ລິ້ງ ສຳຫລັບເຂົ້າຫາ

ວັນເສົາ, ໒໐ ເມສາ ໒໐໒໔

ຟີລິບປິນ ຊ້ອມຮົບ ຮ່ວມກັບ ທະຫານ ສະຫະລັດ


ເຈົ້າໜ້າທີ່ ຟີລິບປິນ ແລະ ສະຫະລັດ ເກາະ
ແຂນກັນໃນລະຫວ່າງ ການເປີດພິທີຂອງ ການຊ້ອມຮົບທະຫານ Balikatan 2016 ທີ່ສຳນັກງານໃຫຍ່ຂອງ ກອງກຳລັງຕິດອາວຸດ ຟີລິບປິນ ໃນຄ້າຍ Aguinaldo, ເມືອງ Quezon, ນະຄອນຫຼວງ ມະນິລາ. 4 ເມສາ, 2016.
ເຈົ້າໜ້າທີ່ ຟີລິບປິນ ແລະ ສະຫະລັດ ເກາະ ແຂນກັນໃນລະຫວ່າງ ການເປີດພິທີຂອງ ການຊ້ອມຮົບທະຫານ Balikatan 2016 ທີ່ສຳນັກງານໃຫຍ່ຂອງ ກອງກຳລັງຕິດອາວຸດ ຟີລິບປິນ ໃນຄ້າຍ Aguinaldo, ເມືອງ Quezon, ນະຄອນຫຼວງ ມະນິລາ. 4 ເມສາ, 2016.

ການຊ້ອມຮົບຮ່ວມກັນໃນປີນີ້ລະຫວ່າງ ປະເທດ ຟີລິບປິນ ກັບ ສະຫະລັດ ແມ່ນກຳລັງດຳ ເນີນໄປດ້ວຍກອງກຳລັງປ້ອງກັນປະເທດຂອງ ຍີ່ປຸ່ນ ເຝົ້າສັງເກດການເປັນຄັ້ງທຳອິດ ແລະ ທະຫານ ອອສເຕຣເລຍ ເຂົ້າຮ່ວມໃນບາງກິດຈະກຳປະຕິດບັດການພິເສດຕ່າງໆ ເປັນຈຳນວນຫຼາຍ.

ໃນຂະນະທີ່ຄູ່ຮ່ວມໃນພາກພື້ນຂອງ ຟີລິບປິນ, ເຊິ່ງໄດ້ຖືກເວົ້າເຖິງ ກ່ຽວກັບ ກິດຈະກຳ ຂອງ ຈີນ ໃນທະເລຈີນໃຕ້, ແມ່ນກຳລັງເຮັດບົດບາດທີ່ສາມາດຮັບຮູ້ໄດ້ຫຼາຍຍິ່ງຂຶ້ນ, ບັນ ດາເຈົ້າໜ້າທີ່ໄດ້ເນັ້ນຢ້ຳວ່າການຊ້ອມຮົບບໍ່ໄດ້ແນເປົ້າໃສ່ປະເທດໃດໜຶ່ງແຕ່ຢ່າງໃດ.

ຜູ້ກຳກັບການຊ້ອມຮົບ ຟີລິບປິນ ພົນເຮືອໂທ Alexander Lopez ໄດ້ເນັ້ນຢ້ຳຄືນຂໍ້ ຄວາມດັ່ງກ່າວຕໍ່ບັນດານັກຂ່າວ ຫຼັງຈາກການເປີດພິທີຝຶກຊ້ອມ.

ທ່ານໄດ້ກ່າວວ່າ “ແຕ່ມັນບໍ່ແມ່ນ, ນີ້ມັນບໍ່ແມ່ນ. ກະລຸນາເຊື່ອພວກເຮົາ. ແທ້ຈິງແລ້ວນີ້ ແມ່ນຈຸດປະສົງຂອງພວກເຮົາ ໃນການຝຶກຊ້ອມຄວາມສາມາດໃນດ້ານນີ້ເທົ້ນນັ້ນ. ປະ ເທດ ຟີລິບປິນ ແມ່ນປະເທດທີ່ມີຄວາມສາມາດທາງທະຫານໜ້ອຍທີ່ສຸດຢູ່ໃນພາກພື້ນ ແລະ ສະຫະລັດ ເປັນອ້າຍໃຫຍ່ຂອງພວກເຮົາ ມັນກໍແມ່ນການຊ່ວຍເຫຼືອອັນໃຫຍ່ຫຼວງ ຂອງພວກເຮົາຢູ່ທີ່ນີ້.”

ທ່ານ Lopez ກ່າວວ່າ ນະຄອນຫຼວງ ມານິນາ ໄດ້ຕ້ອນຮັບການຝຶກຊ້ອມດ້ວຍເທັກໂນໂລ ຈີທີ່ທັນສະໄໝຂອງ ສະຫະລັດ.

ພົນໂທທະຫານເຮືອ ສະຫະລັດ ທ່ານ John Toolan ຜູ້ທີ່ນຳໜ້າກອງກຳລັງ ສະຫະລັດ ສຳລັບການຝຶກຊ້ອມນີ້ ກ່າວວ່າ ວໍຊິງຕັນ ຢາກເຫັນຄວາມໝັ້ນຄົງຢູ່ໃນພາກພື້ນ, ລວມທັງ ການຫັນປ່ຽນວິກິດການໃນທະເລຈີນໃຕ້. ທ່ານກ່າວວ່າ ການເຂົ້າໃຈເຖິງສິ່ງທີ່ກຳລັງເກີດ ຂຶ້ນໃນທະຈີນໃຕ້ ແມ່ນທິດທາງທີ່ສຳຄັນຂອງການຝຶກຊ້ອມຄັ້ງນີ້.

XS
SM
MD
LG