ລິ້ງ ສຳຫລັບເຂົ້າຫາ

ວັນເສົາ, ໒໗ ກໍລະກົດ ໒໐໒໔

ຟີລິບປິນ ປະເຊີນກັບ ການຕໍ່ສູ້ຄັ້ງໃໝ່ ຫຼັງຈາກ ໄດ້ປະກາດ ສິ້ນສຸດສົງຄາມ ກັບກະບົດ ມຸສລິມ


ປະທານາທິບໍດີ ຟີລິບປິນ ທ່ານ ໂຣດຣີໂກ ດູເຕີເຕ ກ່າວຄຳປາໄສ ໃນລະຫວ່າງການສະຫຼອງ ວັນສ້າງຕັ້ງອົງການອາສາສະໝັກ ຕໍ່ຕ້ານອາຊະຍາກຳ ແລະ ການສໍ້ລາດບັງລວງຄັ້ງທີ 19 ທີ່ທຳນຽບປະທານາທິບໍດີ ມາລາຄານາງ, ນະຄອນຫຼວງ ມະນີລາ, ຟີລິບປິນ. 16 ສິງຫາ, 2017.
ປະທານາທິບໍດີ ຟີລິບປິນ ທ່ານ ໂຣດຣີໂກ ດູເຕີເຕ ກ່າວຄຳປາໄສ ໃນລະຫວ່າງການສະຫຼອງ ວັນສ້າງຕັ້ງອົງການອາສາສະໝັກ ຕໍ່ຕ້ານອາຊະຍາກຳ ແລະ ການສໍ້ລາດບັງລວງຄັ້ງທີ 19 ທີ່ທຳນຽບປະທານາທິບໍດີ ມາລາຄານາງ, ນະຄອນຫຼວງ ມະນີລາ, ຟີລິບປິນ. 16 ສິງຫາ, 2017.

ການສິ້ນສຸດລົງຂອງສົງຄາມເປັນເວລາ 5 ເດືອນກັບພວກກະບົດມຸສລິມ ທີ່ໄດ້ຮັບການ
ໜູນຫຼັງໂດຍພວກລັດອິສລາມ ໃນປະເທດ ຟີລິບປິນ ຕອນນີ້ ໄດ້ເປັນສິ່ງທ້າທາຍລັດ
ຖະບານໃຫ້ຢຸດທຸກການໂຈມຕີຕອບໂຕ້ ແລະ ຈ່າຍຄ່າໃຊ້ຈ່າຍ ໃນການສ້າງສາຄືນ
ຫຼາຍລ້ານໂດລາ ຫຼື ສ່ຽງກັບຄວາມບໍ່ພໍໃຈເພີ່ມເຕີມ.

ປະທານາທິບໍດີ ຟີລິບປິນ ທ່ານ ໂຣດຣີໂກ ດູເຕີເຕ ໄດ້ປະກາດໃນວັນຈັນທີ່ຜ່ານມາ
ວ່າ ການຕໍ່ສູ້ລະຫວ່າງກອງກຳລັງຂອງທ່ານ ແລະ ກຸ່ມ ໂມເຕ້ ຂອງພວກກະບົດມຸສລິມ
ໄດ້ຈົບລົງ ຫຼັງຈາກຫ້າເດືອນ. ການຕໍ່ສູ້ໄດ້ສັງຫານປະຊາຊົນຢ່າງໜ້ອຍ 700 ຄົນ ແລະ
ປະຊາຊົນທີ່ສ່ວນໃຫຍ່ບໍ່ມີບ່ອນຢູ່ ໃນເມືອງ ມາຣາວີ ທີ່ຄັ້ງນຶ່ງເຄີຍມີຄົນອາໄສຢູ່
200,000 ຄົນ ຕັ້ງຢູ່ໃນເກາະ ມິນດານາວ ເຊິ່ງເປັນເກາະທີ່ຢູ່ໃຕ້ສຸດຂອງປະເທດ
ຟີລິບປິນ.

ໃນຂະນະທີ່ການຕໍ່ສູ້ໄດ້ຮ້ວຍລົງ ໃນສັບປະດາທີ່ຜ່ານມານັ້ນ, ທ່ານ ດູເຕີເຕ ໄດ້ເຕືອນ
ກ່ຽວກັບ ຄວາມເປັນໄປໄດ້ສຳລັບການຕໍ່ສູ້ຄັ້ງໃໝ່ໃນເກາະ ມິນດານາວ, ເຊິ່ງເປັນທີ່ຢູ່
ຂອງກຸ່ມກະບົດມຸສລິມທີ່ຄາດວ່າມີ 20 ກຸ່ມ. ການສ້າງສາຄືນເມືອງ ມາຣາວີ ຈະໃຊ້
ງົບປະມານຢ່າງໜ້ອຍ 97 ລ້ານໂດລາ ກ່ອນທີ່ປະຊາຊົນຈະສາມາດຍ້າຍກັບຈາກເມືອງ
ຕູບຜ້າທີ່ຕັ້ງຢູ່ໃກ້ຄຽງ. ຍັງມີຂໍ້ສົງໄສຢູ່ກ່ຽວກັບວ່າຈະເຮັດແນວໃດກັບກົດໄອຍາການ
ເສິກ, ເຊິ່ງທ່ານ ດູເຕີເຕ ໄດ້ປະກາດໃຊ້ທົ່ວເກາະ ມິນດານາວ ເພື່ອຕໍ່ສູ້ກັບພວກກຸ່ມ
ກະບົດ.

ທ່ານ ເຣມັອນ ຄາຊີປີ ກຳມະການບໍລິຫານ ຈາກສະຖາບັນເພື່ອການປະຕິຮູບການ
ເມືອງ ແລະ ການເລືອກຕັ້ງຂອງອົງການສະໜັບສະໜູນ ຟີລິບປິນ ໄດ້ກ່າວວ່າ ການ
ສິ້ນສຸດຂອງການຕໍ່ສູ້ໃນສັບປະດານີ້ “ບໍ່ໄດ້ໝາຍຄວາມວ່າ ຄວາມຮຸນແຮງຈະສິ້ນ
ສຸດລົງເຊັ່ນກັນ.”

ທ່ານໄດ້ກ່າວວ່າ “ມັນອາດມີຊາວ ມາຣາວີ ອີກຫຼາຍຄົນຜູ້ທີ່ຄວາມສາມາດຂອງ
ພວກເຂົາ ຍັງບໍ່ໄດ້ຖືກທຳລາຍ ຢ່າງສິ້ນເຊີງ, ຍ້ອນວ່າ ພວກເຮົາເວົ້າເຖິງການ
ເປັນພັນທະມິດຂອງກຸ່ມຕ່າງໆນັ້ນ.”

ອ່ານຂ່າວນີ້ຕື່ມເປັນພາສາອັງກິດ

XS
SM
MD
LG