ລິ້ງ ສຳຫລັບເຂົ້າຫາ

ວັນເສົາ, ໒໗ ກໍລະກົດ ໒໐໒໔

ສົງຄາມ ຕໍ່ຕ້ານ ຢາເສບຕິດ ໃນຟິລິບປີນ ໄດ້ຮັບການຕິຕຽນ ຢ່າງກວ້າງຂວາງ


ຍາດຕິພີ່ນ້ອງຂອງຜູ້ເຄາະຮ້າຍກຳລັງສາບານໂຕ ກ່ອນໃຫ້ການ ກ່ຽວກັບການສັງຫານ ແບບຮວບຮັດຕັດຕອນ ໃນ​ຂະນະ​ທີ່​ລັດຖະບານ​ຈັບ​ກຸມ ​ພວກ​ໃຊ້​ຢາ​ເສບ​ຕິດ ​​ເກືອບ​ສີ່​ລ້າ​ນຄົນຢູ່​ທົ່ວ​ປະ​ເທດ.
ຍາດຕິພີ່ນ້ອງຂອງຜູ້ເຄາະຮ້າຍກຳລັງສາບານໂຕ ກ່ອນໃຫ້ການ ກ່ຽວກັບການສັງຫານ ແບບຮວບຮັດຕັດຕອນ ໃນ​ຂະນະ​ທີ່​ລັດຖະບານ​ຈັບ​ກຸມ ​ພວກ​ໃຊ້​ຢາ​ເສບ​ຕິດ ​​ເກືອບ​ສີ່​ລ້າ​ນຄົນຢູ່​ທົ່ວ​ປະ​ເທດ.

ສົງ​ຄາມ​ປຸກລະດົມ​ຕໍ່​ຕ້ານ​ຢາ​ເສບ​ຕິດ​ໃນ​ຟິລິບ​ປີນ ທີ່ໄດ້​ເລີ້ມໂດຍ​ປະທານາທິບໍດີ Rodrigo Duterte ຜູ້ນິຍົມ​ຊົມ​ຊອບຈາກ​ປະຊາຊົນ​ ໃນ​ເດືອນ​ກໍລະກົດ​ຜ່ານ​ມານີ້ ​ໄດ້​ກໍ່
ໃຫ້​ເກີດ​ມີ​ການ​ອະພິປາຍ​ໂຕ້​ຖຽງ​ກັນ ​ກ່ຽວ​ກັບການລະ​ເມີດສິດທິ ​ໃນ​ຂະນະ​ທີ່​ລັດຖະບານ​ຈັບ​ກຸມ​ພວກ​ໃຊ້​ຢາ​ເສບ​ຕິດ ເກືອບ​ສີ່​ລ້າ​ນຄົນຢູ່​ທົ່ວ​ປະ​ເທດ.

ການ​ສື​ບສວນພິ​ເສດ​ຂອງ​ສະພາ​ສູງ​ໃນ​ອາທິດ​ນີ້ ​ໂດຍ​ການເປັນ​ປະທານ​ຂອງ​ອະດີດ​ຫົວ
ໜ້າ​ລັດຖະມົນຕີ​ຍຸຕິ​ທຳ ​ແລະໃນ​ເວລາ​ນີ້​ເປັນສະມາຊິກ​ສະພາ​ສູງ ທ່ານ​ນາງ Leila De Lima ​ໄດ້ເນັ້ນຢ້ຳ​ເຖິງຄວາມແບ່ງ​ແຍກ ລະຫວ່າງພວກທີ່​ສະໜັບສະໜຸນສິດທິ ​ແລະ​ບັນ
ດາ​ຜູ້ໜູນໜູນ​ຫລັງກົດໝາຍແລະ​ຄຳ​ສັ່ງ​ນະ​ໂຍບາຍ​ຢ່າງເຄັ່ງ​ຄັດຂອງທ່ານ Duterte ​.

ທ່ານ Duete ອ​ະ​ດີ​ດ​ເຈົ້າ​ເມືອງ ​ທີ່ໄດ້​ຖືກ​ເລືອກ​ດ້ວຍ​ຄະ​ແນນ​ສຽງ​ອັນ​ຖ້ວມ​ລົ້ນ​ໃນ​ເດືອນ​ພືດ​ສະພາຜ່ານ​ມາ ຫລັງ​ຈາກໄດ້ຂົ່ມຂູ່​ເອົາ​ຈະມາດ​ຕະການ​ຢ່າງ​ເຄັ່ງ​ຄັດ ຮວມ​ທັງການ​ແກ້​ໄຂ​ພິເສດ​ແບບ​ຮວບ​ຮັດ​ຕັດ​ຕອນ ​ແລະ​ບັນຫາ​ຢາ​ເສບ​ຕິດ.

ການ​ສືບສວນ​ຂອງ​ສະພາ​ສູງ​ໄດ້​ມີ​ຂຶ້ນ ຫລັງ​ຈາກ​ໄດ້​ມີການ​ເພີ້ມຂອງຈຳນວນ​ຜູ້​ເສຍ​ຊີວິດ ການບຸກກວດຄົ້ນ​ເຮືອນ​ຊານ ​ແລະ​ຈັບກຸມຢູ່​ທົ່ວ​ປະ​ເທດ ​ໃນ​ການປຸກລະດົມ ທີ່​ມີ​ລະຫັດວ່າ
“Double Barrel” ທີ່​ໄດ້​ຮັບ​ແຮງ​ສະໜັບສະໜຸນ​ນັ້ນ.

​ເວລານີ້ ໄດ້ກ້າວ​ເຂົ້າ​ສູ່​ອາທິດ​ທີ່​ເຈັດ​ຂອງ​ການປຸກລະດົມ ການ​ສືບ​ສວນຂອງສະພາ​ສູງ​ໄດ້​ຍິນວ່າ ມີ​ຈຳນວນ​ຜູຸ້ຕາຍ ຈາ​ກການ​ສັງຫານໂດຍ​ເຈົ້າ​ໜ້າ​ທີ່​ຕຳຫລວດ ຕໍ່​ຜູ້ຕ້ອງ​ສົງ​ໄສ ​ແລະພວກ​ທີ່​ເປັນສະມາຊິກສັງຫານ​ຜິ​ດກົດໝາ​ຍ ມີເຖິງ 1,800 ຄົນ​ແລ້ວ.

ປະທານາທິບໍດີ ຟິລິບປິນ ທ່ານ Rodrigo Duterte ກ່າວທີ່ກອງບັນຊາການຕຳຫລວດຟິລິບປີນ.
ປະທານາທິບໍດີ ຟິລິບປິນ ທ່ານ Rodrigo Duterte ກ່າວທີ່ກອງບັນຊາການຕຳຫລວດຟິລິບປີນ.

ການ​ສືບສວນ​ຂອງ​ສະພາ​ສູງ​ໄດ້​ມີ​ຂຶ້ນ ຫລັງ​ຈາກ​ໄດ້​ມີການ​ເພີ້ມຂອງຈຳນວນ​ຜູ້​ເສຍ​ຊີວິດ ການບຸກກວດຄົ້ນ​ເຮືອນ​ຊານ ​ແລະ​ຈັບກຸມຢູ່​ທົ່ວ​ປະ​ເທດ ​ໃນ​ການປຸກລະດົມທີ່​ມີ​ລະຫັດ
ວ່າ “Double Barrel” ທີ່​ໄດ້​ຮັບ​ແຮງ​ສະໜັບສະໜຸນ​ນັ້ນ.

​ເວລານີ້ ໄດ້ກ້າວ​ເຂົ້າ​ສູ່​ອາທິດ​ທີ່​ເຈັດ​ຂອງ​ການປຸກລະດົມ ການ​ສືບ​ສວນຂອງສະ ພາ​ສູງ​ໄດ້​ຍິນວ່າ ມີ​ຈຳນວນ​ຜູຸ້ຕາຍ ຈາ​ກການ​ສັງຫານໂດຍ​ເຈົ້າ​ໜ້າ​ທີ່​ຕຳຫລວດ ຕໍ່​ຜູ້ຕ້ອງ​ສົງ​ໄສ ​ແລະພວກ​ທີ່​ເປັນສະມາຊິກສັງຫານ​ຜິ​ດກົດໝາ​ຍ ມີເຖິງ 1,800 ຄົນ​ແລ້ວ.

ອ່ານຂ່າວນີ້ເພີ້ມເປັນພາສາອັງກິດ

XS
SM
MD
LG