ລິ້ງ ສຳຫລັບເຂົ້າຫາ

ວັນພະຫັດ, ໒໕ ເມສາ ໒໐໒໔

ຟີລິບປິນຕົກອັນດັບ 10 ຂັ້ນ ຢູ່ໃນດັດຊະນີ GPI


ແຜ່ນGPI
ແຜ່ນGPI

ການຈັດອັນດັບປະຈຳປີຂອງ ກຸ່ມຕິດຕາມຊິ້ງຊອມສັນຕິພາບ
ທີ່ບໍ່ຝັກໄຝ່ ຝ່າຍໃດ ສະແດງໃຫ້ເຫັນວ່າ ຄວາມຮຸນແຮງ
ໃນຟີລິບປິນ ໄດ້ເພີ້ມທະວີຂຶ້ນໃນ ອັດຕາທີ່ວ່ອງໄວ
ໃນຮອບປີຜ່ານມາ.

ລາຍຊື່ທີ່ພິມອອກເຜີຍແຜ່ໃນວັນອັງຄານວານນີ້ ໂດຍສະຖາ
ບັນເສດຖະ ກິດ ແລະສັນຕິພາບ ທີ່ເອີ້ນຫຍໍ້ວ່າ EPI ນັ້ນ
ສະແດງໃຫ້ເຫັນວ່າ ຟີລິບປິນໄດ້ ຕົກຈາກລຳດັບຂອງ
ປີ 2009 ສິບຂັ້ນ ຄື​ຕົກ​ຈາກ​ອັນ​ດັບ​ທີ 120 ​ມາ​ຢູ່​ໃນ​
ອັນ​ດັບ 130 ໃນການສຶກສາ ຈັດລະດັບ​ຄວາມ​ຮຸນ​ແຮງຢູ່ໃນ​ເກືອບ 150 ປະເທດ
ໃນທົ່ວໂລກ.

ດັດຊະນີສັນຕິພາບໂລກປະຈຳປີທີ 4 ຂອງອົງການ EPI ລາຍງານວ່າ ຄວາມຮຸນແຮງ
ໃນຟີລິບປິນ ໄດ້ເພີ້ມທະວີຂຶ້ນຢ່າງຫຼວງຫຼາຍ ທ່າມກາງສະຖານະ ການທາງດ້ານຄວາມ
ໝັ້ນຄົງ ທີ່ຊຸດໂຊມລົງນັບ​ມື້ ໂດຍສະເພາະແລ້ວແມ່ນບັນຫາ ຂັດແຍ້ງລະຫວ່າງກຸ່ມມຸສະລິມ
ຫົວຮຸນແຮງອາບູຊາຢັບ ແລະລັດຖະບານ
ທີ່ເກາະ JOLO.

ມຽນມາແລະເກົາຫຼີເໜືອ ກໍຕິດອັນດັບຕ່ຳຢູ່ໃນດັດຊະນີດັ່ງກ່າວ ຄື ຕິດອັນ ດັບທີ 132
ແລະ 139 ຕາມລຳດັບຈາກຈຳນວນທັງໝົດ 149 ປະເທດ. ລາຍ ງານເວົ້າວ່າ
ການ​ທີ່ປະເທດທັງສອງຕິດອັນດັບເກືອບລາກທ້າຍ ແມ່ນສະທ້ອນ ໃຫ້ເຫັນເຖິງກໍລະນີ
ຕ່າງໆຂອງບັນຫາຂັດແຍ້ງແລະເລື່ອງຄວາມໝັ້ນຄົງໃນຂອບ ເຂດທີ່ກວ້າງຂວາງ
ແລະພວກທະຫານມີອິດທິພົນຢູ່ໃນລະດັບສູງ.

ດັດຊະນີສັນຕິພາບໂລກ ໄດ້ຈັດ ສປປ ລາວ ຢູ່ໃນອັນດັບທີ 34 ໂດຍມີ ອີຣັກເປັນ
ປະເທດທີ່ມີຄວາມຮຸນແຮງທີ່ສຸດໃນໂລກ ເປັນປີທີ 4 ລຽນຕິດ ຂະນະ ທີ່ນິວຊີແລນ
ເປັນປະເທດທີ່ມີຄວາມສະຫງົບທີ່ສຸດໃນໂລກ ແລະສະຫະລັດ ຕິດອັນດັບທີ 85.

ການຈັດອັນດັບ ທີ່ເກັບກຳຂໍ້ມູນໂດຍໜ່ວຍສືບລັບເສດຖະກິດ ແມ່ນຄຳ ນວນ ໂດຍໃຊ້
ເຄື່ອງຊີ້​ບອກ 23 ຢ່າງ ເຊັ່ນຄວາມຮຸນແຮງໃນການກໍ່ອາຊະຍາ ກຳ ສະເຖຍລະພາບ
ທາງການເມືອງ ແລະການໃຊ້ຈ່າຍທາງທະຫານ ສົມທຽບ ໃສ່ຈຳນວນເຄື່ອງບົ່ງບອກ
ໃນການພັດທະນາທາງດ້ານສັງຄົມ ຮວມທັງການສໍ້ ລາດບັງຫຼວງ ແລະອິສະລະພາບ
ໃນດ້ານການຂ່າວ.

XS
SM
MD
LG