ລິ້ງ ສຳຫລັບເຂົ້າຫາ

ວັນສຸກ, ໒໙ ມີນາ ໒໐໒໔

ທະຫານ ຟີ​ລິບ​ປີນ​ ຍິງ​ຕໍ່ສູ້​ ​ກັບກຸ່ມ​​ກະບົດ ​ມຸສລິ​ມ (ວີດີໂອ)


ທະຫານລັດຖະບານ ຟິລິບປິນ ກໍາລັງຢູ່ໃນທ່າຕຽມຕໍ່ສູ້ກັບພວກກະ ບົດ MNLF ທີ່ເມືອງ Zamboanga ປະເທດຟິລິບປີນ
ທະຫານລັດຖະບານ ຟິລິບປິນ ກໍາລັງຢູ່ໃນທ່າຕຽມຕໍ່ສູ້ກັບພວກກະ ບົດ MNLF ທີ່ເມືອງ Zamboanga ປະເທດຟິລິບປີນ
ທະຫານຟີ​ລິບ​ປີນ​ໄດ້​ຍິງ​ຕໍ່ສູ້​ກັນ ​ກັບ​ກຸ່ມ​ກະບົດ​ມຸສລິ​ມ ເປັນ​ມື້
​ທີສາມ​ລຽນ​ຕິດທີ່​ໄດ້​ນໍາ​ໄປ​ສູ່​ການ​ປິດ​ລ້ອມ​ບາງສ່ວນ​ຂອງ​ຫົວ​
ເມືອງ​ໃຫຍ່​ທີ່ສຸດ​ໃນ​ພາກ​ໃຕ້ຂອງ​ປະ​ເທດ.

​ບັນດາເຈົ້າ​ໜ້າ​ທີ່​ທະຫານກ່າວ​ວ່າ ​ຢ່າງ​ໜ້ອຍ​ເກົ້າ​ຄົນໄດ້​ເສຍ
​ຊີວິດ ​ໃນ​ການ​ປະ​ເຊີນ​ໜ້າ​ກັນ​ກັບພວກ​ນັກ​ລົບຂອງ​ກຸ່ມ​ກະບົດ
​ແນວ​ໂຮມ​ປົດ​ປ່ອຍ ຊາດ Moro ຫຼື MNLF ຢູ່​ທີ່​ເມືອງ
Zamboanga ທີ່​ຕັ້ງ​ຢູ່​ເທິງເກາະ Mindanao.

ກ​ອງທະຫານ​ໄດ້ປິດ​ອ້ອມຢ່າງ​ໜ້ອຍ ສີ່​ໝູ່​ບ້ານ​ຢູ່​ແຄມ​ຝັ່ງ​ທະ​ເລ ບ່ອນ​ທີ່ກ່າວ​ກັນ​ວ່າ ພວກ​ກະບົດປະມານ 200 ຄົນ​ ​ໄດ້​ຈັບ​ພົນລະ​ເຮືອນຈຳ ນວນ​ນຶ່ງ​ໄວ້​ເປັນ​ເກາະ​ກຳ​ບັງ. ຫຼາຍ​ພັນ​ຄົນ​ໄດ້​ພາກັນ​ຫລົບໜີ​ຈາກ​ບ້ານ​ເຮືອນຂອງ​ພວກ​ເຂົາ​ເຈົ້າ ປ່ອຍໃຫ້​ສ່ວນ​ໃຫຍ່​ຂອງ​ໂຕ​ເມືອງ​ດັ່ງກ່າວຊຶ່ງ ມີ​ພົນລະ​ເມືອງເກືອບ​ນຶ່ງ​ລ້ານ​ຄົນ ​ເປັນ​ເມືອງ​ຮ້າງ ​ແລະ​ເບິ່ງ​ຄື​ວ່າ​ຍ​ໄດ້ ກາຍ​ເປັນສະໜາມ​ລົບ.

​ໃນຖະ​ແຫລ​ງການທີ່​ພິມ​ເຜີຍ​ແຜ່​ທາງ​ອິນ​ເຕີ​ແນັດ​ເຈົ້າ​ຄອງ​ກຳ​ແພງ​ເມືອງ Zamboanga ​ທ່ານ​ນາງ Maria Isabelle Climaco ກ່າວ​ວ່າ ການ​ເຈລະຈາ​ກັບ​ພວກ​ກະບົດ ຍັງ​ດໍາ​ເນີນ​ຢູ່​ຕໍ່ໄປ. ທ່ານ​ນາງກ່າວ​ວ່າ ພວກ​ນັກ​ລົບ​ໄດ້​ປ່ອຍໂຕ​ປະກັນຢ່າງໜ້ອຍ​ເຈັດ​ຄົນເພື່ອ​ເປັນ​ການ​ແລກ ປ່ຽນ​ກັບ​ອາຫານ ​ແຕ່​ຍັງ​ມີ​ພົນລະ​ເຮືອນ​ອີກ 100 ຄົນ​ທີ່​ຍັງ​ຢູ່​ໃນ​ຄວາມ​ຄວບ​ຄຸມ​ຂອງ​ພວກ​ກະບົດ.

ພວກ​ກະບົດ MNLF ກໍາລັງ​ຊອກ​ຫາຊ່ອງ​ທາງ​ ເພື່ອ​ຢາກໃຫ້​ມີການ​ປົກຄອງ​ຕົນ​ເອງ​ຫລາຍ​
ຂຶ້ນ ຢູ່​ໃນ​ເຂດ​ພາກ​ໃຕ້​ຂອງ​ຟີລິບ​ປິນ ຊຶ່ງ​ປະ ຊາ​ຊົນ​ສ່ວນ​ໃຫຍ່​ເປັນ​ຊາວມຸສລິ​ມ. ​ເຂົາ​ເຈົ້າ​ໄດ້​ເຊັນ​ສັນຍາ​ສັນຕິພາບ ກັບ​ລັດຖະບານ​ໃນ​ປີ 1996. ​ແຕ່​ສະມາຊິກ​ຂອງ​ກຸ່ມ​ດັ່ງກ່າວ​ຈໍານວນນຶ່ງ ຍັງ​ທຳ​ການ​ຕໍ່ສູ້​ຢູ່​ຕໍ່​ມາ ​ໂດຍ​ກ່າວ​ອ້າງ​ວ່າ ກຸງມະນິລາບໍ່​ປະຕິບັດ ຕາມຄໍາ​ໝັ້ນ​ສັນຍາ ທີ່​ຈະ​ພັດ
ທະນາ​ຂົງ​ເຂດດັ່ງກ່າວ.

ກຸ່ມ​ດັ່ງກ່າວ​ຍັງ​ປະ​ທ້ວງ ການ​ເຈລະຈາ​ສັນຕິ​ພາບ​ຂອງ​ກຸງ​ມະນີ​ລາ ກັບ​ພວກກະບົດ​ທີ່ແຍກ​ໂຕ​ອອກ​ໄປ ຄື​ກຸ່ມແນວ​ໂຮມ​ປົດ​ປ່ອຍຊາດອິສລາມ Moro. ສະມາຊິກ​ຈໍານວນ​ນຶ່ງ​ຂອງກຸ່ມ MNLF ຢ້ານ​ວ່າການ​ເຈລະຈາ ສັນຕິພາບຂອງລັດຖະບານ ກັບ​ກຸ່ມກະບົດ​ທີ່​ເປັນ​ຄູ່​ແຂ່ງ​ອາດ​ຈະ​ເຮັດ​ໃຫ້ ອິດ​ທິພົນ​ຂອງ​ຕົນ​ຫຼຸດນ້ອຍ​ລົງ.

PHILIPPINES REBELS VOSOT.mov
please wait

No media source currently available

0:00 0:01:01 0:00
XS
SM
MD
LG