ສະພາສູງຟີລິບປິນ ໄດ້ອອກມາດໍາເນີນການຂົ່ມຂູ່ໃນວັນພຸດມື້ນີ້ວ່າ ຈະຈັບກຸມ ເຈົ້າເມືອງຂອງເມືອງນ້ອຍໆແຫ່ງນຶ່ງ ໃນຂໍ້ຫາດູໝິ່ນ ລະຫວ່າງການດໍາເນີນ ຄະດີສືບສວນ ກ່ຽວກັບຄວາມສຳພັນຂອງທ່ານນາງ ກັບອົງການອາຊະຍາກຳ ຕ່າງໆຂອງ ຈີນ, ເຊິ່ງເປັນຄະດີທີ່ສ້າງຄວາມສົນໃຈຕໍ່ປະເທດ ທ່າມກາງຄວາມ ເຄັ່ງຕຶງລະຫວ່າງ ມະນີລາ ແລະ ປັກກິ່ງ.
ການຂົ່ມຂູ່ຈັບກຸມ ມີຂຶ້ນຫຼັງຈາກເຈົ້າເມືອງ ທ່ານນາງ ອາລິສ ກູໂອ (Alice Guo) ບໍ່ມາປາກົດໂຕສໍາລັບການພິຈາລະນາຄະດີຄັ້ງທີສອງຕິດຕໍ່ກັນ, ເຊິ່ງອ້າງ ເຖິງຄວາມກົດດັນ.
ຄະດີ ທີ່ເລີ້ມຕົ້ນຂຶ້ນໃນເດືອນມີນາທີ່ຜ່ານມາ, ເມື່ອເຈົ້າໜ້າທີ່ ໄດ້ບຸກໂຈມຕີເຂົ້າ ໄປໃນກາຊີໂນ ຢູ່ເມືອງກະສິກຳທີ່ງຽບເຫງົາ ບາມບານ (Bamban) ຂອງ ທ່ານນາງ ກູໂອ, ອັນໄດ້ເປີດເຜີຍໃຫ້ເຫັນເຖິງກິດຈະກໍາທາງອາຍາໃນອຸດສາ ຫະກຳ ກາຊີໂນ ອອນລາຍ ເຊິ່ງສ່ວນໃຫຍ່ໄດ້ຮັບການສະໜັບສະໜູນຈາກ ຈີນ ໃນປະເທດຟີລິບປິນ.
ຄະດີດັ່ງກ່າວນີ້ ໄດ້ຮັບຄວາມສົນໃຈລະດັບຊາດ ລຸນຫຼັງສະມາຊິກສະພາສູງ ຄົນນຶ່ງໄດ້ຕັ້ງຄໍາຖາມຂຶ້ນມາວ່າ ທ່ານນາງ ກູໂອ ອາດຈະບໍ່ໄດ້ເກີດຢູ່ໃນ ຟີລິບປິນ ແລະອາດຈະເປັນ “ບຸກຄົນ” ຂອງ ຈີນ, ເຊິ່ງເປັນຂໍ້ກ່າວຫາທີ່ ທ່ານນາງປະຕິເສດ.
ທ່ານນາງ ກູໂອ ຍັງໄດ້ປະຕິເສດການເຊື່ອມໂຍງເຂົ້າກັບອາດຊະຍາກຳຕ່າງໆ ໂດຍກ່າວວ່າ ທ່ານນາງເປັນພົນລະເມືອງທີ່ເກີດຢູ່ ຟີລິບປິນ ໂດຍກໍາເນີດ. ທ່ານນາງ ກູໂອ ບໍ່ໄດ້ຕອບສະໜອງຕໍ່ການຮ້ອງຂໍຄໍາເຫັນໃດຂອງອົງການຂ່າວ Reuters, ແຕ່ທ່ານນາງຂຽນຫາສະພາສູງວ່າ ທ່ານນາງເປັນຫົວຂໍ້ຂອງ “ການກ່າວບໍ່ຫວັງດີ.”
ໃນວັນພຸດມື້ນີ້, ສະພາສູງອ້າງວ່າ ທ່ານນາງ ກູໂອ ບໍ່ສະແດງຄວາມເຄົາລົບ ທີ່ບໍ່ປາກົດໂຕຢູ່ສານ ແລະສະມາຊິກສະພາສູງ ທ່ານນາງ ຣິຊາ ຮອນທິເວໂຣສ (Risa Hontiveros) ທີ່ເປັນຜູ້ນໍາພາການສືບສວນກ່າວວ່າ ນາງຈະກໍານົດບາດ ກ້າວ ເພື່ອຂໍເອົາໝາຍຈັບ ທ່ານນາງ ກູໂອ.