ສາຍພົວພັນ ລະຫວ່າງຈີນ-ຟີລິບປິນ ແມ່ນກຳລັງສະແດງໃຫ້ເຫັນສັນຍານຂອງການ
ປ່ຽນແປງ ນັບຕັ້ງແຕ່ສອງປະເທດໄດ້ເປັນມິດກັນໃນປີ 2016 ທີ່ຜ່ານມາ, ອີງຕາມການ
ສຳຫຼວດ ເມື່ອບໍ່ດົນມານີ້ ກ່ຽວກັບວ່າ ຟີລິບປິນ ເຊື່ອຖືປະເທດເພື່ອນບ້ານ ທີ່ມີອິດທິ
ພົນໃນ ເອເຊຍ ຂອງເຂົາເຈົ້າຫຼາຍຊ່ຳໃດ.
ສະຖາບັນ Social Weather Station ເຊິ່ງແມ່ນສະຖາບັນການຄົ້ນຄວ້າສັງຄົມໃນ
ນະຄອນຫຼວງ ມະນີລາ ທີ່ຢູ່ເບື້ອງຫຼັງການສຳຫຼວດນັ້ນ ໄດ້ເປີດເຜີຍຕົວເລກໃໝ່ໃນ
ເດືອນແລ້ວນີ້ ໂດຍເວົ້າວ່າ ຄວາມເຊື່ອຖືຂອງປະຊາຊົນໄດ້ຕົກລົງຕ່ຳທີ່ສຸດໃນຮອບ
ນຶ່ງປີ. ເຂົາເຈົ້າພົບວ່າ 51 ເປີເຊັນຮູ້ສຶກ “ເຊື່ອຖືເລັກນ້ອຍ” ແລະ 27 ເປີເຊັນໄດ້ໃຫ້
“ຄວາມເຊື່ອຖື” ໃນ ຈີນ ຫຼາຍ.
ການສຳຫຼວດຂອງສະຖາບັນດັ່ງກ່າວ, ທີ່ຖືກພິຈາລະນາວ່າເປັນຕົວລິເລີ່ມຂອງຄວາມ
ຄິດເຫັນ ທີ່ໄດ້ຮັບຄວາມນິຍົມນັ້ນ, ໄດ້ສະທ້ອນໃຫ້ເຫັນຄວາມບໍ່ພໍໃຈທີ່ເພີ່ມຂຶ້ນ ກ່ຽວ
ກັບ ການກົດດັນຂອງປັກກິ່ງ ຕໍ່ ຟີລິບປິນ ກ່ຽວກັບ ການອ້າງກຳມະສິດທີ່ມີການຂັດ
ແຍ້ງກັນ ໃນທະເລຈີນໃຕ້ ແລະ ຄວາມເຂົ້າໃຈທີ່ວ່າ ຄົນຈີນ ມີອຳນາດ ໃນດ້ານເສດ
ຖະກິດຫຼາຍໂພດ, ປະຊາຊົນ ຟີລິບປິນ ໄດ້ກ່າວຕໍ່ສຽງອາເມຣິກາ ໃນສັບປະດານີ້.
ກຳປັ່ນ ຈີນ ຫຼາຍຮ້ອຍລຳ ໄດ້ແລ່ນຜ່ານ ໃກ້ກັບພວກໝູ່ເກາະຂະໜາດນ້ອຍຂອງ ຟີ
ລິບປິນ ໃນໝູ່ເກາະ ສແປຣັດລີ (Spratly) ທີ່ມີການຂັດແຍ້ງກັນໃນທ້າຍເດືອນເມສາ
ຂອງປີນີ້. ໃນຕົ້ນເດືອນມິຖຸນາທີ່ຜ່ານມາ, ເຮືອຫາປາຂອງ ຈີນ ໄດ້ຕຳ ແລະ ເຮັດໃຫ້
ເຮືອຂອງ ຟີລິບປິນ ຈົມຢູ່ໃກ້ກັບເຂດນ້ຳ Recto Bank ຂອງທະເລທີ່ມີການຂັດແຍ້ງ
ກັນນັ້ນ, ເຮັດໃຫ້ມີຄຳຖາມ ກ່ຽວກັບ ຄວາມເປັນໄປໄດ້ໃນການຕັ້ງໃຈຂັບເຮືອຕຳ.