ລິ້ງ ສຳຫລັບເຂົ້າຫາ

ວັນສຸກ, ໒໙ ມີນາ ໒໐໒໔

ໂຕປະກັນ 116 ​ຄົນ ໄດ້ຖືກປ່ອຍ ໂດຍທະຫານ ຟິລິບປີນ


ກໍາລັງທະຫານລັດຖະບານ ຟິລິບປີນ ຕຽມບຸກໂຈມຕີພວກກະບົດ ມຸສລິມ MNLF
ກໍາລັງທະຫານລັດຖະບານ ຟິລິບປີນ ຕຽມບຸກໂຈມຕີພວກກະບົດ ມຸສລິມ MNLF
ເຈົ້າໜ້າທີ່ຟີລິບປິນກ່າວວ່າ ພວກກະບົດມຸສລິມ ໄດ້ລັກພາຕົວ
ຜູ້ບັນຊາການຕຳຫຼວດຂອງເມືອງ Zamboanga ບ່ອນທີ່ພວກ
ເຂົາໄດ້ສູ້ລົບກັບທະຫານຟີລິບປິນມາໄດ້ຫລາຍກວ່ານຶ່ງອາທິດ
ແລ້ວນັ້ນ.

ໃນເວລານີ້ ຍັງບໍ່ມີລາຍລະອຽດຫຍັງຫລາຍໄປກວ່ານີ້ ກ່ຽວກັບ
ການລັກພາຕົວ ດັ່ງກ່າວ.

ກອງທັບ​ຟີ​ລິບ​ປີນ ກ່າວ​ວ່າ ​ທະຫານໄດ້​ຊ່ວຍ​ປ່ອຍໂຕ​ປະກັນ
116 ​ຄົນໃນ​ໄລຍະ 18 ຊົ່ວໂມງ​ທີ່​ຜ່ານ​ມາ ​ແລະຍຶດຄືນ​ໄດ້ 70
​ເປີ​ເຊັນ ຂອງ​ເຂດ​ຊາຍ​ຝັ່ງ ​ທີ່​ພວກ​ກະບົດ​ໄດ້ເຂົ້າຍຶດເອົາ​ຫວ່າງ​
ມໍ່ໆ​ມາ​ນີ້​ໃນ​ການ​ປະ​ເຊີນ​ໜ້າ​ທີ່​ຍັງ​ດຳ​ເນີນ​ຢູ່​ຕໍ່​ມາລະ ຫວ່າງທະ
ຫານ ​ແລະ​ພວກ​ກະບົດ​ມຸສລິ​ມ.

​ໂຄສົກ​ກອງທັບຄົນ​ນຶ່ງ​ ກ່າວໃນວັນ​ອັງຄານມື້​ນີ້ວ່າ ພວກ​ກະບົດ
​ປະມານ 100 ຄົນ​ ຈາກກຸ່ມແນວ​ໂຮມ​ປົດ​ປ່ອຍ​ຊາດ Moro ຫຼື
MNLF ຍັງ​ສືບ​ຕໍ່​ທຳ​ການປະ​ທະກັບ​ທະ​ການ ທີ່ເມືອງ​ທ່າ
Zamboanga ​ໃນ​ພາກ​ໃຕ້​ຂອງ​ປະ​ເທດ. ທ່ານ ກ່າວ​ວ່າ​ ບັນດາ​ເຈົ້າ​ໜ້າ​ທີ່​ບໍ່​ແນ່​ໃຈ​ວ່າ
ຍັງ​ມີ​ໂຕ​ປະກັນ​ອີກ​ຫລາຍ​ປານ​ໃດ​ທີ່​ພວກ​ກະບົດ​ຈັບເອົາ​ໄວ້. ທ່ານກ່າວ​ວ່າ ​ໂຕ​ປະກັນ
ປະມານ 64 ຄົນ ​ໄດ້​ຖືກ​ປ່ອຍ​ ໃນ​ລະຫວ່າງການ​ປະຕິບັດ​ງານ​ທາງ​ທະຫານ ໃນ​ວັນອັງ
ຄານມື້​ນີ້.


ການ​ສູ້​ລົບ​ຍັງ​ດໍາ​ເນີນ​ຕໍ່​ມາ​ຢູ່ໃນ​ຂົງ​ເຂດດັ່ງກ່າວ ເຖິງ​ແມ່ນ​ວ່າ​ ໄດ້​ມີການຕົກລົງ​ຢຸດ​ຍິງ ທີ່​ບັນລຸ​ກັນໃນ​ວັນ​ສຸກ​ແລ້ວ​ນີ້ ​ໂດຍ​ຮອງ​ປະທານາທິບໍດີ​ຟີ​ລິບ​ປີນ ທ່ານ Jejomar Binay ​ແລະຜູ້​ນໍາ ຂອງ​ກຸ່ມກະບົດ MNLF ທ່ານ Nur Misuari. ການ​ຢຸດ​ຍິງ​ຄວນ​ທີ່​ຈະມີ​ຜົນ​ບັງຄັບ​ໃຊ້ ໃນ​ວັນ​ເສົາ​ແລ້ວ​ນີ້.



ການ​ປະ​ເຊີນ​ໜ້າເລີ້​ມ​ໃນວັນ​ຈັນ​ອາທິດແລ້ວ ​ເວລາ​ພວກ​ກະບົດບຸກ​ເຂົ້າຍຶດ​ເມືອງ Zamboanga ​ໂດຍ​ໄດ້​ຈັບ​ເອົາໂຕ​ປະກັນ​ຈຳນວນ​ນຶ່ງ ທີ່​ບັນດາ​ເຈົ້າ​ໜ້າທີ່​ກ່າວ​ວ່າ ​ເພື່ອໃຊ້ເປັນ​ເກາະ​ກໍາ​ບັງລູກປືນ.

​ເມືອງ Zamboanga ​ໄດ້​ປິດ​ໂຮງຮຽນ ​ແລະ​ໂຮງການ​ຕ່າງໆ​ຂອງ​ລັດຖະບານເກືອບ​ທັງ​ໝົດໄດ້​ຢຸດ​ພັກ ແລະ​ລັດຖະບານ​ຍັງ​ສືບ​ຕໍ່​ຫ້າມ​ບໍ່​ໃຫ້​ເຮືອບິນ ບິນ​ເຂົ້າ ​ແລະ​ອອກ​ຈາກ​ຂົງ​ເຂດ.

ການ​ສູ້​ລົບ​ໄດ້​ເຮັດ​ໃຫ້ 70,000 ຄົນ​ຕ້ອງ​ໄດ້​ອົບ​ພະຍົບຫລົບໜີ ​ແລະ​ບ້ານ​ເຮືອນ​ຫລາຍ​ຮ້ອຍ​ຫລັງ​ໄດ້​ຖືກຈູດ​ເຜົາ.

ພວກ​ກະບົດ MNLF ​ໄດ້​ຊຸກຍູ້​ມາ​ເປັນ​ເວລາ​ນານ ​ເພື່ອ​ຢາກໃຫ້​ມີ​ການປົກຄອງ​ຕົນ​ເອງ
ຫຼາຍຂຶ້ນ ຢູ່​ໃນເຂດ​ພາກ​ໃຕ້​ຂອງ​ປະ​ເທດ​ທີ່​ປະຊາຊົນ​ສ່ວນ​ໃຫຍ່​ເປັນມຸສ ລິ​ມ ບ່ອນ​ທີ່
ການ​ກໍ່​ກະບົດມາເປັນ​ເວລາ​ສີ່​ທົດ​ສະ​ວັດ ເຮັດ​ໃຫ້ຢ່າງ​ໜ້ອຍ 120,000 ພັນ​ຄົນ ​ໄດ້ເສຍ​ຊີວິດ.


Philippines
please wait
Embed

No media source currently available

0:00 0:01:15 0:00
XS
SM
MD
LG