ລິ້ງ ສຳຫລັບເຂົ້າຫາ

ວັນເສົາ, ໒໗ ກໍລະກົດ ໒໐໒໔

ການເລືອກຕັ້ງ ປະທານາທິບໍດີ ຟິລິບປີນ ຝົດເດືອດ ກ່ອນວັນປ່ອນບັດ


ປ້າຍໂຄສະນາຫາສຽງປີ 2016 ຫ້ອຍຢູ່ຕາມຖະໜົນ Tondo, ໃນນະຄອນຫລວງ Manila, ວັນທີ 26 ເມສາ, 2016.
ປ້າຍໂຄສະນາຫາສຽງປີ 2016 ຫ້ອຍຢູ່ຕາມຖະໜົນ Tondo, ໃນນະຄອນຫລວງ Manila, ວັນທີ 26 ເມສາ, 2016.

ໃນຂະນະ​ທີ່​ການ​ແຂ່ງ​ຂັນ​ເລືອກ​ຕັ້ງ​ປະທານາທິບໍດີຟິລິບ​ປີນ ກຳລັງ​ເຂົ້າ​ຮູບ​ຮອຍ​ທີ່​ຈະເປັນ​ການ​ແຂ່ງຂັນ​ຜູ້​ທີ່​ມີ​ຄວາມ​ນິຍົມ​ຄັ້ງ​ໃຫຍ່ ລະຫວ່າງ​ຜູ້​ສະໝັກທີ່​ສຳຄັນ​ສີ່​ຄົນ ກ່ຽວ​ກັບ​ເຕີບ ໂຕ​ດ້ານເສດຖະກິດ ຄວາມ​ໝັ້ນຄົງກັບ​ບັນດາພັນ​ທະ​ມິດ ​ແລະ​ນະ​ໂຍບາຍ​ຕ່າງປະ​ເທດ​ ຂອງ​ລັດຖະບານ​ປັດຈຸບັນ ​ແມ່ນ​ຍັງ​ຢູ່​ໃນ​ສະພາບ​ທີ່​ບໍ່​ແນ່ ນອນ​ວ່າ​ຈະ​ຈົບ​ລົງແບບ​ໃດ.

ຜູ້ສະໝັກປະທານາທິບໍດີ ແລະເຈົ້າເມືອງ Davao ທ່ານ Rodrigo 'Digong' Duterte ກຳລັງໂຄສະນາຫາສຽງ.
ຜູ້ສະໝັກປະທານາທິບໍດີ ແລະເຈົ້າເມືອງ Davao ທ່ານ Rodrigo 'Digong' Duterte ກຳລັງໂຄສະນາຫາສຽງ.

ຢູ່​ໃນ​ການ​ສຳ​ຫລວດ​ຫາງ​ສຽງທົ່ວ​ປະ​ເທດ​ໃນໄລຍະສອງ​ອາທິດ​ທີ່​ຜ່ານ​ມາ ທ່ານ Rodrigo Duterte ​ເຈົ້າ​ຄອງ​ກຳ​ແພງ​ເມືອງ Davao ທີ່​ເປັນ​ບັນຫາ​ໂຕ້ແຍ້ງ​ໄດ້ມີ​ຄະ​ແນນ​ນຳ​ໜ້າ ຫລາຍ​ກວ່າສິບ​ເປີ​ເຊັນ ລື່ນບັນດາ​ຄູ່​ແຂ່ງ ຊຶ່ງ​ທັງ​ໝົດ​ແມ່ນມີຄະ​ແນນ​ຫ່າງ​ກັນ ລະຫວ່າງ​ນຶ່ງ​ຫາ​ຫ້າ​ເປີ​ເຊັນ​ ຕະຫລອດລະຍະ​ການ​ໂຄສະນາ​ຫາ​ສຽງ​ສາມເດືອນ ກ່ອນ​ການ​ເລືອກຕັ້ງ ໃນວັນ​ທີ 9 ເດືອນພຶດສະພານີ້.

ເຮືອຫາປາຟິລິບປີນ ທີ່ເຄີຍໃຊ້ ຢູ່ໃນເກາະ Scarborough ບ່ອນທີ່ມີການໂຕ້ແຍ້ງກັນ ໃນທະເລຈີນໃຕ້.
ເຮືອຫາປາຟິລິບປີນ ທີ່ເຄີຍໃຊ້ ຢູ່ໃນເກາະ Scarborough ບ່ອນທີ່ມີການໂຕ້ແຍ້ງກັນ ໃນທະເລຈີນໃຕ້.

ໃນ​ຕອນ​ແລງວັນ​ອັງຄານ​ມໍ່ໆ​ມາ​ນີ້ ຢູ່​ໃນ​ຫ້ອງ​ຫລິ້ນ​ກິລາຂອງໂຮງ​ຮຽນທີ່ແອ​ອັດ​ບໍ່​ມີ​ກາດ ໃນ​ເຂດ​ນະຄອນຫລວງມະ​ນິລານັ້ນ ທ່ານ Duterte ທີ່​ປາກ​ບໍ່​ມ່ວນ​ອາຍຸ 71 ປີໄດ້​ຂຶ້ນໄປ ເທິງ​ເວທີ​ແລະ​ໄດ້​ເລີ້ມ​ກ່າວ​ໂຈມ​ຕີ. ທ່ານ​ກ່າວ​ຕໍ່ຕ້ານ​ການ​ສໍ້​ລາດ​ບັງ​ຫລວງ ​ແລະ​ໄດ້​ຮັບ​ການ​ຕົບມື​ຢ່າງ​ນອງສະໜັ່ນ​ເວລາ​ໃດ​ທ່ານ​ໄດ້​ດ່າ​ອອກ​ມາ.

ບັນດາຜູ້ສະນັບສະໜູນພາກັນຍື່ນມືຫາກທ່ານ Grace Poe ລະຫວ່າງການໂຄສະນາຫາສຽງ.
ບັນດາຜູ້ສະນັບສະໜູນພາກັນຍື່ນມືຫາກທ່ານ Grace Poe ລະຫວ່າງການໂຄສະນາຫາສຽງ.

ທ່ານ Duterte ສາລະ​ພາບ​ຕົນ​ເອງ​ວ່າ ​ເປັນ​ຜູ້​ສັງຫານ​ພວກ​ກໍ່​ອາ​ຊະ​ຍາ​ກຳ ໄດ້​ລົງ​ສະໝັກ ໂດຍ​ໃຫ້​ຄຳ​ໝັ້ນສັນຍາ​ວ່າ ​ຈະ​ກຳຈັດ​ພວກກໍ່​ອາ​ຊະ​ຍາ​ກຳ​ ພາຍ​ໃນ ຫົກ​ເດືອນ​ຫລັງ​ຈາກ ໄດ້​ເຂົ້າ​ກຳ​ຕຳແໜ່​ງ. ​ແລະ​ທ່ານ​ໄດ້​ຮວບ​ຮວມພວກສະໜັບ ສະໜູນ​ທັງຫລາຍ​ຈາກ​ບັນດາ ຜູ້ມີ​ສິດ​ປ່ອນ​ບັດທີ່​ຕ້ອງການໃຫ້​ນຳ​ໃຊ້​ໂທດ​ປະຫານ ​ຊີວິດ​ຄືນ​ອີກ.

ຄວາມ​ນິຍົມ​ຊົມ​ຊອບ​ຂອງ​ທ່ານ​ບໍ່​ໄດ້ຫລຸດ​ລົງ ​ຫລັງ​ຈາກທ່ານ​ໄດ້​ຮ້ອງ​ພະ​ສັນຕະ ປາປາ​ວ່າ “ຊາດ​ຊົ່ວ” ຫລື​ຫລັງ​ຈາກ​ການ​ໃຫ້​ຄວາມ​ເຫັນທີ່​ວ່າ ທ່ານ​ປາດ​ຖະໜາ​ວ່າ ທ່ານ​ໄດ້​ເປັນ​ຜູ້​ທຳ​ອິດ​ຢູ່​ໃນ​ຖັນ​ແຖວ​ການຂົ່ມຂືນ ຂອງ​ນັກແຜ່ຜາຍ​ສາສະໜາ​ອອກສເຕຣ​ເລຍ​ທີ່​ຖືກ​ຂ້າ​ຕາຍ ລ​ະຫວ່າງ​ເກີດ​ການ​ຈາລະ​ຈົນ​ຢູ່ໃນຄຸກ​ເມືອງ Davao ​ໃນ​ປີ 1989.

ບັນດາຜູ້ສະໝັກປະທານາທິບໍດີ ພາກັນຮ້ອງເພງຊາດຟິລິບປິນ.
ບັນດາຜູ້ສະໝັກປະທານາທິບໍດີ ພາກັນຮ້ອງເພງຊາດຟິລິບປິນ.

ການ​ໃຫ້​ຄວາ​ມ​ເຫັນ​ຂອງ​ທ່ານ​ໄດ້​ຖືກ​ຕິຕຽນ​ຈາກ​ທັງ​ເອກ​ອັກຄະ​ລັດຖະທູດອອສ​ເຕຣ​ເລຍ ​ແລະ​ສະຫະລັດ ຕໍ່​ຟິລິບ​ປີນ.

ອ່ານຂ່າວນີເພີ້ມເປັນພາສາອັງກິດ

XS
SM
MD
LG