ລິ້ງ ສຳຫລັບເຂົ້າຫາ

ວັນເສົາ, ໒໐ ເມສາ ໒໐໒໔

ຟິລິບ​ປີນ ຫັນກັບມາຫາ ສະຫະລັດ ເພື່ອບໍ່ໃຫ້ ກາງຕໍ່ຈີນ ຫຼາຍເກີນໄປ


ປະທານາທິບໍດີ ຟິລິບ​ປີນ ທ່ານ Rodrigo Duterte ທີ່ທຳນຽບ
ປະທານາທິບໍດີ Malacanang ໃນ Manila, ຟິລິບ​ປີນ, 16 ສິງຫາ, 2017.
ປະທານາທິບໍດີ ຟິລິບ​ປີນ ທ່ານ Rodrigo Duterte ທີ່ທຳນຽບ ປະທານາທິບໍດີ Malacanang ໃນ Manila, ຟິລິບ​ປີນ, 16 ສິງຫາ, 2017.

ຟິລິບ​ປີນ ຕ້ອງການຢາກ​ຈະ​ໃຫ້ມີ​ສາຍ​ພົວພັນ​ທາງ​ດ້ານ​ເສດຖະກິດທີ່​ເຂັ້ມ​ແຂງ​ກວ່າ​ເກົ່າ
ກັບ​ສະຫະລັດ ຊຶ່ງ​ເປັນ​ປະ​ເທດ ທີ່ໃຫ້ການ​ສະໜັບສະໜຸນ​ຢ່າງແຂງ​ຂັນ​ໃນ​ຍຸກ​ຫລັງ​ອານາ
ນິຄົມ ​ ທີ່ Manila ​ໄດ້​ປະປ່ອຍ​ໄປ​ໃນ​ປີ​ກາຍ​ນີ້, ​ຊຶ່ງເບິ່ງ​ຄື​ວ່າ ແມ່ນ​ແນ​ໃສ່​ເພື່ອສ້າງຄວາມ
ກ້ຳເກິ່ງ ໃນການ​ກາງ​ຕໍ່​ຄວາມ​ຊ່ອຍ​ເຫຼືອ​ ທີ່ເພີ່ມຂຶ້ນ ຈາກ​ເພື່ອນ​ໃໝ່ ກໍ​ຄື​ປະ​ເທດ​ຈີນ​ ນັ້ນ.

ຟິລິບ​ປີນ ປັດຈຸ​ບັນ​ນີ້ ຕ້ອງການ “ຊອກ​ຫາຊ່ອງ​ທາງ​ທີ່ີຈະ​ເພີ່ມ​ການ​ຮ່ວມ​ມີືທາງ​ດ້ານ​
ເສດ​ຖະກິດ ກັບ​ສະຫະລັດ”
​ໃນ​ຄວາມ​ພະຍາຍາມທີ່​ຈະ​ປັບປຸງ​ສາຍ​ພົວພັນ​ໂດຍ​ທົ່ວ​ໄປ​
ລະຫວ່າງ​ກັນ ອີງ​ຕາມ​ຖະ​ແຫຼງຂ່າວ​ຂອງກະຊວງ​ການ​ຕ່າງປະ​ເທດ​ ຂອງ​ຟິລິບ​ປິນ ​
ທີ່​ໄດ້​ຂຽນ​ລົງໃນ​ໜ້າ website ຂອງ​ຕົນ ໃນ​ວັນ​ອາທິດ​ຜ່ານ​ມາ​ນີ້. ການ​ມີ​ສາຍ​ພົວພັນ​
ທາງ​ດ້ານ​ເສດຖະກິດ ​ທີ່​ເຂັ້ມແຂງ​ນັ້ນ ​ກະຊວງ​ການ​ຕ່າງປະ​ເທດ​ກ່າວ​ວ່າ “​ແມ່ນຈະ​
ກວ້າງ​ໄກ​ໄປ​ກວ່າ​ເລື່ອ​ງການ​ຮັກ ສາ​ຄວາມ​ປອດ​ໄພ.”

ການ​ປັບປຸງສາຍ​ພົວພັນ​ທາງ​ດ້ານ​ເສດຖະກິດ ລະຫວ່າງ​ ຟິລິບ​ປີນ ກັບ ສະຫະລັດ
ຈະ​ປົວ​ແປງ​ບາດ​ແຜ ນັບ​ຕັ້ງ​ແຕ່​ທ່ານ Rodrigo Duterte ​ເຂົ້າກຳ​ຕຳ​ແໜ່​ງ​ເປັນ
​ປະທານາທິບໍດີ ​ໃນ Manila ​ໃນ​ປີ​ກາຍ​ນີ້ ​ເປັນ​ຕົ້ນ​ມາ. ທ່ານ Duterte ​ໄດ້ຂຶ້ນ​ສຽງ​
ຄັດຄ້ານການຕຳ​ໜິຕິ ຕຽນຂອງສະຫະລັດ ​ໃນ​ການປຸກລະດົມຕໍ່​ຕ້ານ​ຢາ​ເສບ​ຕິດ
ທີ່​ຮ້າຍ​ແຮງ​ ​ແລະ​ຫຼຸດ​ການ​ລາດຕະ​ເວນ​ທາງ​ທະ​ເລ​ລົງ. ທັງ​ສອງ​ແມ່ນເປັນ​ພັນທະ​ມິດ
ໃນ​ດ້ານ​ປ້ອງ​ກັນ​ປະ​ເທດຮ່ວມກັນຢ່າງແຂງ​ຂັນ ນັບ​ຕັ້ງ​ແຕ່ການ​ສິ້ນ​ສຸດ​ລົງ​ ​ໃນ​ການ​
ປົກຄອງ​ແບບ​ອານ​ານິຄົມ​ຂອງ​ສະຫະລັດ ​ໃນປີ 1946.

“ຂ້າພະ​ເຈົ້າ​ຄິດ​ວ່າ ການ​ຊຸກຍູ້ໃໝ່​ໃນດ້ານ​ສາຍ​ພົວພັນ​ທາງ​ດ້ານ​ເສດຖະກິດ ​
ແມ່ນ​ການຈັດ​ສັນ ຂອງ​ບາດກ້າວ​ຕໍ່​ໄປ​ຂ້າງ​ໜ້າ ຊຶ່ງ​ມັນ​ຄື​ວ່າ ເປັນ​ການ​ໃຫ້​ເວລາ
ລະຫວ່າງ​ເວລາ​ທີ່ທ່ານ Duterte ​ເຂົ້າກຳ​ຕຳ​ແໜ່​ງ​ຕອນທຳ​ອິດ​ນັ້ນ ​ແລະ​ຄວາມ
​ທົດ​ລອງ​ ແມ່ນ​ປະກອບ​ສ່ວນໃນ​ຖາ ນະ​ທີ່​ເຄີຍ​ເປັນ​ແບບສາຍ​ພົວພັນ​ສອງ​ຝ່າຍ,”

ນັ້ນ ​ແມ່ນ​ຄຳ​ເວົ້າ​ຂອງ ທ່ານ Christian de Guzman ຮອງ​ປະທານ ​ແລະ​ເຈົ້າ​ໜ້າ​ທີ່
​ອະ​ວຸ​ໂສ ຂອງ​ອົງການ​ຊັ່ງ​ຊາ​ຄວາມ​ສ່ຽງ​ດ້ານສິນ​ເຊື່ອ​ຂອງບໍລິ​ສັດ Moody ​ໃນ​ສິງ
ກະ​ໂປ ​ໄດ້​ກ່າວ​ໄວ້.

ລັດຖະມົນຕີ​ກະຊວງ​ການ​ຕ່າງປະ​ເທດ ທ່ານ Peter Cayetano ​ໄດ້​ສະ​ເໜີ​ໃຫ້​ມີ​
ການ​ຮ່ວມ​ມື​ທີ່​ເຂັ້ມ​ແຂງ​ທາງ​ດ້ານ​ເສດ​ຖະກິດ ​ເວລາທ່ານ​ໄດ້​ພົບ​ ກັບສະມາຊິກ​
ສະພາ​ສູງ Cory Gardner ປະທານຄະນະອະນຸກຳ​ມະການ ​ສາຍ​ພົວພັນ​ກັບ​ຕ່າງ
ປະ​ເທດ ຮັບຜິດຊອບ​ກ່ຽວ​ກັບ​ເຂດ​ເອ​ເຊຍ​ຕາ​ເວັນ​ອອກ ຂອງ​ສະຫະລັດ ​ໃນ​ວໍ​ຊີງ​ຕັນ
​ໃນ​ສັບປະດາ​ຜ່ານ​ມາ​ນີ້.

ອ່ານ​ຂ່າວ​ນີ້​ເພີ່ມຕື່ມ​ເປັນ​ພາສາ​ອັງກິດ

XS
SM
MD
LG