ລິ້ງ ສຳຫລັບເຂົ້າຫາ

ວັນສຸກ, ໑໙ ເມສາ ໒໐໒໔

ຜູ້ນຳ​ ຄົນ​ສຳຄັນ​ ຂອງ​ກຸ່ມ​ Abu Sayyaf ຖືກຈັບກຸມ ໃນ ຟິລິບປີນ (ວີດີໂອ)


Philippines Arrest SOTVO
please wait

No media source currently available

0:00 0:00:38 0:00
​ຕຳຫຼວດຟິລິບປີນ ​ໄດ້​ຈັບ​ກຸມ​ຊາຍ​ຜູ້​ນຶ່ງ ​ທີ່​ທາງ​ສະຫະລັດ​ ໄດ້ອະທິ
ບາຍວ່າ ​ເປັນ “ຜູ້ນຳ​ຄົນ​ສຳຄັນ​ແລະ​ເປັນຜູ້ໃຫ້ການສະໜັບສະໜຸນ
ດ້ານການເງິນ” ຂອງ​ກຸ່ມ​ຫົວ​ຮຸນ​ແຮງ Abu Sayyaf.

ຕຳຫຼວດກ່າວ​ວ່າ ຕົນ​ໄດ້​ຈັບ​ກຸ​ມ ທ້າວ Khair Mundos ​ໃນ​ນະຄອນ
ຫຼວງມະນີ​ລາ ​ໃນ​ເຊົ້າ​ວັນ​ພຸດ​ມື້​ນີ້ ທີ່​ພາ​ໃຫ້ການ​ຕາມ​ລ່າຫາຕົວຜູ້ກ່ຽວ
​ ​ຊຶ່ງ​ແກ່ຍາວ​ມາ​ນານ​ກວ່າ 7 ປີແລ້ວນັ້ນ ສິ້ນ​ສຸດ​ລົງ.

ສະຫະລັດ​ໄດ້​ສະ​ເໜີ ໃຫ້​ເງິນ​ລາງວັນ 5 ​ແສນ​ໂດ​ລ່າ ສຳຫຼັບ​ຂໍ້​ມູນ​ທີ່​ນຳ​ໄປ​ສູ່​ການ​ຈັບ​ຕົວ​ ທ້າວ Mundos ​ໂດຍ​ກ່າວ​ວ່າ ລາວ​ເປັນ​ໄພຂົ່ມຂູ່​ທີ່​ຮ້າຍ​ກາດ​ຕໍ່​ປະ​ຊາ​ຊົນ​ອາ​ເມຣິກັນ ​ແລະ ຊາວຟິລິບປີນ.

ທ້າວ Mundos ​ໄດ້​ຖືກ​ຈັບ​ໃນ ​ເດືອນ​ພຶດສະພາ 2004 ​ແລະສາລະພາບ ​ໃນ​ການຈັດ​ແຈງ​ໂອນ​ເງິນຈາກກຸ່ມກໍ່ການຮ້າຍຂ້າມຊາດal-Qaida ​ໃຫ້ແກ່​ກຸ່ມຫົວຮຸນແຮງ Abu Sayyaf.
ລາວ​ໄດ້​ໂຕນ​ໜີ​ອອກ​ຈາກ​ຄຸກ ​ໃນ​ປີ 2007.

​ເຈົ້າ​ໜ້າ​ທີ່​ຟິລິບ​ປີນ ກ່າວ​ວ່າ​ ລາວ​ໄດ້​ຖືກ​ຈັບໂດຍ​ປາດ​ສະ​ຈາກ​ເຫດຮ້າຍໃດ​ໆທັງ​ສິ້ນ ຢູ່ນອກເຮືອນຍາດ​ພີ່ນ້ອງ​ຂອງລາວ ໃກ້ໆສະໜາມ​ບິນນາໆ​ຊາດ​ມະນີ​ລາ ບ່ອນ​ທີ່​ລາ​ວ
ໄດ້ຫຼົບ​ໜີ​ຈາ​ກ ການຈັບ​ຕົວ ​ໃນ​ພາກ​ໃຕ້​ຂອງ​ປະ​ເທດ​ນັ້ນ.

ພົນ​ຕີ Eduardo Ano ຜູ້​ບັນຊາ​ການໜ່ວຍ​ສືບ​ລັບ​ທະຫານ ອະທິ​ບາຍ​ເຖິງ​ການ​ຈັບ​ກຸມ ທ້າວ Mundos ວ່າ ​ແມ່ນ​ເປັນການ​ສ້າງຄວາມເສຍຫາຍຮ້າຍ​ແຮງ​ຕໍ່​ກຸ່ມ Abu Sayyaf.
XS
SM
MD
LG