ລິ້ງ ສຳຫລັບເຂົ້າຫາ

ວັນເສົາ, ໑໐ ມິຖຸນາ ໒໐໒໓

ກຳລັງ ຟີລິບປິນ ເລີ່ມບຸກໂຈມຕີ ເພື່ອຍຶດຄືນ ເມືອງມາຣາວີ ຈາກພວກຫົວຮຸນແຮງ


ພວກທະຫານຂອງລັດຖະບານ ຍ່າງຜ່ານວັດອິສລາມ ກ່ອນການບຸກໂຈມຕີພວກກະບົດ ຈາກອັນທີ່ເອີ້ນວ່າ ກຸ່ມ Maute ທີ່ໄດ້ເຂົ້າຍຶດເອົາພື້ນທີ່ກວ້າງໃຫຍ່ຂອງ ເມືອງ Marawi ທາງພາກໃຕ້ຂອງຟີລິບປິນ, ວັນທີ 25 ພຶດສະພາ 2017.

ກຳລັງທະຫານ ຂອງຟີລິບປິນ ໄດ້ເຂົ້າ​ໄປ​ໃນ​ເມືອງ​ ທີ່​ຖືກປິດລ້ອມ ເທິງ​ເກາະ
Mindanao ທາງພາກໃຕ້ຂອງປະເທດ ໃນວັນພະຫັດມື້ນີ້ ເພື່ອເລີ່ມຕົ້ນ ກວດລ້າງ
ພວກຫົວຮຸນແຮງອິສລາມ ຜູ້ທີ່ໄດ້ເຂົ້າໄປຄວບຄຸມເກືອບທັງໝົດຂອງເມືອງດັ່ງກ່າວ
ເມື່ອຕົ້ນສັບປະດານີ້.

ເຮລິຄອບເຕີ ທະຫານສອງລຳ ໄດ້ບິນ​ໃນ​ລະດັບຕ່ຳ​ເທິງຫລັງຄາເຮືອນ ຂອງເມືອງ
ດັ່ງກ່າວ ໃນຂະນະທີ່ ພວກລົດຫຸ້ມເກາະ ໄດ້ເຄື່ອນຍ້າຍເຂົ້າໄປໃນຄຸ້ມຕ່າງໆ ຖ່າມ
ກາງ ການຍິງຕອບໂຕ້ ແລະ ມີລະເບີດແຕກຂຶ້ນ ຢ່າງ​ກະຈັດກະຈາ​ຍ. ປະຊາຊົນ
​ສ່ວນ​ນຶ່ງ​ໃນ​ເມືອງ Marawi ຂອງ​ຈຳນວນ​ທັງ​ໝົດ 200,000 ຄົນ ແມ່ນພາກັນ
ຫລົບໜີໄປຫາ​ບ່ອນທີ່ປອດໄພ.

ວິກິດການນີ້ ​ເລີ່ມຂຶ້ນ ເມື່ອຕອນແລງວັນອັງຄານຜ່ານ​ມາ ເວລາ ກຳລັງຮັກສາ
ຄວາມປອດໄພ ຂອງຟີລິບປິນ ໄດ້ປະຕິບັດການ ເພື່ອຈັບກຸມຜູ້ນຳຫົວຮຸນແຮງ
ທ້າວ Isnilon Hapilon ທີ່ເຊື່ອກັນວ່າ ຢູ່ໃນເມືອງ Marawi ຊຶ່ງກຳລັງພັກຟື້ນ
ຈາກບາດແຜຕ່າງໆທີ່ຕົນໄດ້ຮັບ ໃນການປະທະກັນ ກ່ອນໜ້ານີ້. ການບຸກ​ເຂົ້າ​
ໄປ​ກວດຄົ້ນ ໄດ້ຢຸດ​ຊະ​ງັກລົງ ຫຼັງຈາກພວກຫົວຮຸນແຮງໄດ້ບຸກໂຈມຕີ​ເຂົ້າ​ໄປ​
ໃນເມືອງດັ່ງກ່າວ ແລະເລີ່ມເຂັ່ນຂ້າ ຈູດເຜົາເຮືອນຊານບ້ານຊ່ອງ ມະຫາວິທະ
ຍາ ໄລແຫ່ງນຶ່ງ ແລະ ວັດກາໂທລິກຫຼາຍຫລັງ ພ້ອມ​ທັງ ໄດ້ຈັບເອົາຄຸນພໍ່ອົງນຶ່ງ
ແລະ ບຸກຄົນອື່ນໆຫຼາຍສິບຄົນ ຢູ່ທີ່ພະວິຫານ ເພື່ອເປັນຕົວປະກັນ.

ກອງທັບ​ກ່າວ​ວ່າ ມີ​ທະຫານ​ລັດຖະບານ​ຢ່າງ​ນ້ອຍ 6 ຄົນ ​ແລະ​ພວກ​ຫົວ​ຮຸນ​ແຮງ
13 ຄົນ​ເສຍ​ຊີວິດ ​ໃນ​ການ​ສູ້​ລົບ.

ປະທານາທິບໍດີ ຟີລິບປິນ ທ່ານ Rodrigo Duterte ໄດ້ປະກາດກົດໄອຍະການເສີກ
ໃນພາກໃຕ້ຂອງປະເທດຟີ​ລິບ​ປິນ ​ແລະ​ປະກາດ​ວ່າ ທ່ານ​ຈະ​ເອົາມາດ​ຕະການ​ ແບບ​
ເດັດຂາດ ​ກັບ​ພວກ​ຫົວ​ຮຸນແຮງ.

ອ່ານຂ່າວນີ້ຕື່ມ ເປັນພາສາອັງກິດ

ທ່ານອາດຈະມັກເລື້ອງນີ້ຄືກັນ

XS
SM
MD
LG