ ກໍາລັງເບິ່ງ ເຮືອບິນລົບໄອພົ່ນ F/A-18 Hornet ເທິງກໍາປັ່ນບັນທຸກເຮືອບິນ USS Carl Vinson, ວັນທີ 14 ພຶດສະພາ
ປະທານາທິບໍດີ Benigno Aquino III ແຫ່ງຟີລິບປິນ (ຄົນທີ 2 ຈາກຊ້າຍ) ພ້ອມດ້ວຍຄະນະ ກໍາລັງເບິ່ງ ເຮືອບິນລົບໄອພົ່ນ F/A-18 Hornet ເທິງກໍາປັ່ນບັນທຸກເຮືອບິນ USS Carl Vinson, ວັນທີ 14 ພຶດສະພາ

ປະທານາທິບໍດີ Benigno Aquino ​ແຫ່ງ​ຟີ​ລິບ​ປິນ​ແລະ​ພວກ​ເຈົ້າ​ໜ້າ ທີ່​ຂັ້ນ​ສູງ​ອື່ນໆ​ຫລາຍ​ຄົນ​ ໄດ້ຂຶ້ນໄປ​ເບິ່ງກໍາ​ປັ່ນ​ຂອງ​ສະຫະລັດ ລໍາທີ່ເອົາສົບ​ຂອງ​ນາຍ​ໂອຊາ​ມາ​ບິນ​ລາ​ເດັນ ມື້​ລາງ​ຜູ້​ນໍາ​ເຄືອ​ຂ່າຍ​ອາລກາ​ອິດາ ​ໄປຖິ້ມ​ລົງ​ກາງ​ທະ​ເລ​ນັ້ນ.

ບັນດາ​ເຈົ້າ​ໜ້າ​ທີ່​ຟີ​ລິບ​ປິນກ່າວ​ວ່າ ​ເຈົ້າ​ໜ້າ​ທີ່​ສະຫະລັດ​ໄດ້
ພາທ່ານ​ອາ​ກີ​ໂນ​ແລະ​ພວກ​ສະມາຊິກ​ໃນ​ວົງ​ການ​ລັດຖະບານ
ຂອງ​ທ່ານ​ຂີ່ເຮືອບິນ​ເຮ​ລີ​ຄອບ​ເຕີ​ໄປລົງເທິງກໍາ​ປັ່ນ​ USS
Carl Vinson ໃນ​ວັນ​ເສົາວານ​ນີ້ ​ໂດຍ​ມີ​ເອກ​ອັກຄະ​ລັດ
ຖະທູດ​ສະຫະລັດ ທ່ານ Harry Thomas ຕິດຕາມ​ໄປ​ນໍາ
ແລະ​ທ່ານ​ອາ​ກີ​ໂນ​ໄດ້​ໂອ້​ລົມ​ກັບ​ພວກ​ລູກ​ເຮືອ​ອາ​ເມຣິກັນ​
ເຊື້ອ​ສາຍ​ຟີ​ລິບ​ປິນຈໍານວນ​ນຶ່ງ.

ກໍາ​ປັ່ນ USS Carl Vinson ແລະ​ເຮືອ​ອື່ນໆອີກ​ 3 ລໍາ
ຂອງ​ສະຫະລັດ ກໍາລັງເດີນທາງ​ໄປສູ່​ກຸງ​ມາ​ນີລາ​ເພື່ອ
​ທໍາ​ການ​ຢ້ຽມຢາມເປັນ​ເວລາ 4 ມື້ ​ເລີ້ມ​ແຕ່​ວັນ​ອາທິດ​ມື້​ນີ້​ເປັນ​ຕົ້ນ​ໄປ.

ບັນດາ​ເຈົ້າ​ໜ້າ​ທີ່​ສະຫະລັດ​ກ່າວ​ວ່າ ການ​ຢ້ຽມຢາມ​ດັ່ງກ່າວ​ເປັນ​ການຢ້ຽມຢາມ​ຕາມ​ປົກກະຕິ ເພື່ອ​ທໍາ​ການ​ຮັກສາ​ບໍາລຸງ​ແລະ​ເຕີມ​ສະບຽງ​ຕ່າງໆ​ໃສ່​ເຮືອ.

ບັນດາ​ເຈົ້າ​ໜ້າທີ່​ກອງທັບ​ສະຫະລັດ​ກ່າວ​ວ່າ ກໍາ​ປັ່ນ USS Carl Vinson ເປັນ​ເຮືອ​ທີ່ນໍາ​ສົບ​ນາຍບິນ​ລາ​ເດັນ​ໄປຖິ້ມ​ລົງ​ໃນ​ທະ​ເລອາ​ເຣ ບຽນ​ເໜືອ ຫລັງ​ຈາກ​ກອງ​ກໍາລັງ​ພິ​ເສດຕາມ​ລ່າໂຕ​ຜູ້ກ່ຽວຈົນ​ພົບ​ແລະ​ສັງຫານ​ຜູ້ກ່ຽວ​ໃນ​ບ່ອນ​ລີ້​ຊ່ອນ​ຂອງເຂົາ​ທີ່ປາ​ກີ​ສຖານ​ນັ້ນ.

ນາຍ​ທະຫານ​ຄົນ​ນຶ່ງໄດ້ອ່ານຂໍ້ຄວາມທາງ​ສາສະໜາ​ທີ່​ກະກຽມ​ໄວ້​ກ່ອນ ​ແລະ​ແປ​ເປັນ​ພາສາ
ອາຣັບ​ໂດຍ​ຄົນ​ອາຣັບເອງ. ສົບ​ຂອງ​ນາຍບິນ​ລາ​ເດັນ​ໄດ້ຖືກ​ເອົາ​ໃສ່​ໃນ​ຖົງໜັກໆ ກ່ອນ​ຈະ
ຄ່ອຍໆ​ປ່ອຍ​ລົງ​ນໍ້າ​ທະ​ເລໄປ.

XS
SM
MD
LG